Homeປ່ອງຢ້ຽມດວງດາວNASA ກຽມທົດສອບ ການສ້າງທີ່ຢູ່ອາໄສນອກໂລກດ້ວຍ 3D Printing

NASA ກຽມທົດສອບ ການສ້າງທີ່ຢູ່ອາໄສນອກໂລກດ້ວຍ 3D Printing

Published on

ຫລັງ​ຈາກທີ່ມີ​ແນວ​ຄິດ​ມາ​ໄລຍະໜື່ງ ຫລ້າ​ສຸດ​ທາງ NASA  ກໍ​ໄດ້​ປະ​ກາດ​ເຖິງ​ແຜນ​ການສ້າງ​ແຫລ່ງ​ທີ່​ພັກ​ອາໄສ ດ້ວຍ​ເຄື່ອງ​ພິມ​ສາມ​ມິ​ຕິ ຫລື 3D Printing ຢ່າງ​ເປັນ​ຈິງ​ເປັນ​ຈັງ​ແລ້ວ

building_a_wall_200

Move to the Mars  ນັກ​ວິທະຍາ​ສາດ ແລະ ວິ​ສະວະກ​ອນ ທີ່​ສູນ​ການ​ບິ​ນອາວະ​ກາດ​ມາລ໌​ແຊນ (NASA’s Marshall Space Flight Center) ໄດ້​ກຽມ​ການ​ທົດສອບ ການສ້າງ​ທີ່​ຢູ່​ອາໄສ​ເທິງ​ດາວ​ເຄາະ​ໃນ​ອາວະ​ກາດ​ດ້ວຍ 3D Printing ຫລັງ​ຈາກທີ່ເບິ່ງເຫັນ​ວ່າ ຖ້າຫາກ​ຈະໃຫ້​ນັກ​ບິ​ນອາວ​ະກາດ ຕ້ອງ​ຂົນ​ວັດສະດຸ ໄປ​ສ້າງ​ແຫລ່ງ​ພັກ​ອາໄສ​ໄປ​ນອກ​ໂລກ ຄືຊິ​ເປັນ​ເລື່ອງ​ທີ່​ລຳ​ບາກ​ ​ຄ່າ​ຂົນ​ສົ່ງ ຄ່າ​ວັດສະ​ດຸ ຫລື​ຂະ​ບວນ​ການສ້າງ ທີ່​ອາດຈະ​ມີ​ຄວາມ​ຍາກ​ລຳ​ບາກ​ກວ່າ​ທີ່​ຄິດ ດັ່ງ​ນັ້ນ ເພື່ອ​ຫລຸດ​ພາລະ ຈຶ່ງ​ໄດ້​ເລີ່ມ​ແຜນ​ການສ້າງ​ທີ່​ພັກ​ອາໄສ​ດ້ວຍ​ເທກ​ໂນ​ໂລ​ຍີ​ເຄື່ອງ​ພິມ​ສາມ​ມິ​ຕິ ຢ່າງ​ຈິງ​ຈັງ​ແລ້ວ

ສຳລັບ​ລາຍ​ລະອຽດ​ການ​ທົດສອບ NASA ເຜີຍ​ວ່າ ຮອບ​ທຳອິດ ຈະ​ໃຊ້​ວັດສະ​ດຸ​ຈຳ​ພວກ ຢາງ, ເຫລັກ, ໄທ​ທາ​ນຽມ, ອະ​ລູ​ມິ​ນຽມ, ນິກ​ເກ ແລະ​ ວັດສະ​ດຸ​ອື່ນໆ​ທີ່​ໃຊ້​ໃນ​ການສ້າງ​ຍາ​ນອາວ​ະກາດ ຈາກ​ນັ້ນ​ກໍ​ຈະ​ເລີ່ມ​ສຶກ​ສາ​ວິທີ​ການ​ລີ​ໄຊ​ເຄີ້ນຄື​ການ​ເອົາ​ພື້ນ​ຜິວ​ຂອງ​ດາວ​ເຄາະ​ດວງ​ນັ້ນໆ ມາ​ເປັນ​ວັດ​ດຸ​ຫລັກ ເພື່ອ​ໃຫ້​ກົມ​ກືນ​ກັບ​ສະພາບ​ແວດ​ລ້ອມ ແລະ​ເພື່ອ​ເພີ່ມ​ຄວາມ​ທົນ​ທານ​ຕໍ່​ບັນ​ຍາ​ກາດ​ຂອງ​ທີ່​ນັ້ນອີກດ້ວຍ ທັງ​ນີ້​ຂະ​ບວນ​ການສ້າງ​ທັງ​ໝົດ ອາດຈະ​ໃຊ້​ຫຸ່ນ​ຍົນ​ທີ່​ຄວບ​ຄຸມ​ຈາກ​ໄລ​ຍະ​ໄກ ຈົນ​ເມື່ອ​ແລ້ວ​ສຳເລັດ ທັນ​ທີ​ທີ່​ນັກ​ບິ​ນອາວ​ະກາດ​ເດິນທາງ​ໄປ​ເຖິງ ກໍ​ຈະ​ມີ​ທີ່​ພັກ​ໃຫ້​ພ້ອມ​ກັນ​ເລີຍ

ກ່ອນ​ໜ້າ​ນີ້ NASA ກໍ​ເຄີຍ​ຈັດ​ປະ​ກວດ​ການສ້າງ​ແບບ​ຈຳ​ລອງ​ທີ່​ພັກ​ອາໄສ​ເທິງ​ດາວ​ອັງ​ຄານ​ດ້ວຍ 3D Printing ມາແດ່​ແລ້ວ ກໍ​ມີ​ຜົນ​ງານ​ທີ່​ໜ້າ​ສົນ​ໃຈ​ຈາກ​ຜູ້​ເຂົ້າ​ຮ່ວມ​ປະ​ກວດຢ່າງຫລາຍ ບໍ່​ແນ່​ວ່າ ຕໍ່ໄປ​ໃນ​ໂຄງ​ການ “ສົ່ງ​ມະນຸດ​ໄປ​ດາວ​ອັງ​ຄານ” ທີ່​ຈະ​ເລີ່ມ​ພາຍ​ໃນ​ປີ 2035 ຄືຊິໄດ້​ໃຊ້​ວິທີ​ນີ້​ດ້ວຍເຊັ່ນກັນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...