Homeຂ່າວຕ່າງປະເທດມຽນມາເປີດເຂດເສດຖະກິດພິເສດຕິລາວາ ຄາດສ້າງວຽກເຮັດງານທຳເຖິງ 40,000 ຕຳແໜ່ງ!

ມຽນມາເປີດເຂດເສດຖະກິດພິເສດຕິລາວາ ຄາດສ້າງວຽກເຮັດງານທຳເຖິງ 40,000 ຕຳແໜ່ງ!

Published on

Myanmar and Japanese officials cut ribbons during the opening ceremony of the Thilawa Special Economic Zone at Thanlyin township outside Yangon

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 23 ກັນຍາຜ່ານມານີ້ ທ່ານ ຢານຕຸນ ຮອງປະທານາທິບໍດີມຽນມາ ໄດ້ເຂົ້າຮ່ວມພິທີເປີດເຂດເສດຖະກິດພິເສດຕິລາວາ (Thilawa) ໄລຍະທຳອິດ ຊຶ່ງຕັ້ງຢູ່ຫ່າງຈາກນະຄອນຢາງກຸ້ງໃຊ້ເວລາເດີນທາງປະມານ 1 ຊົ່ວໂມງ ໂດຍເຂດເສດຖະກິດພິເສດດັ່ງກ່າວນີ້ ຈະເປັນທີ່ຕັ້ງຂອງໂຮງງານປະມານ 100 ແຫ່ງ ທີ່ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວມຽນມາໄດ້ເຖິງ 40,000 ຄົນ ຊຶ່ງໂຄງການດັ່ງກ່າວນີ້ ແມ່ນເປັນການຮ່ວມມືລະຫວ່າງລັດຖະບານມຽນມາ ແລະ ລັດຖະບານຍີ່ປຸ່ນ ໃນມູນຄ່າທັງໝົດ 1,5 ຕື້ໂດລາ.

ທັງນີ້ ມຽນມາກຳລັງວາງແຜນຈະສ້າງເຂດເສດຖະກິດພິເສດຂຶ້ນອີກ 2 ແຫ່ງຢູ່ເມືອງທະວາຍ ທ່າເຮືອທາງພາກໃຕ້ ແລະ ຢູ່ເມືອງຈອກພະຍູ ທາງພາກຕາເວັນຕົກຂອງປະເທດ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...