Homeຂ່າວຕ່າງປະເທດໂຈນສະຫລາດໜ້ອຍ! ເຊລຟີ່ໂຊເງີນລົງເຟດສ໌ຫລັງກໍ່ເຫດປຸ້ນ ຈົນຕິດຄຸກ

ໂຈນສະຫລາດໜ້ອຍ! ເຊລຟີ່ໂຊເງີນລົງເຟດສ໌ຫລັງກໍ່ເຫດປຸ້ນ ຈົນຕິດຄຸກ

Published on

C859193B35264C6F9901DE3F1E338A17

ເວັບ​ໄຊຕ໌​ຂ່າວຕ່າງປະເທດໄດ້​ເຜີຍແຜ່​ວີລະກຳ ເຮັດ​ໃຫ້ໂຈນຄົນນີ້ຈື່​ໄປ​ຈົນ​ມື້​ຕາຍ ເມື່ອ​ທ້າວ ‘ຈອ​ນ ໂມ​ແກນ’ ໄວ 28 ປີ​ ຜູ້​ທີ່ໄດ້​ກໍ່​ເຫດ​ປຸ້ນ​ເງີນ​ຈາ​ກທະ​ນາ​ຄານ​ແອດ​ວິນລ໌ ນະຄອນຫລວງໂອ​ໄຮ​ໂອ​ມາ​ເມື່ອ​ບໍ່​ຈັກ​ມື້​ກ່ອນໜ້ານີ້ ໄດ້​ໂພດຕ໌​ພາບ​ຄູ່​ກ້ອນ​ເງິນແລ້ວ​ອວດ​ລົງ​ເຟ​ດສ໌ບຸກ​ເພື່ອ​ອວດ​ຄວາມ​ລວຍ​ໃຫ້​ຄົນໃນ​ໂລກ​ໂຊ​ຊ່ຽວ​ມີ​ເດຍ​ອິດສາ​ຫລິ້ນ ແຕ່​ຫາ​ຮູ້​ບໍ່​ວ່າ​ນີ້​ກັບ​ນຳ​ມາ​ສິ່ງ​ທີ່ບໍ່ຄາດຄິດຕາມມາ

ພາບ​ຖ່າຍ​ທີ່​ທ້າວ​ຈອ​ນ​ຖ່າຍ​ຮູບ​ຄູ່​ກັບ​ກ້ອນ​ເງີນ​ຫລິ້ນ​ໆ ນີ້​ກາຍ​ເປັນ​ເບາະ​ແສ​ໃຫ້​ເຈົ້າ​ຫນ້າທີ່​ສືບ​ສວນ​ສາມາດ​ລະ​ບຸ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ໄດ້ ຈົນນຳ​ມາ​ຊຶ່ງ​ການ​ຈັບ​ກຸມ​ໂຕ​ທ້າວຈອ​ນ ​ແລະ​ ແຟນ​ສາວ​ໄດ້​ໃນ​ທີ່ສຸດ​ເມື່ອ​ວັນທີ່ 21 ກັນຍາ​ທີ່​ຜ່ານມາ

ຂະນະ​ນີ້​ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ດຳ​ເນີນ​ຄະດີ

A4DEA87FB7A741A8A7406A185EEB8F1C F2AE742450464C2180E50F96CD23665E

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...