spot_img
Homeຂ່າວການສຶກສາລັດຖະມົນຕີຊ່ວຍກະຊວງສຶກສາທິການ ແລະ ກິລາ ຢ້ຽມຢາມສູນການສຶກສາຢູ່ແຂວງຫົວພັນ

ລັດຖະມົນຕີຊ່ວຍກະຊວງສຶກສາທິການ ແລະ ກິລາ ຢ້ຽມຢາມສູນການສຶກສາຢູ່ແຂວງຫົວພັນ

Published on

ເມື່ອຕອນເຊົ້າວັນທີ 20 ກັນຍາ 2015, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເບັນ ເຕໂຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສູນການສຶກສານອກໂຮງຮຽນແຂວງຫົວພັນ, ເຊິ່ງມີ ທ່ານ ເພີດ ມາປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ພ້ອມດ້ວຍຜູ້ອຳນວຍການສູນ ແລະ ພະນັກງານວິຊາການໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດນີ້, ທ່ານ ນາງ ຈັນພອນ ກອງມະນີ ຜູ້ອຳນວຍການສູນການສຶກສານອກໂຮງຮຽນ ແຂວງຫົວພັນ ລາຍງານໃຫ້ຮູ້ວ່າ: ນັບມາຮອດສົກຮຽນ 2014-2015 ຜ່ານມາ, ສູນຂອງພວກເຮົາມີ ພະນັກງານຄູ-ອາຈານ ທັງໝົດ 15 ຄົນ, ຍິງ 8 ຄົນ ໃນນີ້ລະດັບປະລິນຍາຕີ 11 ຄົນ ແລະ ຊັ້ນສູງ 4 ຄົນ. ສຳລັບໃນສົກຮຽນຜ່ານມາ ມີນັກຮຽນຊັ້ນ ມ ຕົ້ນ ທັງໝົດ 171 ຄົນ, ຍິງ 20 ຄົນ ໃນນັ້ນມາຈາກກຳລັງປ້ອງກັນຊາດ 112 ຄົນ, ຍິງ 2 ຄົນ, ປ້ອງກັນຄວາມສະຫງົບ 5 ຄົນ ໂດຍໃນສົກຮຽນດັ່ງກ່າວມີທັງໝົດ 4 ຂັ້ນຮຽນ ຄື: ຂັ້ນ ມ 4, ມີນັກຮຽນ 15 ຄົນ, ຍິງ 2 ຄົນ, ຂັ້ນ ມ 5 ມີນັກຮຽນ 19 ຄົນ, ຍິງ 3 ຄົນ, ຂັ້ນ ມ 6 ມີນັກຮຽນ 59 ຄົນ, ຍິງ 4 ຄົນ ແລະ ຂັ້ນ ມ 7 ມີນັກຮຽນ 78 ຄົນ, ຍິງ 11 ຄົນ.

ຜ່ານການສອບເສັງໃນສົກຮຽນຜ່ານມາ ຜົນປາກົດວ່າ ຂັ້ນ ມ 4 ນັກຮຽນມີໜ້າເຂົ້າສອບເສັງ 13 ຄົນ, ຍິງ 1 ຄົນ ເສັງໄດ້ 100 ເປີເຊັນ ທຽບໃສ່ແຜນການລື່ນຄາດໝາຍ 5 ເປີເຊັນ; ຂັ້ນ ມ 5 ນັກຮຽນມີໜ້າເຂົ້າສອບເສັງ 16 ຄົນ, ຍິງ 2 ຄົນ ເສັງໄດ້ 100 ເປີເຊັນ ທຽບໃສ່ແຜນການລື່ນຄາດ ໝາຍ 10 ເປີເຊັນ; ຂັ້ນ ມ 6 ນັກຮຽນມີໜ້າເຂົ້າສອບເສັງ 56 ຄົນ, ຍິງ 4 ຄົນ ເສັງໄດ້ 100 ເປີເຊັນ ທຽບໃສ່ແຜນການລື່ນຄາດໝາຍ 10 ເປີເຊັນ ແລະ ຂັ້ນ ມ 7 ນັກຮຽນມີໜ້າເຂົ້າສອບເສັງ 77 ຄົນ, ຍິງ 10 ຄົນ ທຽບໃສ່ແຜນການລື່ນຄາດໝາຍ 5 ເປີເຊັນ, ໃນການສອບເສັງຄັ້ງນີ້ມີນັກຮຽນ ເສັງໄດ້ທີ 1 ຂັ້ນ ມ 4 ແມ່ນທ້າວ ຕຸກ, ຂັ້ນ ມ 5 ທ້າວ ສາຍຄິດ, ຂັ້ນ ມ 6 ນາງ ນີ ແລະ ຂັ້ນ ມ 7 ມີ ຈຳນວນ 2 ຄົນ ຄື: ທ້າວ ປວນພອນ ແລະ ນາງ ນິດ. ພ້ອມດຽວກັນນັ້ນ, ຍັງມີນັກຮຽນບາງ ຄົນເສັງຍາດໄດ້ຄະແນນສະເລ່ຍ 7,00 ຈຳນວນ 2 ສ່ວນ 3 ຂອງວິຊາຮຽນ ມີ 4 ຄົນ ໂດຍໄດ້ຮັບ ທຶນການສຶກສາຄົນລະ 500.000 ກີບ.

ທັງນີ້, ສຳລັບໃນສົກຮຽນ 2015-2016, ປັດຈຸບັນສູນການສຶກສານອກໂຮງຮຽນແຂວງຫົວພັນ ກຳລັງເປີດຮັບສະໝັກນັກຮຽນໃໝ່ ໂດຍໃນປີນີ້ຄາດວ່າຈະຮັບນັກນັກເຂົ້າຮຽນໃນສູນຈຳນວນ 200 ຄົນ ແລະ ຈະເປີດການຮຽນ-ການສອນຢ່າງເປັນທາງການ ນັບແຕ່ວັນທີ 1 ຕຸລານີ້ ເປັນຕົ້ນໄປ.

ໃນຂະນະດຽວກັນນີ້, ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງ ສສກ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ສູນການສຶກສານອກໂຮງຮຽນແຂວງຫົວພັນຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງ ຮຽກຮ້ອງໃຫ້ສູນດັ່ງກ່າວ ສືບຕໍ່ຈັດຕັ້ງການຮຽນ-ການສອນໃຫ້ພໍ່-ແມ່ປະຊາຊົນທີ່ຍັງບໍ່ທັນສາມາດອ່ານ ໄດ້ຂຽນເປັນ ຫຼື ຜູ້ທີ່ຮຽນຈົບຊັ້ນປະຖົມບຳລຸງແລ້ວ ໃຫ້ໄດ້ມີໂອກາດດ້ານການສຶກສາຢ່າງເທົ່າທຽມກັນ ເພາະສູນການສຶກສາຊຸມຊົນແມ່ນມີປະໂຫຍດຫຼາຍ ໃນການປະກອບສ່ວນເຂົ້າໃນການລຶບລ້າງຄວາມ ທຸກຍາກຂອງລັດຖະບານ ຍ້ອນມັນຕິດພັນກັບການສຶກສາ. ຄຽງຄູ່ກັບການຮຽນພາກທິດສະດີນັ້ນ ກໍ່ໃຫ້ສອນພາກປະຕິບັດຕົວຈິງໄປພ້ອມ ເພື່ອໃຫ້ເຂົາເຈົ້າເຂົ້າໃຈບົດຮຽນໄດ້ຢ່າງເລິກເຊິ່ງ ແລະ ມີວິຊາ ຊີບຕິດຕົວໄປພ້ອມ ເຊັ່ນ: ການປູກເຫັດ, ລ້ຽງປາ, ລ້ຽງໄກ່ ແລະ ອື່ນໆ ທັງນີ້ກໍ່ເພື່ອບັນເປົ້າໝາຍສະ ຫັດສະວັດດ້ານການພັດທະນາ ແລະ ເປົ້າໝາຍການສຶກສາເພື່ອຄຸກຄົນ ໃນປີ 2015 ນີ້.

12004880_1658515327768931_8948701489491387873_n

12003347_1658515341102263_7556122782832567198_n

12039708_1658515324435598_5187740311943443357_n

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...