Homeຂ່າວພາຍ​ໃນລັດຖະບານລາວ ເປີດກວ้າງໃຫ້ນັກລົງທຶນຕ່າງປະເທດ ມາລົງທຶນຢູ່ລາວເພີ່ມຂຶ້ນ

ລັດຖະບານລາວ ເປີດກວ้າງໃຫ້ນັກລົງທຶນຕ່າງປະເທດ ມາລົງທຶນຢູ່ລາວເພີ່ມຂຶ້ນ

Published on

23

ຂປລ. ລັດຖະບານ ແຫ່ງ ສປປ ລາວ ໄດ້ມີ​ນະ​ໂຍບາຍ​ເປີດ​ກ້ວາງ​ ການ​ລົງທຶນ​ ຂອງ​ຕ່າງປະ​ເທດ ໂດຍສະເພາະ ສປ ຈີນ ແລະ ບັນດາປະເທດອາຊຽນ ໃຫ້ເຂົ້າມາລົງທຶນໃນ ສປປ ລາວ ​ໃນ​ຂະ​ແໜງ​ການ​ຕ່າງໆ ຫລາຍ​ຂຶ້ນ ເຊິ່ງໄດ້ມີ​ກົດໝາຍ​ສົ່ງ​ເສີມ ​ການ​ລົງທຶນ ແລະ ນິຕິກຳຕ່າງໆ​ ເພື່ອຮັບຮອງ​ ໃນ​ການ​ລົງທຶນ​ ຂອງ​ຕ່າງປະ​ເທດ ຢູ່ ສປປ ລາວ.

ທ່ານ ສົມສະຫວາດ ເລັງສະຫວັດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນພິທີເປີດງານ​ ວາງສະ​ແດງ​ສິນຄ້າ ​ຈີນ-ອາ​ຊຽນ ຄັ້ງທີ 12 ທີ່​ເມືອງໜານ​ໜິງ ​ແຂວງ​ກວາງຊີ ສປ ຈີນ ໃນ​ວັນ​ທີ 18 ກັນຍາ 2015 ນີ້ວ່າ: ລັດຖະບານ ແຫ່ງ ສປປ ລາວ ໄດ້ເປີດກວ้າງ ແລະ ປັບປຸງບັນດານິຕິກຳ, ນະໂຍບາຍດ້ານຕ່າງໆ ເພື່ອສົ່ງເສີມການລົງທຶນຂອງຕ່າງປະເທດເຂົ້າມາລົງທຶນຢູ່ລາວ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ. ພ້ອມດຽວກັນນັ້ນ ກໍໄດ້ກຳນົດລະບຽບການລະອຽດ ໃນການລົງທຶນສ້າງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຈຳນວນ 58 ໂຄງການ ເຊິ່ງມາຮອດປັດຈຸບັນ ໄດ້ອະນຸມັດ ໃຫ້ດຳເນີນ ທຸລະກິດແລ້ວ 11 ແຫ່ງ ໃນທົ່ວປະເທດ.

ພ້ອມ ​ນີ້ ທ່ານ ສົມສະຫວາດ ເລັງສະຫວັດ ຍັງໄດ້​ເຊີນຊວນ​ບັນດາ​ນັກທຸລະກິດ​ຈາກ ສປ ຈີນ ແລະ ບັນດາ​ບັນດາ​ປະ​ເທດອາ​ຊຽນ ເຂົ້າ​ມາ​ສຶກສາຄົ້ນ​ຄວ້າ ຫາໂອກາດ​ການ​ລົງທຶນ ໃນ​ຂະ​ແໜງ​ການ​ຕ່າງໆ ຢູ່ ສປປ ລາວ ເຊິ່ງລັດຖະບານ ​ລາວກຽມພ້ອມ​ທຸກ​ຢ່າງ​ ເພື່ອໃຫ້​ຄວາມ​ສະດວກແກ່​ນັກທຸລະກິດ ທີ່​ມີ​ຈຸດ​ປະສົງຢາກ​ມາລົງທຶນ​ຢູ່ ສປປ ລາວ​. ປັດຈຸບັນ ການລົງທຶນຂອງນັກທຸລະກິດຈີນ ຢູ່ ສປປ ລາວ ບັນລຸ 5,3 ຕື້ໂດລາສະຫະລັດ ຈັດຢູ່ອັນດັບ 1 ຂອງການລົງທຶນຕ່າງປະເທດ ແລະ ດ້ານການທ່ອງທ່ຽວ ຈັດຢູ່ໃນອັນດັບ 3 ຂອງນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວ ໃນ ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...