Homeຂ່າວຕ່າງປະເທດແມ່ເຖົ້າໄວ 104 ຖັກພົມຕົກແຕ່ງໄປທົ່ວເມືອງ ຫວັງໃຫ້ເມືອງງົດງາມ

ແມ່ເຖົ້າໄວ 104 ຖັກພົມຕົກແຕ່ງໄປທົ່ວເມືອງ ຫວັງໃຫ້ເມືອງງົດງາມ

Published on

2809m37

ເວັບ​ໄຊຕ໌ Boredpanda ເຜີຍ​ພາບ​ຂອງ​ເມືອງ​ສຸດ​ໜ້າ​ຮັກ​ແປກ​ຕາ​ຈາ​ກສະ​ກອດ​ແລນດ໌ ຊຶ່ງ​ປະ​ດັບ​ປະ​ດາ​ໄປ​ດ້ວຍ​​ພົມ​ຖັກ​ມື​ຫລາຍ​ສີ​ສັນ ແຕ່​ໃຜ​ຈະ​ເຊື່ອ​ວ່າ​ຜົນ​ງານ​ເຫລົ່າ​ນີ້​ຈະ​ເປັນ​ຝີ​ມື​ຂອງ​ເຈົ້າ​ແມ່ເຖົ້າ​ທວດ​ໄວ 104 ປີ
​ແມ່ເຖົ້າ​ທວດ​ສິນສະ​ປິນ​ລາຍ​ນີ້​ມີ​ນາມ​ວ່າ  ເກດຊ໌​ ເບດ ຊຶ່ງ​ຈະ​ວ່າ​ໄປ​ແລ້ວ​ເຈົ້າ​ແມ່ເຖົ້າ​ຄົນ​ນີ້​ຖື​ໄດ້​ວ່າ​ເປັນ​ສິນສະ​ປິນ​​ທີ່​ແກ່​ທີ່ສຸດ​ໃນ​ໂລກ​ເລີຍ​ກໍ​ວ່າ​ໄດ້ ​ແມ່ເຖົ້າ​ເກ​ດຊ໌​ໄດ້ຮັບ​ການ​ຊ່ວຍເຫລືອ​ຈາກ​ກຸ່ມ Souter Stormers ຊຶ່ງ​ເປັນ​ກຸ່ມ​ສິນ​ລະປະ​ແບບ​ລັບໆ ໃນ​ເມືອງ​ທີ່​ຈະ​ຄອຍຖ້າ​ສ້າງ​ຄວາມ​ສວຍງາມ​ໃຫ້​ກັບ​ເມືອງ​ດ້ວຍ​ການ​ຖັກ​ພົມ​ໄປ​ຕົກ​ແຕ່ງ​ຕາມ​ສະຖານ​ທີ່​ສຳຄັນ​ຕ່າງໆ ໃນ​ເມືອງ​ກວ່າ 46 ແຫ່ງ

2809m38

​ແມ່ເຖົ້າ​ເກ​ດຊ໌​ບອກວ່າ  ມັນ​ເປັນ​ໄອ​ເດຍ​ທີ່​ດີ​ຫລາຍ​ທີ່​ນາງ​ຈະ​ຕົກ​ແຕ່ງ​ເມືອງ​ໃຫ້​ສວຍງາມ ຄອບຄູ່​ໄປ​ກັບ​ການເຮັດ​ສິ່ງ​ທີ່​ຕົນ​ຮັກ​ຢ່າງ​ການ​ຖັກ​ພົມ ອີກ​ທັງ​ນາງ​ຍັງ​ມັກ​ໃຫ້​ຄົົນທີ່​ຜ່ານ​ໄປ​ມາ​ຊື່ນ​ຊົມ​ຜົນ​ງານ​ຂອງ​ນາງ​ດ້ວຍ ນອກ​ຈາກ​ນີ້​ລູກ​ສາວ​ໄວ 74 ປີ ຂອງ​ເຈົ້າ​ແມ່ເຖົ້າ​ເກ​ດຊ໌​ຍັງ​ເຜີຍ​ວ່າ ​ແມ່ເຖົ້າ​ຖັກ​​ຕະຫລອດ​ເວລາ​ແລະ​ຖັກ​ມາ​ຕະຫລອດ​ຊີວິດ ແມ່ເຖົ້າ​ມັກ​ຈະ​​ຖັກ​ໃຫ້​ກັບ​ພວກ​ເດັກນ້ອຍ ລວມ​ໄປ​ເຖິງ​ຖັກ​ເປັນ​ຜ້າ​ຄຸມ​ບ່ານຳອີກ​

2809m42

ນອກຈາກນີ້​ກຸ່ມ​ສີນລະປະ Souter Stormers ດັ່ງ​ກ່າວ​ປະກອບ​ໄປ​ດ້ວຍ​ສິນລະ​ປິນ​ຫລາຍ​ໄວ​ນຳກັນ ຊຶ່ງ​ຕ່າງ​ກໍ​ໄດ້ຮັບ​ແຮງ​ບັນ​ດານ​ໃຈ​ມາ​ຈາກ​​ແມ່ເຖົ້າ​ເກ​ດຊ໌​ທີ່​ໃຊ້​ຄວາມ​ສາມາດ​ດ້ານ​ສິນລະ​ປະ ​ແລະ​ ຄວາມ​ສ້າງສັນ​ມາ​ຕົກ​ແຕ່ງ​ເມືອງ​ໃຫ້​ໜ້າ​ຮັກ​ແບບນີ້ ແລະ ​ເຖິງວ່າ​​ແມ່ເຖົ້າ​ເກ​ດຊ໌​ຈະ​ມີ​ອາ​ຍຸ​ຫລາຍ​ເຖິງ 104 ປີ ແຕ່​ທາງ​ຕົວ​ແທນ​ຂອງ​ກຸ່ມ​ສິນລະ​ປະ​ກຸ່ມ​ນີ້ ກໍ​ຍັງ​ຢືນຢັນ​ຢ່າງ​ໝັ່ນໃຈ​ວ່າ​ອາ​ຍຸ​ຂອງ​​ແມ່ເຖົ້າ​ເກດຊ໌​ນັ້ນ​ບໍ່​ໄດ້​ເປັນ​ອຸປະສັກ​ຕໍ່​ຜົນ​ງານ​ສິນລະ​ປະ​ຮ່ວມ​ສະໄໝ​ນີ້​ແຕ່​ຢ່າງ​ໃດ..  ໜ້າ​ຮັກ​ຂະໜາດ​ນີ້ເກືອບ​ບໍ່​ເຊື່ອ​ເລີຍ​​ວ່າ​ເປັນ​ຝີ​ມື​ຂອງ​​ແມ່ເຖົ້າ​ທວດ

2809m39 2809m40 2809m41

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...