Homeຂ່າວຕ່າງປະເທດນະວັດຕະກຳ! ຄອນກີດດູດນ້ຳ“ແກ້ບັນຫານ້ຳຖ້ວມກະທັນຫັນ

ນະວັດຕະກຳ! ຄອນກີດດູດນ້ຳ“ແກ້ບັນຫານ້ຳຖ້ວມກະທັນຫັນ

Published on

7

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ບໍລິສັດ “Lafarge Tarmac” ຂອງ​ປະເທດ​ກິດ ສ້າງ​ຄວາມ​ຮື​ຮາ ຈາກ​ການ​ປະດິດ​ສ້າງ​ຄອນ​ກີດ​ສຸດ​ລ້ຳໜ້າ ສາມາດ​ດູດ​ຊັບ​ນ້ຳ​ໄດ້ ຊຶ່ງ​ສາມາດ​ນຳ​ໄປ​ໃຊ້​ສຳລັບ​ແກ້​ບັນຫາ​ນ້ຳ​ຖ້ວມ​ກະທັນຫັນ​ໃນ​ເມືອງ​ໃຫຍ່​ໄດ້​ຢ່າງ​ວ່ອງໄວ

ລາຍ​ງານ​ລະ​ບຸ​ວ່າ ຊີ​ມັງ​ດັ່ງ​ກ່າວ​ຖືກ​ອອກ​ແບບ​ໃຫ້ເປັນ​ພື້ນ​ຜິວ​ຊີ​ມັງ​ທີ່​ສາມາດ​ໃຊ້​ປູ​ເປັນ​ຫົນທາງ ມີ​ຄຸນສົມບັດ​ສາມາດ​ດູດ​ຊັບ​ນ້ຳ​ໄດ້​ຢ່າງ​ດີ​ເລີດ ແຕກ​ຕ່າງ​ຈາກ​ສະພາບ​ນ້ຳ​ຄ້າງ​​ຕາມທາງ​ໃນ​ປະຈຸບັນ ໂດຍ​ມີ​ຈຸດປະສົງ​ເພື່ອ​ສູ້​ກັບ​ບັນຫາ​ນ້ຳ​ຖ້ວມ ໂດຍ​ຈາກ​ຄລິບ​ວິ​ດີ​ໂອ ສະແດງ​ໃຫ້​ເຫັນ​ລານ​ຈອດ​ລົດ​ທີ່​ປູ​ດ້ວຍ​ຄອນ​ກີດ​ດັ່ງ​ກ່າວ ກ່ອນ​ມີ​ການ​ເທ​ນ້ຳ​ຈຳນວນ 4 ພັນ​ລີດ

ປາກົດ​ວ່າ ຄອນ​ກີດ​ນີ້​ສາມາດ​ດູດ​ຊັບ​ນ້ຳ​ໄດ້​ຢ່າງ​ວ່ອງໄວ​ພຽງ​ນາ​ທີ​ດຽວ ໂດຍ​ມັນ​ເຮັດວຽກ​ຜ່ານ​ຊັ້ນ​ຄອນ​ກີດ​ທີ່​ນ້ຳ​ສາມາດ​ຊຶມ​ຜ່ານ​ໄດ້ ຈາກ​ສ່ວນ​ປະສົມ​ຂອງ​ປູນ​ຂະໜາດ​ໃຫຍ່​ທີ່​ຢູ່​ເທິງ​ຖານ​ຂອງ​ຖານ​ຢາງ​ຊັ້ນລຸມ ຊຶ່ງ​ຈະ​ເປີດ​ຊ່ອງ​ໃຫ້​ນ້ຳ​ສາມາດ​ລະບາຍ​ຜ່ານ​ໄດ້​ເຂົ້າໄປ​ໃນ​ຢາງ​ທີ່​ສາມາດ​ດູດ​ຊັບ​ນ້ຳ​ໄດ້​ໃນ​ປະລິມານ​ຫລາຍ

ຂະນະ​ທີ່​ຖະແຫລງການ​ຂອງ​ບໍລິສັດ​ລະ​ບຸ​ວ່າ ນະ​ວັດຕະ​ກຳ​ນີ້​ບໍ່ແມ່ນ​ແຕ່​ພຽງ​ຊ່ວຍ​ຈັດການ​ກັບ​ບັນຫາ​ນ້ຳ​ຖ້ວມ​ກະທັນຫັນໃນ​ພື້ນ​ທີ່​ຊຸມ​ຊົນ​ເມືອງ​ເທົ່າ​ນັ້ນ ແຕ່​ຍັງ​ສາມາດ​ຊ່ວຍ​ຫລຸດ​ຄວາມ​ຮ້ອນ​ຂອງ​ຢາງ​ມະ​ຕອຍ​ໄດ້​ນຳອີກ ໂດຍ​ຄອນ​ກີດ​ດູດ​ຊັບ​ນ້ຳ​ຈະ​ເຮັດໃຫ້​ນ້ຳ​ເທິງ​ພື້ນ​ຄອນ​ກີດ​ສາມາດ​ຫາຍ​ໄປ​ຜ່ານ​ການ​ດູດ​ຊັບ​ສູ່​​ຖານ​ໃຕ້​ສຸດ ຊຶ່ງ​ເປັນ​ຄຸນສົມບັດ​ຄ້າຍ​ເຂື່ອນ​ຮັບ​ນ້ຳ​ໃນ​ໄລຍະ​ຝົນ​ຕົກ

ໂດຍ​ໄອ​ເດຍ​ນີ້​ໄດ້​ເກີດ​ຂຶ້ນ​ມາ​ດົນ​ກວ່າ 60 ປີ​ແລ້ວ ແລະ​ມັກ​ຖືກ​ໃຊ້​ສຳລັບ​ການ​ຊ່ວຍ​ລະບາຍ​ນ້ຳ ແຕ່​ບໍລິສັດ​ໄດ້​ເພີ່ມ​ຄວາມ​ລ້ຳ​ສະໄໝ​ໃໝ່ ດ້ວຍ​ການເຮັດໃຫ້​ຄອນ​ກີດ​ນີ້​ສາມາດ​ປູ​ເປັນ​ພື້ນທາງ ສາມາດ​ຮັບ​ແຮງ​ກົດ​ຈາກ​ລົດ​​ໄດ້ອີກ​ດ້ວຍ ແລະ​ ຄອນ​ກີດ​ດູດ​ນ້ຳ​ນີ້ ເໝາະ​ສົມ​ສຳລັບ​ລານ​ຈອດ​ລົດ ຫລື​ ທາງ ແລະ​ທີ່​ຜ່ານມາ​ໄດ້​ມີ​ການ​ຕິດ​ຕັ້ງ​ຄອນ​ກີດ​ດູດ​ຊັບ​ນ້ຳ​ນີ້​ແລ້ວ​ໃນ​ລານ​ຈອດ​ລົດ​ບາງ​ແຫ່ງ ລວມ​ທັງ​ສະ​ໜາມ​ກັອບອີກ​ດ້ວຍ

ຢ່າງໃດ​ກໍ​ຕາມ ຂໍ້​ຫລີກ​ລ້ຽງ​ຂອງ​ຄອນ​ກີດ​ນີ້​ກໍ​ຄື ໃນ​ພື້ນ​ທີ່​ທີ່​ມີ​ຄວາມ​ໜາວ​ເຢັນ​ສູງ​ສຸດ ຈະ​ສາມາດ​ເຮັດໃຫ້​ຄອນ​ກີດ​ຊັບ​ນ້ຳ​ນີ້​ເສຍ​ຫາຍ ເມື່ອ​ນ້ຳ​ທີ່​ມີ​ຄວາມ​ເຢັນ​ເຂົ້າໄປ​ແຂງ​ພາຍ​ໃນ​ຄອນ​ກີດ ແລະ​ຈະ​ເຮັດໃຫ້​ພື້ນ​ຜິວ​ຄອນ​ກີ​ດ​ແຕກ

ເບິ່ງ​ໂຄງ​ສ້າງ​ພາຍໃຕ້​ຄອນກີດ ສຸດ​ແປກ​ແຕ່​ສຸດຍອດ

2C981F1E00000578-3243247-The_company_says_by_adding_drainage_systems_into_the_aggregate_b-a-4_1442836630463

ໜ້າ​ຕາ​ຂອງ​ມັນ​ກໍ​ຄື ພື້ນຜິວ​ທຳມະດາ ແຕ່​ຄຸນສົມບັດ​ບໍ່​ທຳມະດາ

2C993F2400000578-3243247-The_concrete_uses_a_large_pebble_size_pictured_to_allow_water_to-a-5_1442836639237

https://youtu.be/ed-jiOXO3aQ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...