Homeຂ່າວເຫດການລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ເອກອັກຄະຣາຊະທູດໄທ ປະຈຳລາວ

ລັດຖະບານລາວ ປະດັບຫລຽນກາມິດຕະພາບ ໃຫ້ເອກອັກຄະຣາຊະທູດໄທ ປະຈຳລາວ

Published on

DSC_7523.01.10.15.1

ຂປລ. ວັນທີ 30 ກັນຍາ 2015, ທ່ານນາງ ຄຳເພົາ ເອີນທະວັນ, ລັດຖະມົນຕີຊ່ວຍວ່າ ການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ທ່ານ ພິສະນຸ ຈັນວິທັນ, ເອກອັກຄະຣາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ​ເພື່ອຊົມເຊີຍຜົນງານ ແລະ ຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ລະຫວ່າງ ສອງປະເທດ ລາວ-ໄທ ໃນໄລຍະການປະຕິບັດໜ້າທີ່ການ​ທູດຕະຫລອດ​ໄລຍະ 3 ປີ.

ທ່ານທູດ ພິສະນຸ ຈັນວິທັນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຢ່າງໃກ້ຊິດ ລະຫວ່າງ ລາວ-ໄທ ໃຫ້ມີການຂະຫຍາຍຕົວຫລາຍດ້ານເປັນຕົ້ນ ແມ່ນການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ການຮ່ວມມືເພື່ອການພັດທະນາ​ ເຊິ່ງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຢ່າງຕໍ່ເນື່ອງ. ຕະຫລອດໄລະຍະເວລາປະຕິບັດໜ້າທີ່ດັ່ງກ່າວ ທ່ານເອກອັກຄະຣາຊະທູດ ໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການປະສານສົມທົບ, ຕິດຕາມ ແລະ ອຳນວຍ ຄວາມສະດວກ ດ້ານຕ່າງໆ ໃຫ້ແກ່ການຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງຂອງ ລາວ-ໄທ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ທ່ານໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ດ້ວຍການຊຸກຍູ້ ບັນດາ ແຜນງານການຮ່ວມມື ທັງຂຸດຄົ້ນຊອກຫາ ທ່າແຮງອັນສອດຄ່ອງ ແລະ ເໝາະສົມກັບຄວາມຕ້ອງການຂອງ ສປປ ລາວ. ນອກຈາກນັ້ນ, ທ່ານທູດ ຍັງໄດ້ຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ດ້ວຍຮູບການສົ່ງເສີມການຜະລິດເປັນສິນຄ້າ ໃຫ້ແກ່ ປະຊາຊົນລາວ. ໃນໂອກາດນີ້ ທ່ານເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໃຫ້ກຽດປະດັບຫລຽນກາດັ່ງກ່າວ ແລະ ຍັງໃຫ້ຄຳເຫັນວ່າ ລັດຖະບານໄທ ຈະຍັງສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ ສປປລາວ ຕໍ່ໄປອີກໃນອະນາຄົດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...