Homeຂ່າວຕ່າງປະເທດຍີ່ປຸ່ນ-ໄຕ້ຫວັນ ກຽມຮັບມືພາຍຸໄຕ້ຝຸ່ນ ຄວາມຮຸນແຮງລະດັບ 4!!

ຍີ່ປຸ່ນ-ໄຕ້ຫວັນ ກຽມຮັບມືພາຍຸໄຕ້ຝຸ່ນ ຄວາມຮຸນແຮງລະດັບ 4!!

Published on

2809m5

ເມື່ອ​ວັນທີ່ 28 ກັນຍາ ເວັບ​ໄຊຕ໌​ສະ​ເຕດ​ທາມ ລາຍ​ງານ​ວ່າ ຍີ່​ປຸ່ນ​ກຽມ​ຮັບ​ມື “ພາຍຸໄຕ້​ຝຸ່ນ​” ທີ່​ກຳ​ລັງ​​ເຄື່ອນ​ຕົວ​ພັດ​ຖະ​ຫລົ່ມ​ໄຕ້​​ຫວັນ​ ແລະ​ ມີ​ຄວາມ​ຮຸນແຮງ​ລະ​ດັບ 4 ຄາດ​ຈະ​ເຮັດໃຫ້​ເກີດ​ຝົນ​ຕົກ​ໜັກ ແລະ ​ດິ​ນ​ເຈື່ອນ​ໃນ​ບາງ​ພື້ນ​ທີ່
          ລາຍ​ງານ​ລະ​ບຸ​ວ່າ ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ເກືອບ 3,000 ຄົນ ຕ້ອງ​ອົບ​ພະຍົບ​ອອກຈາກ​ເກາະ​ນອກ​ຊາຍ​ຝັ່ງ​ໄຕ້​​ຫວັນ​ເມື່ອ​ວັນທີ່ 27 ກັນຍາ​ທີ່​ຜ່ານມາ ກ່ອນ​ທີ່​ພາ​ຍຸ​ໄຕ້​ຝຸ່ນ​ ຊຶ່ງ​ມີ​ຄວາມ​ໄວ​ລົມ​ປະມານ 210 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຈະ​ເລີ່ມ​ເຄື່ອນ​ຕົວ​ເດີນໜ້າ​ພັດ​ຖະ​ຫລົ່ມ​ໄຕ້​ຫວັນ ແລະ​ ຈະ​ເຄື່ອນ​ຕົວ​ຕໍ່ໄປ​ຍັງ​ເກາະ​ອິ​ຊິ​ງາ​ກິ​ຂອງ​ຍີ່​ປຸ່ນ​ໃນ​ຕອນສວຍຂອງ​ມື້​ນີ້ ລວມ​ເຖິງ​ພັດ​ໄປ​ຍັງ​ຈີນ​ໃນ​ມື້​ອື່ນ

2809m5-1

ໜ່ວຍ​ງານ​ອຸ​ຕຸ​ນິຍົມ​ວິທະຍາ​ຂອງ​ຍີ່​ປຸ່ນ ໄດ້​ອອກ​ປະ​ກາດ​ເຕືອນ​ປະຊາຊົນ​ວ່າ ໄຕ້​ຝຸ່ນ​ລູກ​ນີ້​ເບິ່ງ​ຄື​ຈະເພີ່ມ​ຄວາມ​ຮຸນແຮງ​ຂຶ້ນ​ເປັນ​ລະ​ດັບ 5 ໄດ້ ຖ້າຫາກ​ໄຕ້​ຝຸ່ນ​ເຄື່ອນ​ຕົວ​ເຂົ້າ​ຍີ່​ປຸ່ນ ອາດ​ເຮັດໃຫ້​ເກີດ​ຄື້ນ​ສູງ​ເຖິງ 13 ແມັດ ຂໍ​ໃຫ້​ປະຊາຊົນ​ກຽມ​ຮັບ​ມື​ກັບ​ຝົນ​ຕົກ​ໜັກ ແລະ ​ອາດ​ມີ​ດິນເຈື່ອນ​ໃນ​ບາງ​ພື້ນ​ທີ່ ຂະນະ​ທີ່​ຕອນ​ນີ້​ຖ້ຽວ​ບິນ​ໄດ້​ຖືກ​ລະ​ງັບ​ໄປແດ່​ແລ້ວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...