Homeຂ່າວຕ່າງປະເທດເຜີຍຄລິບຄື້ນລົມແຮງພາຍຸໄຕ້ຝຸ່ນຕູ້ຈຽນເລີ່ມອອກລາຍແລ້ວ

ເຜີຍຄລິບຄື້ນລົມແຮງພາຍຸໄຕ້ຝຸ່ນຕູ້ຈຽນເລີ່ມອອກລາຍແລ້ວ

Published on

2909m3

ເຜີຍ​ຄລິບ​ຊູ​ເປີລ໌​ໄຕ້​ຝຸ່ນ​ຕູ້​ຈຽນ ​ຖະ​ຫລົ່ມ​ໄຕ້​​ຫວັນ ຈີນ ແລະ ​ຍີ່​ປຸ່ນ ເຮັດ​ຄື້ນ​ລູກ​ໃຫຍ່​ຊັດ​ຝັ່ງ​ ໄຕ້​​ຫວັນ​ຮັບ​ມື​ເປັນ​ປະເທດ​ທຳອິດ ອົບ​ພະຍົບ​ເພີ່ມ 7,000 ຄົນ
           ເມື່ອ​ວັນທີ່ 29 ກັນຍາ ເວັບ​ໄຊຕ໌​ສະ​ເຕດ​ທາມ  ລາຍ​ງານ​ວ່າ  ຊູ​ເປີລ໌​ໄຕ້​ຝຸ່ນ​ຕູ້​ຈຽນໄດ້​ພັດ​ຖະ​ຫລົ່ມ​ໄຕ້​​ຫວັນ​ເປັນ​ພື້ນ​ທີ່​ທຳອິດໃນ​ມື້​ນີ້ 29 ກັນຍາ ເຮັດໃຫ້​ມີ​ຝົນ​ຕົກ​ໜັກ ​ແລະ​ ລົມ​ພັດ​ແຮງ​ຈົນ​ເກືອບຕ້ານ​ບໍ່​ໄຫວ ມີ​ລາຍ​ງານ​ດິ​ນເຈື່ອນ​ແລ້ວ​ເທິງ​ເກາະ​ທາງ​ຕະເວັນ​ອອກ​ສຽງ​ເໜືອ​ຂອງ​ປະເທດ ຂະນະ​ທີ່​ການ​ຄົມ​ນາ​ຄົມ​ສາທາລະນະ​ ເຊັ່ນ: ​ລົດ​ໄຟ ເຮືອ​ເຟີຣາ​ຣີ່ ແລະ​ ເຮືອ​ບິນ​ຕ້ອງ​ລະ​ງັບ​ໃຫ້​ບໍລິການ ເຊັ່ນ​ດຽວ​ກັບ​ຄອນ​ເສີດ ​ບອນ ໂຈ​ວີ່ ທີ່​ມີ​ກຳນົດ​ສະແດງ​ໃນ​ນະຄອນຫລວງ​ໄທ​ເປ ກໍ​​ຕ້ອງ​ຍົກ​ເລີກ​ໄປ

2909m1

ລາຍ​ງານ​ລະ​ບຸ​ວ່າ  ຊູ​ເປີລ໌​ໄຕ້​ຝຸ່ນ​ຕູ້​ຈຽນ​ໄດ້​ພັດ​ເຂົ້າ​ຖະ​ຫລົ່ມ​ໄຕ້​​ຫວັນ​ໄວ​ເກີນ​ຄາດ ເຮັດໃຫ້​ຕ້ອງ​ອົບພະ​ຍົບ​ປະຊາຊົນ​ເພີ່ມ​ອີກ 7,000 ຄົນ ທາງ​ການ​ໄຕ້​​ຫວັນ​ເຜີຍ​ຕອນ​ນີ້​ປະຊາຊົນ​ນັບ​ໝື່ນ​ຢູ່​ກັນ​ຢ່າງ​ບໍ່​ມີ​ໄຟ​ຟ້າ​ໃຊ້ ຂະນະ​ທີ່​ປະຊາຊົນ​ອີກ 24,000 ລາຍ ໄດ້ຮັບ​ຄຳ​ແນະ​ນຳ​ໃຫ້​ກຽມ​ພ້ອມ​ອົບພະ​ຍົບ ຢ່າງໃດ​ກໍ​ດີ​ມີ​ການ​ຈັດ​ຕັ້ງ​ສູນ​ຊ່ວຍເຫລືອ​ຜູ້​ປະ​ສົບ​ໄພ​ຂຶ້ນ​ແລ້ວ​ກວ່າ 100 ແຫ່ງ
ນອກ​ຈາກ​ນີ້​ທາງ​ການ​ໄຕ້​​ຫວັນ​ຍັງ​ໄດ້​ປະ​ກາດ​ແນະ​ນຳ​ໃຫ້​ປະຊາຊົນ​ທີ່​ຢູ່​ຕາມ​ຊາຍ​ຝັ່ງ​ອົບ​ພະຍົບ ເພາະ​ຊູ​ເປີລ໌​ໄຕ້​ຝຸ່ນ​ທີ່​ພັດ​ຖະ​ຫລົ່ມ​ໃນ​ໄລຍະຊູ​ເປີລ໌​ມູນ​ເຊັ່ນ​ນີ້​ນັ້ນ​ເຮັດໃຫ້​ຄື້ນ​ຍິ່ງ​ອັນຕະລາຍ​ຫລາຍ​ຂຶ້ນ​ອີກ ເນື່ອງ​ຈາກ​ມີ​ແຮງ​ດຶງ​ດູດ​ຈາກ​ດວງຈັນ​ຫລາຍ​ຂຶ້ນ

2909m2

 

ສ່ວນ​ທາງ​ຝັ່ງ​ຈີນ​ກໍ​ໄດ້​ປະ​ກາດ​ເຕືອນ​ໄພ​ໃນ​ລະ​ດັບ​ສີ​ແດງ ກ່ອນ​ທີ່​ພາ​ຍຸ​ຈະ​ພັດ​ຖະ​ຫລົ່ມ​ໃນ​ຕອນ​ສວຍຂອງ​ມື້​ນີ້ ໂດຍ​ກ່ອນ​ໜ້າ​ນີ້​ກໍ​ໄດ້​ມີ​ຄລິບ​ວິ​ດີ​ໂອ​ບັນ​ທຶກ​ພາບ​ຄື້ນ​ຊັດ​ຊາຍ​ຝັ່ງ​ອອກ​ມາ​ໃຫ້​ຊົມ ສະແດງ​ໃຫ້​ເຫັນ​ວ່າ​ຄື້ນ​ນັ້ນ​ລູກ​ໃຫຍ່​ ແລະ​ ພັດ​ຊາຍ​ຝັ່ງ​ຢ່າງ​ກະທັນຫັນ​
ສ່ວນ​ທີ່​ປະເທດ​ຍີ່​ປຸ່ນ​ນັ້ນ​ກໍ​ເລີ່ມ​ໄດ້ຮັບ​ຜົນ​ກະທົບ​ຈາກ​ຊູ​ເປີລ໌​ໄຕ້​ຝຸ່ນ​ລູກ​ນີ້​ແລ້ວ​ເຊັ່ນ​ກັນ ທາງ​ການ​ລະ​ບຸ​ວ່າ​ທີ່​ເກາະ​ອິ​ຊິ​ງາ​ກິ​ ແລະ​ ເກາະ​ແຫ່ງ​ອື່ນໆ ປະຊາຊົນ​ກໍ​ຢູ່​ກັນ​ຢ່າງ​ບໍ່​ມີ​ໄຟ​ຟ້າ​ໃຊ້​ແລ້ວ​ກວ່າ 3,200 ຄົວ​ເຮືອນ  ແລະ​ ໄດ້​ມີ​ການ​ລະ​ງັບ​ຖ້ຽວ​ບິນ​ພາຍ​ໃນ​ປະເທດ​ກວ່າ 100 ຖ້ຽວ​ບິນ​ແລ້ວ
ຢ່າງໃດ​ກໍ​ດີ​ຍັງ​ບໍ່​ມີ​ລາຍ​ງານ​ຜູ້​ບາດ​ເຈັບ​ ຫຼື ​ລາຍ​ງານ​ຄວາມ​ເສຍ​ຫາຍ​ໃດໆ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...