Homeຂ່າວພາຍ​ໃນປະທານ​ປະ​ເທດທ່ານ ຈູມມະລີ ໄຊຍະສອນ ​ເດີນທາງ​ໄປຮ່ວມ​ກອງ​ປະຊຸມ​​ສະຫະ​ປະຊາ​ຊາດທີ່​ນິວຢອກ

ປະທານ​ປະ​ເທດທ່ານ ຈູມມະລີ ໄຊຍະສອນ ​ເດີນທາງ​ໄປຮ່ວມ​ກອງ​ປະຊຸມ​​ສະຫະ​ປະຊາ​ຊາດທີ່​ນິວຢອກ

Published on

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ບັນກີມູນ, ທ່ານປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ທ່ານ ຈູມມາລີ ໄຊຍະສອນ ພ້ອມຄະນະ, ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອົງການສະຫະປະຊາຊາດເພື່ອຮັບຮອງເອົາວາລະການພັດທະນາຫລັງປີ 2015 ແລະ ກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 70 ເຊຶ່ງຈະໄຂຂຶ້ນໃນລະຫວ່າງວັນທີ 25 ກັນຍາ ຫາ ວັນທີ 1 ຕຸລາ 2015 ທີ່ນະຄອນນິວຢອກ, ສະຫະລັດອາເມລິກາ.

ກອງປະຊຸມດັ່ງກ່າວ, ມີປະມຸກລັດ, ຫົວໜ້າລັດຖະບານຈາກ 150 ກວ່າປະເທດເຂົ້າຮ່ວມ, ເພື່ອພ້ອມກັນສະຫລຸບຕີລາຄາການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ(MDGs)ຕະຫລອດໄລຍະ 15 ປີຜ່ານມາ ແລະ ພິຈາລະນາຮັບຮອງເອົາວາລະການພັດທະນາຫລັງປີ 2015, ລວມທັງເປົ້າໝາຍການພັດທະນາແບບຍືນຍົງທີ່ກວມເອົາ 3 ດ້ານຄື: ດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ໂດຍວົງຄະນາຍາດສາກົນຈະຕ້ອງພ້ອມກັນຈັດຕັ້ງປະຕິບັດໃນໄລຍະ 15 ປີຕໍ່ໜ້າ, ພ້ອມນັ້ນ ບັນດາຜູ້ນຳໂລກຍັງຈະໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາທີ່ພົ້ນເດັ່ນໃນໂລກເປັນຕົ້ນ: ການຮ່ວມມືສາກົນເພື່ອການພັດທະນາ, ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ແລະ ທົບທວນຄືນການປະຕິບັດພາລະບົດບາດຂອງອົງການສະຫະປະຊາຊາດໃນໂອກາດສະຫລອງ 70 ປີແຫ່ງການສ້າງຕັ້ງອົງການສະຫະປະຊາຊາດ ແລະ ກຳນົດແນວທາງການປັບປຸງອົງການສະຫະປະຊາຊາດໃນຕໍ່ໜ້າ, ລວມທັງດຳເນີນການປະຕິຮູບອົງການໃຫ້ມີຄວາມສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ.

ນອກຈາກນັ້ນ, ຄະນະຜູ້ແທນລາວຍັງຈະເຂົ້າຮ່ວມກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆ ແລະ ພົບປະສອງຝ່າຍກັບຄະນະຜູ້ແທນຕ່າງປະເທດຈຳນວນໜຶ່ງ, ຫລັງຈາກເຂົ້າຮ່ວມກອງປະຊຸມສຸດຍອດອົງການສະຫະປະຊາຊາດແລ້ວ,ປະທານປະເທດແຫ່ງ ສປປ ລາວ ຈະໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ກູບາແຕ່ວັນທີ 2-4 ຕຸລາ 2015 ຕື່ມອີກ.

presiden-of-laos

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...