Homeຂ່າວພາຍ​ໃນເຂດເສດຖະກິດພິເສດ - ສະເພາະ ດຶງດູດການລົງທຶນ 4 ຕື້ກວ່າໂດລາ!

ເຂດເສດຖະກິດພິເສດ – ສະເພາະ ດຶງດູດການລົງທຶນ 4 ຕື້ກວ່າໂດລາ!

Published on

294

ຂປລ. ປັດຈຸບັນ ​ເຂດ​ເສດຖະກິດ ​ພິ​ເສດ ​ແລະ ​ເຂດ​ເສດຖະກິດສະ​ເພາະ ຢູ່ ສປປ ລາວ​ ໄດ້​ຮັບການ​ພັດທະນາຢ່າງ​ເປັນ​ຮູບ​ປະ​ທຳ ​ໂດຍສາມາດ​ດຶງ​ດູດ ​ນັກ​ລົງທຶນຕ່າງປະ​ເທດ ເຂົ້າມາ​ດຳ​ເນີນ​ທຸລະ​ກິດ ​ໄດ້ເຖິງ 4 ຕື້ກວ່າ​ໂດ​ລາ​ສະຫະລັດ.

​ຕາມ​ການ​ລາຍ​ງານ​ຂອງ​ທ່ານ ດຣ. ​ເຂິງ​ຄຳ ​ແກ້ວ​ໜູ​ຈັນ ຮອງ​ຫົວໜ້າ​ກອງ​ເລຂາ ຄະນະ​ກຳມະການ​ແຫ່ງ​ຊາດ​ລາວ ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ ​ພິ​ເສດ ​ແລະ ​​ສະ​ເພາະ ​ໄດ້​ກ່າວ ໃນ​ກອງ​ປະຊຸມ​ທຸລະ​ກິດ​ການ​ຄ້າ ​ແລະ ການ​ລົງທຶນ​ ລະຫວ່າງ ​ລາວ-ຈີນ ຢູ່ທີ່ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 12 ຢູ່ເມືອງໜານໜິງ ແຂວງກວາງຊີວ່າ:  ​ເຖິງ​ແມ່ນ​ວ່າສະພາບ​ການ​ລວມ ຂອງ​ການ​ພັດທະ​ນາ​ ເສດຖະກິດ-ສັງຄົມ ​ໂດຍສະ​ເພາະ ດ້ານ​ມະຫາ​ພາກຂອງ​ລາວ ພວມ​ປະ​ເຊີນ​ກັບສິ່ງ​ທ້າ​ທາຍ​ຫລາຍ ​ປະການ, ​ແຕ່​ໃນ​ຂະນະ​ດຽວ​ກັນ ການພັດທະນາ​ໃນ​ຂົງ​ເຂດ ເສດຖະກິດ ​ພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ ຍັງ​ເປັນ​ຂະ​ແໜງ​ການ​ໜຶ່ງ​ ທີ່​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​​ໂດຍ​ສະ​ເພາະ ໃນ​ດ້ານ​ການ​ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດ  ສປປ ລາວ ມີ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ ສະ​ເພາະທັງ​ໝົດ 11 ​ເຂດ ​ໃນ​ນັ້ນ​ເປັນ​ເຂດ​ອຸດສາຫະກຳ 5 ​ເຂດ, ​ເຂດ​ບໍລິການ 3 ​ເຂດ ​ແລະ ​ເຂດ​ການ​ຄ້າ 3 ​ເຂດ ​​ເຊິ່ງມາ​ເຖິງ​ປັດຈຸບັນ ​ໄດ້​ມີ​ນັກ​ລົງທຶນ​ສະ​ເໜີ​ເຂົ້າ​ມາ​ລົງທຶນ​ ໃນ​ເຂດ​ດັ່ງກ່າວ ກວມ​ມູນ​ຄ່າ​ທັງ​ໝົດ 4 ຕື້​ໂດ​ລາ​ສະຫະລັດ ​ ແລະ ​ໃນ​ຂະນະ​ນີ້, ​ແຕ່ມີ​ມູນ​ຄ່າ​ການ​ລົງທຶນ​ຕົວ​ຈິງ 1,2 ຕື້​ໂດ​ລາ​ສະຫະລັດ, ມີ​ນັກລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ເຂົ້າມາ​ດຳ​ເນີນ​ທຸລະ​ກິດ​​ຫລາຍ​ກວ່າ 420 ບໍລິສັດ. ໃນນັ້ນ ນັກລົງທຶນຈາກ ສປ ຈີນ ​ເປັນອັນ​ດັບ​ໜຶ່ງ​ມີ​ເຖິງ 234 ກວ່າບໍລິສັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...