Homeຂ່າວຕ່າງປະເທດມຽນມາສະເໜີອົງການຢູເນສໂກ ຮັບຮອງເອົາອຸທິຍານ Khakaborazi ເປັນມໍລະດົກໂລກ

ມຽນມາສະເໜີອົງການຢູເນສໂກ ຮັບຮອງເອົາອຸທິຍານ Khakaborazi ເປັນມໍລະດົກໂລກ

Published on

558000011312201

ສຳນັກຂ່າວ​ຕ່າງປະ​ເທດ ລາຍງານໃນ​ວັນ​ທີ 28 ກັນຍາ ຜ່ານມານີ້ວ່າ ກະຊວງ​ປ່າ​ໄມ້ ​ແລະ ການ​ອະນຸລັກ​ສິ່ງ​ແວດ​ລ້ອມມຽນມາ ກຳລັງພະຍາຍາມສະ​ເໜີ​​ໃຫ້​ອົງການ​ຢູ​ເນສ​ໂກ ​ຮັບຮອງ​ເອົາອຸທິຍານແຫ່ງຊາດກ໋າກະ​ບໍຣາຊີ ​(Khakaborazi) ແລະ ​ເຂດປ່າອ້ອມ​ຮອບພູ​ຫິມະຫິມາ​ໄລ ​ ເປັນ​ແຫ​ລ່ງມໍລະດົກ​ໂລກ ຕັ້ງຢູ່​​ລັດກະ​ຊິ່ນ ທາງ​ພາກ​ເໜືອ​ຂອງ​ປະ​ເທດ ກວມ​ເອົາ​ພື້ນ​ທີ່​ປະມານ 6,000 ກິ​ໂລ​ຕາ​ແມັດ,  ປັດຈຸບັນສະຖານທີ່ດັ່ງກ່າວ ແມ່ນ​ເປັນ​ຂອງ​ສະມາຄົມ​ອະນຸລັກ​ສັດປ່າ (WCS) ​ໃນ ​ການຮ່ວມ​ມື​ກັບ​ອົງການ​ຢູ​ເນສ​ໂກ ພວມ​ດຳເນີນການ​ສຳ​ຫລວດ​ຄວາມ​ຫລາກ​ຫລາຍ​ທາງ​ຊີວະ​ນາໆພັນ ​ແລະ ​ໃຫ້​ຄວາມ​ຮູ້​ແກ່​ທ້ອງ​ຖິ່ນ ​ເພື່ອ​ຈະ​ຈັດຕັ້ງ​ເປັນ​ເຂດ​ປ່າສະຫງວນ​ພັນ​ສັດປ່າ​ ໃນ​ພື້ນ​ທີ່ນີ້.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...