spot_img
Homeຂ່າວພາຍ​ໃນສຸວັນນີການຄ້າ ກຽມອອກຈໍາໜ່າຍ 25 ລ້ານຮຸ້ນຕໍ່ມວນຊົນ ລະດົມທຶນຂະຫຍາຍທຸລະກິດ!

ສຸວັນນີການຄ້າ ກຽມອອກຈໍາໜ່າຍ 25 ລ້ານຮຸ້ນຕໍ່ມວນຊົນ ລະດົມທຶນຂະຫຍາຍທຸລະກິດ!

Published on

Suvanny stockmarket

ບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ກຽມອອກຈໍາໜ່າຍຮຸ້ນສາມັນໃຫ້ແກ່ມວນຊົນຈໍານວນ 25 ລ້ານຮຸ້ນໃນໄວໆນີ້, ພາຍຫລັງສໍາເລັດການຍື່ນໜັງສືຊວນຊື້ຕໍ່ຄະນະກໍາມະການຄຸ້ມຄອງຫລັກຊັບ(ສຄຄຊ) ເພື່ອຂໍອະນຸຍາດອອກຈໍາໜ່າຍຮຸ້ນເພີ່ມທຶນໃຫ້ແກ່ມວນຊົນຄັ້ງທໍາອິດ ໃນຈໍານວນດັ່ງກ່າວ ເພື່ອລະດົມທຶນໄປຂະຫຍາຍທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດຮອງຮັບການແຂ່ງຂັນ ໃນການເປີດເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015.

ທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ກ່າວໃນພິທີຖະແຫລງຂ່າວເມື່ອທ້າຍອາທິດຜ່ານມາຢູ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນວ່າ: ສຸວັນນີໂຮມເຊັນເຕີດໍາເນີນທຸລະກິດຈຳໜ່າຍສິນຄ້າ ແລະ ບໍລິການທາງດ້ານວັດສະດຸກໍ່ສ້າງຕົກແຕ່ງເຮືອນ ແລະ ອາຄານແບບຄົບວົງຈອນ, ມີສູນວາງສະແດງສິນຄ້າຂະໜາດໃຫຍ່ ແລະ ທັນສະໄໝເປັນອັນດັບໜຶ່ງໃນລາວ ແລະ ເມື່ອວັນທີ 23 ກັນຍາ 2015 ບໍລິສັດໄດ້ຍື່ນຄຳຂໍສະເໜີຂາຍຮຸ້ນສາມັນເພີ່ມທຶນ ໃຫ້ແກ່ປະຊາຊົນເປັນຄັ້ງທຳອິດ (IPO) ຕໍ່ສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ (ສຄຄຊ) ຈຳນວນ 25 ລ້ານຮຸ້ນ ມູນຄ່າທີ່ກຳນົດໄວ້ (Par) ຮຸ້ນລະ 2.000 ກີບ. ປັດຈຸບັນບໍລິສັດມີທຶນຈົດທະບຽນຊຳລະແລ້ວຈຳນວນ 280 ຕື້ກີບ, ມູນຄ່າທີ່ກຳນົດໄວ້ (Par) ຮຸ້ນລະ 2.000 ກີບແລະ ພາຍຫລັງເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວ (LSX) ບໍລິສັດຈະມີທຶນຈົດທະບຽນຊຳລະແລ້ວເປັນຈໍານວນ 330 ຕື້ກີບ, ສ່ວນການກຳນົດລາຄາສະເໜີຂາຍຮຸ້ນສາມັນເພີ່ມທຶນໃຫ້ແກ່ປະຊາຊົນ (IPO) ຈະມີການກຳນົດລາຄາ ເມື່ອທາງສຳນັກງານສຄຄຊອະນຸມັດໃຫ້ສະເໜີຂາຍຮຸ້ນສາມັນເພີ່ມທຶນ ໃຫ້ປະຊາຊົນເປັນທີ່ຮຽບຮ້ອຍແລ້ວ.

ປັດຈຸບັນບໍລິສັດມີສາຂາຈຳນວນ 4 ສາຂາຄື: ສາຂາໂພນຕ້ອງ, ສີໄຄ, ທົ່ງຂັນຄຳ ແລະ ທົ່ງຕູມ ໂດຍສິນຄ້າຈະແບ່ງອອກເປັນ 7 ກຸ່ມຄື: ກຸ່ມກະໂລ້ ແລະ ໂຄງສ້າງເຫລັກ, ກຸ່ມຫລັງຄາ ແລະ ຕົບແຕ່ງໂຄງສ້າງ, ກຸ່ມສີ ແລະ ທໍ່, ກຸ່ມໄຟຟ້າ ແລະເຄື່ອງມືຊ່າງ, ກຸ່ມສຸຂະພັນ ແລະ ຫ້ອງນ້ຳ, ກຸ່ມລິບ ແລະ ຂັ້ນໄດເລື່ອນ ແລະ ກຸ່ມເຟີນີເຈີ ແລະ ເງິນທີ່ໄດ້ຈາກການລະດົມທຶນບໍລິສັດຈະນຳໄປລົງທຶນກໍ່ສ້າງສາຂາເພີ່ມອີກ 3 ສາຂາຄື: ສາຂາເສັ້ນທາງ 450 ປີ, ນະຄອນຫລວງວຽງຈັນ, ສາຂາປາກເຊ ແລະ ສາຂາປາກຊັນ ແລະ ສ່ວນໜຶ່ງຈະນຳໄປເປັນທຶນໝູນວຽນໃນກິດຈະການເພື່ອຮອງຮັບການເຕີບໃຫຍ່ທີ່ເພີ່ມຂຶ້ນໃນອະນາຄົດ ແລະ ເພື່ອຮອງຮັບການເປີດປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ທີ່ເຊື່ອວ່າຈະເຮັດໃຫ້ການລົງທຶນທັງພາກອຸດສາຫະກຳ ແລະຄົວເຮືອນ, ເຊິ່ງຈະເຮັດໃຫ້ເສດຖະກິດໃນລາວມີການເຕີບໃຫຍ່ເທື່ອລະກ້າວ.

ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການບໍລິສັດຫລັກຊັບ ເອພີເອັມລາວ ຈຳກັດ (APMLAO) ໃນຖານະທີ່ປຶກສາທາງການເງິນຂອງ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ກ່າວວ່າ: ໄດ້ຍື່ນໜັງສືຂໍອະນຸຍາດອອກຈໍາໜ່າຍຮຸ້ນເພີ່ມທຶນໃຫ້ແກ່ມວນຊົນຄັ້ງທໍາອິດ(Filling) ຕໍ່ ສຄຄຊ ເປັນທີ່ຮຽບຮ້ອຍແລ້ວເມື່ອວັນທີ 23 ກັນຍາ 2015 ເພື່ອຂໍຈົດທະບຽນໃນຕະຫລາດຫລັກຊັບລາວ (LSX) ເຊິ່ງຈະມີສ່ວນສຳຄັນໃນການເຮັດໃຫ້ທຸລະກິດມີການຂະຫຍາຍໂຕຢ່າງວ່ອງໄວ ລວມເຖິງການເພີ່ມຄວາມເຂັ້ມແຂງໃນການແຂ່ງຂັນທຸລະກິດ ເພື່ອຮອງຮັບການເປີດປະຊາຄົມເສດຖະກິດອາຊຽນທີ່ກຳລັງຈະມາຮອດໃນທ້າຍປີ 2015, ໂດຍບໍລິສັດມີຜົນການດຳເນີນງານຢ້ອນຫລັງ 3 ປີດັ່ງນີ້: 2014 ລາຍໄດ້ລວມ 311,28 ຕື້ກີບກຳໄລສຸດທິປະມານ 21,25 ຕື້ກີບ, ປີ 2013 ມີລາຍໄດ້ລວມ 264,37 ຕື້ກີບກຳໄລສຸດທິປະມານ 14,19 ຕື້ກີບ ແລະ ປີ 2012 ລາຍໄດ້ລວມ 230,45 ຕື້ກີບກຳໄລສຸດທິປະມານ 10,64 ຕື້ກີບ ແລະ ເຊື່ອວ່າບໍລິສັດມີໂອກາດທີ່ຈະຂະຫຍາຍໂຕໄດ້ຢ່າງກ້າວກະໂດດ ເພາະວ່າເມື່ອເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວ ຈະເຮັດໃຫ້ບໍລິສັດມີຊື່ສຽງຫລາຍຂຶ້ນ, ເປັນທີ່ຍອມຮັບໃນລະດັບມາດຕະຖານສາກົນ ແລະ ເຮັດໃຫ້ມີຖານທຶນທີ່ແຂງແກ່ນ, ເຮັດໃຫ້ສາມາດຂະຫຍາຍສາຂາເພີ່ມຜະລິດຕະພັນ, ເພີ່ມກຸ່ມລູກຄ້າ ແລະ ເພີ່ມຊ່ອງທາງການຈຳໜ່າຍໄດ້ຫລາຍຂຶ້ນ ແລະ ໝັ້ນໃຈວ່າຈະສ້າງຜົນຕອບແທນກັບຄືນສູ່ຜູ້ຖືຮຸ້ນ ແລະ ນັກລົງທຶນໄດ້ຢ່າງເປັນທີ່ໜ້າເພິ່ງພໍໃຈ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...