Homeຂ່າວຕ່າງປະເທດບິນ ເກສ ຄອງອັນດັບ 1 - ມາກ ຊັກເຄີເບີກ ໄດ້ອັນດັບ 7 ຊາວອາເມຣິກາທີ່ລວຍທີ່ສຸດ!

ບິນ ເກສ ຄອງອັນດັບ 1 – ມາກ ຊັກເຄີເບີກ ໄດ້ອັນດັບ 7 ຊາວອາເມຣິກາທີ່ລວຍທີ່ສຸດ!

Published on

649162-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ກັນຍານີ້ວ່າ ວາລະສານຟັອບສ໌ (Forbes) ໄດ້ຈັດອັນດັບຊາວອາເມຣິກາທີ່ລວຍທີ່ສຸດ ຈຳນວນ 400 ຄົນ ປະຈຳປີ 2015 ໂດຍແມ່ນທ່ານ ບິນ ເກສ ຜູ້ກໍ່ຕັ້ງບໍລິສັດໄມໂກຣຊອບ ຍັງຄົງຮັກສາຕຳແໜ່ງຊາວອາເມຣິກາທີ່ຮັ່ງມີທີ່ສຸດ ຊຶ່ງຢູ່ໃນອັນດັບທີໜຶ່ງເປັນປີທີ 22 ຕິດຕໍ່ກັນແລ້ວ ດ້ວຍຍອດລວມຊັບສິນ 76 ຕື້ໂດລາ, ຖັດຈາກນັ້ນ ອັນດັບທີ 2 ແມ່ນທ່ານ ວໍເຣນ ບັບເຟຕ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດເບີກເຊຍຮາທາເວ ດ້ວຍມູນຄ່າຊັບສິນ 62 ຕື້ໂດລາ, ອັນດັບທີ 3 ແມ່ນທ່ານ ແລຣີ່ ເອລິສັນ ອະດີດປະທານເຈົ້າໜ້າທີ່ບໍລິຫານຂອງອໍຣາເຄິນ ດ້ວຍຊັບສິນລວມ 47,5 ຕຶ້ໂດລາ. ໃນຂະນະທີ່ ທ່ານ ມາກ ຊັກເຄີເບີກ ປະທານເຈົ້າໜ້າທີ່ບໍລິຫານຂອງເຟສບຸກ ໄດ້ກະໂດດຂຶ້ນຈາກອັນດັບທີ 11 ມາຢູ່ທີ່ອັນດັບທີ 7 ໃນປີນີ້ ດ້ວຍມູນຄ່າລວມຍອດຊັບສິນປະມານ 40,3 ຕື້ໂດລາ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...