Homeຂ່າວຕ່າງປະເທດເຮືອກຳ​ປັ່ນ​ໂດຍສານຢູ່ອິນເດຍຂວ້ຳ ເສຍຊີວິດ 50 ຄົນ!

ເຮືອກຳ​ປັ່ນ​ໂດຍສານຢູ່ອິນເດຍຂວ້ຳ ເສຍຊີວິດ 50 ຄົນ!

Published on

400 21

ຂປລ. ຕາມ​ຂ່າວຕ່າງປະ​ເທດ, ວັນ​ທີ 29 ກັນຍາ 2015, ເຈົ້າໜ້າ​ທີ່ ກອງ​ກຳລັງກູ້​ໄພພິບັດແຫ່ງ​ຊາດອິນ​ເດຍ ​ເປີ​ດ​ເຜີຍ​ວ່າ: ກຳ​ປັ່ນລຳ​ໜຶ່ງບັນທຸກຜູ້​ໂດຍ​ສານ 150 ຄົນ ມີ​ບັນຫາດ້ານ​ເຄື່ອງ​ຈັກຈົນ​​ແລ່ນ​ຕຳ​ຂົວ ກ່ອນ​ຈະ​ຂວ້ຳລົງ​ແມ່ນ້ຳ ​ໂຄ​ໂລ​ໄຮ ​ ໃນ​ເຂດພື້ນທີ່ ຂອງ ລັດ ອັດສ ສໍາ ຂອງອິນເດຍ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ 50 ຄົນ ​ແລະ ອີກ 20 ກວ່າຄົນ ຍັງຕິດຄ້າງ​ ຢູ່​​ໃຕ້​ດາດ​ຟ້າ ​ກຳ​ປັ່ນ. ຂະນະ​ນີ້ ພວມ​ເລັ່ງຄົ້ນຫາ ​ໃຫ້ການຊ່ວຍ​ເຫລືອ ຜູ້​ໂດຍສານ ທີ່​ຍັງ​ເຫລືອ ຢ່າງ​ຮີບ​ດ່ວນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...