Homeຂ່າວຕ່າງປະເທດກຳມະກອນ 72 ຄົນ ເບື່ອສານເຄມີໃນໂຮງງານຢູ່ເມືອງໄຊທານີ ແພດ ນ.ວ ເຕືອນໃຫ້ລະວັງ!

ກຳມະກອນ 72 ຄົນ ເບື່ອສານເຄມີໃນໂຮງງານຢູ່ເມືອງໄຊທານີ ແພດ ນ.ວ ເຕືອນໃຫ້ລະວັງ!

Published on

poisonVR_041813_vr_tif_
(ພາບປະກອບ)

ຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 21 ກັນຍານີ້, ໜ່ວຍງານຂອງຕົນໄດ້ຮັບໂທລະສັບຈາກໂຮງໂຮງແຫ່ງໜຶ່ງວ່າ: ມີພະນັກງານເມົາ (ເບື່ອ) ສານເຄມີພາຍໃນໂຮງງານແຫ່ງໜຶ່ງ, ຈາກນັ້ນໜ່ວຍງານຂອງຕົນຈຶ່ງໄດ້ລົງກວດກາ ແລະ ສອບສວນໂຮງງານດັ່ງກ່າວ ພົບພະ ນັກງານ ແລະ ກຳມະກອນຈຳນວນ 72 ຄົນ ໃນຈຳນວນ 400 ຄົນ, ມີອາການວຽນຫົວ, ປວດຮາກ, ສັນເຊັນຕາມຮ່າງ ກາຍ ແລະ ມຶນຕາມຄໍ່ຕີນຄໍ່ມື ແລະ ຈາກການກວດຢ່າງລະອຽດແພດສັນນິຖານວ່າເປັນການເບື່ອສານເຄມີປະເພດຢາຂ້າແມງໄມ້ ແລະ ຈາກການບອກເລົ່າຂອງພະນັກງານຄົນໜຶ່ງວ່າ: ໃນວັນທີ 20 ກັບຍາທາງໂຮງງານໄດ້ມີການພົ່ນຢາ ຂ້າຍຸງພາຍໃນໂຄງງານ, ດັ່ງນັ້ນ ຈຶ່ງອາດເປັນໄດ້ວ່າເປັນການເບື່ອເມົາຢາຂ້າຍຸງອັນເນື່ອງຈາກໃສ່ຢາໃນປະລິມານທີ່ເຂັ້ມຂຸນເກີນໄປຈຶ່ງເຮັດໃຫ້ຢານານລະເຫີຍ ແລະ ພະນັກງານໄດ້ສູບດົມເຂົ້າໄປຈຶ່ງມີອາການເບື່ອເກີດຂຶ້ນ ແລະ ເພື່ອຄວາມປອດໄພຂອງພະນັກງານພາຍໃນໂຮງງານດັ່ງກ່າວ, ພາກສ່ວນກ່ຽວຂ້ອງໄດ້ສັ່ງໃຫ້ໂຮງງານຢຸດການເຮັດວຽກເປັນເວລາ 2-3 ວັນເພື່ອໃຫ້ສານເຄມີລະເຫີຍໝົດໄປ, ສ່ວນຜູ້ທີ່ມີອາການເບື່ອທັງໝົດແມ່ນໄດ້ຮັບການປິ່ນປົວ ແລະ ຫາຍດີແລ້ວ, ເຖິງຢ່າງໃດກໍຂໍເຕືອນມາຍັງໂຮງຈັກໂຮງງານ ແລະ ຊົນຊຸມຕ່າງໆຄວນມີສະຕິລະວັງຕົວໃນການນຳໃຊ້ຢາຂ້າແມງໄມ້ປະເພດຕ່າງໆ ແລະ ຄວນປະຕິບັດຕາມວິທີການນຳໃຊ້ຢ່າງເຂັ້ມງວດ ແລະ ສິ່ງສຳຄັນແມ່ນຕ້ອງໃຊ້ຜ້າອັດປາກທຸກຄັ້ງເມື່ອໃຊ້ສານເຄມີເພື່ອເປັນການປ້ອງກັນຕົວ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...