spot_img
Homeມູມໄອທີລາວວິທີຕື່ມເງິນເພື່ອຊື້ແອັບຯ, ເກມ ໃນ Windows Store (ທັງມືຖື ແລະ PC)

ວິທີຕື່ມເງິນເພື່ອຊື້ແອັບຯ, ເກມ ໃນ Windows Store (ທັງມືຖື ແລະ PC)

Published on

MobileTalk-GiftCard-600x400

ວິທີຕື່ມເງິນເພື່ອຊື້ແອັພຯ, ເກມ ໃນ Windows Store (ທັງມືຖື ແລະ PC)

ເຄີຍ​ບໍ່​ເວລາ​ທີ່​ຢາກ​ໄດ້​ເກມ​ຄັກໆ​, ແອັພຯ ຄັກໆ ຫຼື ບາງ​ເທື່ອ​ມີ​ເຄື່ອງ​ໃນ​ເກມ​, ຕື່ມ​ຫົວ​ໃຈ​, ຕື່ມ​ເພັດ​, ຕື່ມ​ຄວາມ​ສາ​ມາດ ແຕ່​ມັນ​ເສຍ​ເງິນ ເຮົາ​ສິ​ເຮັດ​ແນວ​ໃດ​!?

​ກ່ອນ​ຈະ​ເບິ່ງ​ວິ​ທີ ມາ​ທຳ​ຄວາມ​ເຂົ້າ​ໃຈ​ໜ້ອຍ​ໜຶ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຈ່າຍ​ເງິນ​

​ທຸກ​ແອັພຯ ບໍ່​ວ່າ​ຈະ​ເປັນ​ເກມ​, ໂປຣ​ແກຣມ​ແຕ່ງ​ເພງ​, ໂປຣ​ແກຣມ​ບໍ​ລິ​ຫານ​ເງິນ​… ຫຼື ແມ້​ແຕ່ ເພງ​, ໜັງ ທີ່​ຖືກ​ລິ​ຂະ​ສິດ ແນ່​ນອນ​ວ່າ​ມັນ​ມີ​ທັງ​ໂຕ​ທີ່​ເປີດ​ໃຫ້​ໃຊ້​ຟຣີ ແລະ ໂຕ​ທີ່​ເສຍ​ເງິນ ໃຫ້​ເຂົ້າ​ໃຈວ່​າ​ເຮົາ​ຊື້​ເທື່ອ​ດຽວ ມັນ​ຈະ​ຜູກ​ກັບ​ບັນ​ຊີ​ເຮົາ​ໄປ​ຕະ​ຫຼອດ​ການ ເຮົາ​ສາ​ມາດ​ດາວ​ນ໌​ໂຫຼດ​ຍາມ​ໃດ​ກໍ່​ໄດ້ ລຶບ​ລົງ​ໃໝ່ ຊື້​ໂທລະ​ສັບ​ໜ່ວຍ​ໃໝ່​ກໍ​ບໍ່​ຕ້ອງ​ຈ່າຍ​ອີກ ຖ້າ​ໃຊ້​ບັນ​ຊີ​ເກົ່າ​. ເງິນ​ທີ່​ເຮົາ​ຈ່າຍ ແມ່ນ​ຈະ​ຖືກ​ຫັກ​ເອົາ​ໄປ​ໃຫ້​ນັກ​ພັດ​ທະ​ນາ ຫຼື ເຈົ້າ​ຂອງ​ແອັພຯ ນັ້ນໆ​ເພື່ອ​ເປັນ​ຄ່າ​ຕອບ​ແທນ (~70%) ແລະ ຫັກ​ອີກ​ສ່ວນ​ໜຶ່ງ​ໃຫ້​ເຈົ້າ​ຂອງ​ລະ​ບົບ (~30%). ແລ້ວ​ໂຕ​ຟຣີ​ເດ ເຂົາ​ໄດ້​ເງິນ​ແນວ​ໃດ​? ພວກ​ນີ້​ຈະ​ໄດ້​ນຳ​ຄ່າ​ໂຄ​ສະ​ນາ​ທີ່​ຕິດ​ຢູ່​ຕາມ​​ແອັພຯ ເຊັ່ນ Facebook, Instagram, ຫຼື​ໃນ​​ແອັພຯ ອາດ​ຈະ​ມີ​ການ​ຂາຍ​ສ່ວນ​ເສີມ​ພາຍ​ໃນ​ຫັ້ນ ທີ່​ເອີ້ນ​ວ່າ In-App Purchase ເພື່ອ​ເປັນ​ການ​ຫາ​ລາຍ​ໄດ້​ອີກ​ທາງ​ໜຶ່ງ ເຊັ່ນ​ພວກ Line, Cookie Run…

​ເປັນ​ຫຍັງນັກພັດທະນາຈຶ່ງ​ຕ້ອງ​ການ​ຄ່າ​ຕອບ​ແທນ​?

WillProgramForFood

ຂຽນໂປຣແກຣມແລກເຂົ້າ

​ອາ​ຊີບ​ນັກ​ພັດ​ທະ​ນາ​ເປັນ​ອີກ​ອາ​ຊີບ​ໜຶ່ງ​ທີ່​ມີ​ການ​ທຸ້ມ​ເທ ທັງ​ອອກ​ແບບ​, ຄິດ​ໄອ​ເດຍ​, ຂຽນ​ໂປຣ​ແກຣມ ຊົ່ວ​ສິ​ໄດ້​​ແອັພຯ ໜຶ່ງ​ຄັກໆ ດີໆ ເປັນ​ປະ​ໂຫຍດ ບໍ່​ແມ່ນ​ງ່າຍໆ ທັງ​ຄ່າ​ຄອມ​, ຄ່າ​ສຶກ​ສາ​, ເວລາ​ທີ່​ຄົ້ນ​ຄວ້າ​, ປະ​ສົບ​ການ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ມີ​ການ​ລົງ​ທຶນ ທັງ​ແຮງ​ງານ ແລະ ການ​ນຳ​ໃຊ້​ເງິນ​ເຂົ້າ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​. ຄັນ​ຕອບ​ແບບ​ກວນໆ ຄື​ສິ​ແມ່ນ​ປະ​ມານ ອ໋າວ​! ນັກ​ພັດ​ທະ​ນາ​ກໍ່​ຄົນ​ກິນ​ເຂົ້າ​ກິນ​ນ້ຳ​ໃດ໋​ເນາະ ຮະ​ຮະ ຂະ​ໜາດ​ໂທລະ​ສັບ​ໜ່ວຍ​ລະ 6-7 ລ້ານ​ຍັງ​ຊື້​ໄດ້​ເປັນ​ຫຍັງ​​ແອັພຯ ບາງ​ອັນ​ລາ​ຄາ​ບໍ່​ຮອດ 50,000 ກີບ ສິ​ຊື້​ບໍ່​ໄດ້​ຖ້າ​ມັນ​ດີ​ສົມ​ລາ​ຄາ ອາ​ລົມ​ປະ​ມານ​ນີ້​ຫັ້ນ​ນາ :D. ສະ​ນັ້ນ​, ການ​ທີ່​ເຮົາ​ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ສາ​ມາດ​ສືບ​ຕໍ່​ພັດ​ທະ​ນາ​ສິ່ງ​ດີໆ ມາ​ໃຫ້​ເຮົາ​ໄດ້​ຫຼິ້ນ ໄດ້​ໃຊ້​ແມ່ນ​ຖື​ວ່າ​ເປັນ​ເລື່ອງ​ຈຳ​ເປັນ ໂດຍ​ສະ​ເພາະ​ບ້ານ​ເຮົາ​ທີ່​ເລື່ອງ​ນີ້​ເປັນ​ສິ່ງ​ໃໝ່ ຍັງ​ສາ​ມາດ​ເຕີບ​ໂຕ​ໄປ​ໄດ້​ອີກ​ໄກ ເຮົາ​ສາ​ມາດ​ຊ່ວຍ​ພັກ​ດັນ​ວົງ​ການ​ການ​ພັດ​ທະ​ນາ​ແອ​ັພຯ ສົ່ງ​ເສີມ​ເລື່ອງ​ໄອ​ທີ​ຂອງ​ບ້ານ​ເຮົາ​ໄປ​ໄດ້​ອີກ ຖ້າ​ພວກ​ເຮົາ​ເລີ່ມ​ຕົ້ນ​ເຫັນ​ຄຸນ​ຄ່າ​ຂອງ​ນັກ​ພັດ​ທະ​ນາ​ລວມ​ໄປ​ເຖິງ​ນັກ​ອອກ​ແບບ​ຕ່າງໆ ໃຫ້​ສາ​ມາດ​ສ້າງ​ສັນ​ຜົນ​ງານ​ອອກ​ມາ​ໄດ້​ເລື້ອຍໆ​.

Gift-Card_Feature-3

​ເຮົາ​ຢາກ​ໃຊ້​ຈ່າຍ​ເງິນ​ໃນ Store ຕ້ອງ​ເຮັດ​ແນວ​ໃດ​? ມີ​ວິ​ທີ​ໃດ​ແດ່​?

​ການ​ຈ່າຍ​ເງິນ​ໃນ Smartphone ມີ​ຫຼາຍ​ວິ​ທີ​ແລ້ວ​ແຕ່​ລະ​ບົບ​ທີ່​ເຈົ້າ​ນຳ​ໃຊ້​.​ ໃນ​ບົດ​ຄວາມ​ນີ້​ເຮົາ​ສະ​ເໜີ​ວິ​ທີ​ຂອງ​ລະ​ບົບ Windows (​ສ່ວນ​ວິ​ທີ​ຂອງ iOS ແລະ Android ກໍ​ມີ​ຕາມ​ລິງ​ກ໌​ເລີຍ​) ໂດຍ​ລວມ​ແມ່ນ​ຄ້າຍໆ ກັນ​ ແຕ່ພິເສດລະບົບ Windows ຊື້ເທື່ອດຽວ ສາມາດນຳໃຊ້ໄດ້ກັບທຸກອຸປະກອນທີ່ຮອງຮັບ ເຊິ່ງມີທັງໂທລະສັບ, ແທັບເລັຕ, PC ຈົນເຖິງ Xbox ບອກເລີຍວ່າຈ່າຍເທື່ອດຽວຄຸ້ມຄອບຈັກກະວານ. ສຳ​ຄັນ​!!! ບັນ​ຊີ​ການ​ນຳ​ໃຊ້​ໂທລະ​ສັບ​, ID ຫຼື Email ທີ່​ເອົາ​ໄວ້​ໂຫຼດ​ແອັພຯ ໃນ Store ປະ​ຈຳ​ເຄື່ອງ​ຕ້ອງ​ແມ່ນ​ຂອງ​ເຈົ້າ​ຂອງ​ໂທລະ​ສັບ​ແທ້ ບໍ່​ແມ່ນ​ຂອງ​ຮ້ານ​ຕັ້ງ​ໃຫ້ ຫຼື ເປັນ​ຂອງ​ຄົນ​ອື່ນ​ທີ່​ເຮົາ​ບໍ່​ຮູ້​ຈັກ​ລະ​ຫັດ​ຜ່ານ ເພື່ອ​ປ້ອງ​ກັນ​ເລື່ອງ​ຄວາມ​ປອດ​ໄພ [​ອ່ານ​ປະ​ໂຫຍດ ແລະ ວິ​ທີ​ຕັ້ງ​ບັນ​ຊີ Microsoft Account ໄດ້​ໃນ​ລິງ​ກ໌​ນີ້​] ອັນ​ນີ້​ສຳ​ຄັນ​ສຸດ​ເພາະ​ມັນ​ເປັນ​ຂໍ້​ມູນ​ທາງ​ການ​ເງິນ​ຂອງ​ເຈົ້າ​ເອງ​. ສ່ວນ​ການ​ຈ່າຍ​ເງິນ​ມີ​ວິ​ທີ​ດັ່ງ​ຕໍ່​ໄປ​ນີ້​ຄື​:

  1. ຕັດ​ເງິນ​ຈາກ​ບັດ Visa Debit/Credit ໂດຍ​ກົງ​. ເຊິ່ງ​ປັດ​ຈຸ​ບັນ​ສາ​ມາດ​ໄປ​ເປີດ​ກັບ​ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ໄດ້​ໃຊ້​ເວລາ 3 ມື້​ເຮັດ​ວຽກ ໂດຍ​ຕ້ອງ​ມີ​ປື້ມ​ບັນ​ຊີ​ເງິນ​ໂດລາ​, ຄ່າ​ເປີດ​ບັດ $15 ແລະ ຄ່າ​ທຳ​ນຽມ​ລາຍ​ປີ $25.
  2. ຕັດ​ເງິນ​ຈາກ​ບໍ​ລິ​ການ PayPal ເຊິ່ງ​ກໍ​ຈຳ​ເປັນ​ຕ້ອງ​ມີ​ບັດ Visa ກ່ອນ​ຈາກ​ຂໍ້​ທຳ​ອິດ​.
  3. ນຳ​ໃຊ້​ບັດ​ຕື່ມ​ເງິນ Gift Card ທີ່​ຫາ​ຊື້​ໄດ້​ໃນ​ນີ້ [GADZILA] ມີ​ຫຼາຍ​ລາ​ຄາ​ໃຫ້​ເລືອກ​ຊື້​. ຂໍ້​ດີ​ຄື ສາ​ມາດ​ຊື້​ເປັນ​ຂອງ​ຂວັນ​ໃຫ້​ຄົນ​ອື່ນ ແລະ ວິ​ທີ​ການ​ນຳ​ໃຊ້​ປອດ​ໄພ ບໍ່​ຕ້ອງ​ຫ່ວງ​ເລື່ອງ​ບັດ ເຮັດ​ຄື​ຊື້​ບັດ​ຕື່ມ​ເງິນ​ໂທລະ​ສັບ​ເລີຍ​.
  1. ຂັ້ນ​ຕອນ​ທຳ​ອິດ​ປ່ຽນ​ຂົງ​ເຂດ​

​ເຮົາ​ມາ​ເບິ່ງ​ການ​ນຳ​ໃຊ້​ບັດ​ຕື່ມ​ເງິນ Gift Card ກັນ​ເລີຍ​. ກ່ອນ​ອື່ນ​ໃຫ້​ແນ່​ໃຈວ່​າ​ເຈົ້າ​ກຳ​ລັງ​ໃຊ້​ບັນ​ຊີ​ທີ່​ກົງ​ກັບ​ຂອງ​ເຈົ້າ​ແທ້ ເບິ່ງ​ໃນ Settings>Account ກວດ​ເບິ່ງ​ວ່າ​ແມ່ນ ອີ​ເມວ​ຂອງ​ເຈົ້າ​ບໍ່ ແລະ ຫ້າມ​ລືມ​ລະ​ຫັດ​ຜ່ານ​ເດັດ​ຂາດ ຖ້າ​ລືມ​ໃຫ້​ເຮັດ​ການ​ຮ້ອງ​ຂໍ​ລະ​ຫັດ​ຄືນ​ໃໝ່ (​ໃຜ​ງົງ​ເລື່ອງ​ນີ້​ໃຫ້​ຊອກ​ຫາ​ຜູ້​ຊ່ຽວ​ຊານ​ໃກ້​ໂຕ​ທ່ານ​). ເນື່ອງ​ຈາກ​ວ່າ ການ​ນຳ​ໃຊ້ Gift Card ບໍ່​ວ່າ​ຂອງ​ລະ​ບົບ​ໃດ ແມ່ນ​ຕ້ອງ​ໄດ້​ໃຊ້​ໃນ​ເຂດ​ສະ​ຫະ​ລັດ​ເທົ່າ​ນັ້ນ​, ເຮົາ​ຈຶ່ງ​ຕ້ອງ​ໄປ​ຕັ້ງ​ຄ່າ​ໃນ​ໝວດ​ຂົງ​ເຂດ Region ໃນ Settings ກ່ອນ​. ໃຫ້​ເຮັດ​ຕາມ​ຮູບ​ລຸ່ມ​ນີ້​ຄື​: ເລືອກ Country/Region ເປັນ United States, ສ່ວນ Regional Format ຈະ​ເອົາ​ອັນ​ໃດ​ກໍ​ໄດ້ ໃນ​ທີ່​ນີ້​ຂໍ​ເລືອກ ລາວ  ຫຼັງ​ຈານ​ນັ້ນ​ໃຫ້​ກົດ​ປຸ່ມ restart phone ທີ່​ປາ​ກົດ​ຂຶ້ນ​ດ້ານ​ລຸ່ມ ເພື່ອ​ເລີ່ມ​ຕົ້ນ​ເຄື່ອງ​ຄືນ​ໃໝ່​.

WP_20150811_21_51_41_Pro-1024x765

  1. ​ເປີດ​ກະ​ເປົາ​ເງິນ​ໃນ​ໂທລະ​ສັບ​

​ເຂົ້າ​ໜ້າ​ເລີ່ມ​ຕົ້ນ (​ກົດ​ປຸ່ມ Start) ແລະ ໄປ​ທີ່​ແອ​ັພຯ ທັງ​ໝົດ (all apps) ຊອກ​ຫາ​ແອັພຯ ກະ​ເປົາ​ເງິນ ຫຼື Wallet ເປີດ​ມັນ​ຂຶ້ນ​ມາ​ເລີຍ​.

WP_20150811_21_57_07_Pro-1024x765

III. ​ເພີ່ມວິ​ທີ​ການ​ຈ່າຍ​ເງິນ​

​ເຈົ້າ​ສາ​ມາດ​ຕັ້ງ​ລະ​ຫັດ​ຜ່ານ 4 ໂຕ​ເລກ​ສຳ​ລັບ​ແອັພຯ ນີ້ (settings + PIN) ເພື່ອ​ເພີ່ມ​ຄວາມ​ປອດ​ໄພ​ຂຶ້ນ​ໄປ​ອີກ​ໄດ້ ກໍ​ລະ​ນີ​ໂທລະ​ສັບ​ຖືກ​ລັກ ຫຼື ມີ​ເດັກ​ນ້ອຍ​ຫຼົງ​ເຂົ້າ​ມາ​ກວນ ຫຼື ເຂົ້າ​ໄປ​ກົດ​ຊື້​ນັ້ນ​ນີ້ ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​. ຫຼັງ​ຈາກ​ນັ້ນ ກົດ​ເຄື່ອງ​ໝາຍ (+) ເພື່ອ​ເພີ່ມ​ວິ​ທີ​ການ​ຈ່າຍ​ເງິນ​ອັນ​ໃໝ່​. ຫຼັງ​ຈາກ​ນັ້ນ​ໃຫ້​ປັດ​ຂຶ້ນ​ເລືອກ​ເມ​ນູ add Microsoft Gift card ຖ້າ​ບໍ່​ມີ​ແມ່ນ​ເຈົ້າ​ລືມ​ເຮັດ​ຂໍ້​ທຳ​ອິດ ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ຂໍ້​ໜຶ່ງ​ບ່ອນ​ນີ້​ຈະ​ບໍ່​ມີ​ໃຫ້​ເລືອກ​.

WP_20150811_21_57_55_Pro-1024x765 WP_20150811_21_58_24_Pro-1024x765

  1. ​ຕື່ມ​ເງິນ​ລົງ​ໄປ​ໃນ​ບັນ​ຊີ​

​ຮອດ​ຂັ້ນ​ຕອນ​ນີ້​ກໍ​ມີ​ແຕ່ ຕື່ມ​ລະ​ຫັດ​ເງິນ​ທີ່​ເຮົາ​ໄດ້​ມາ​ລົງ​ໄປ​ໃຫ້​ຄົບ ລະ​ບົບ​ຈະ​ບອກ​ທັນ​ທີ​ວ່າ​ລະ​ຫັດ​ນີ້​ເປັນ​ຈຳ​ນວນ​ເງິນ​ເທົ່າ​ໃດ​. ກົດ next ເພື່ອ​ໄປ​ໜ້າ​ຖັດ​ໄປ​.

WP_20150811_22_01_12_Pro-1024x765

  1. Et voilà!

​ເງິນ​ເຂົ້າ​ບັນ​ຊີ​ແລ້ວ 10 ຫຼຽນ ຄື​ກັບ​ຕື່ມ​ເງິນ​ຄ່າ​ໂທ​ເລີຍ​. ຕໍ່​ໄປ​ກໍ​ນຳ​ເງິນ​ນີ້​ໄປ​ຊື້​ເກມ​ເລີຍ ຮະ​ຮະ​.

WP_20150811_22_06_56_Pro-765x1024

  1. ​ທົດ​ລອງ​ຊື້​ເກມ​

​ເກມ​ທີ່​ເລືອກ​ກໍ​ຄື Halo: Spartan Strike ກົດ​ໂດຍ​ບໍ່​ລັງ​ເລ​ສຳ​ລັບ​ເກມ​ນີ້ ຂ້າ​ພະ​ເຈົ້າ​ເລັງ​ມາ​ດົນ​ເນື່ອງ​ຈາກ​ເປັນ​ແຟນ​ເກມ Halo ສະ​ໄໝ Xbox ເຄື່ອງ​ທຳ​ອິດ​.

WP_20150811_22_10_05_Pro-1024x765
​ຫຼັງ​ຈາກ​ກົດ​ຊື້​ແລ້ວ ມັນ​ຈະ​ໃຫ້​ເຮົາ​ເລືອກ​ວິ​ທີ​ຈ່າຍ​ເງິນ​ວ່າ​ຈະ​ຈ່າຍ​ແບບ​ໃດ​ໃນ​ຄັ້ງ​ທຳ​ອິດ​ນີ້ ຄັ້ງ​ຕໍ່​ໄປ​ກໍ​ບໍ່​ໄດ້​ເລືອກ​ແລ້ວ​. ເລືອກ Add or switch payment methods.

WP_20150811_22_10_40_Pro-1024x765

WP_20150811_22_10_53_Pro-1024x765

ເລືອກ Microsoft Account. ກໍ​ລະ​ນີ​ໃຊ້ Gift Card ນີ້ ມັນ​ຈະ​ມີ​ການ​ໄລ່​ຄ່າ​ພາ​ສີ Tax ຂອງ U.S ເຊິ່ງ​ເປັນ​ກົດ​ໝາຍ​ບ້ານ​ເຂົາ​ໜ້ອຍ​ໜຶ່ງ​ເຊັ່ນ​ກໍ​ລະ​ນີ​ນີ້ ລາ​ຄາ​ເກມ $5.99 ແມ່ນ​ໄດ້​ເສຍ Tax ເພີ່ມ $0.48 ລວມ​ເປັນ $6.47. ແຕ່​ຖ້າ​ເຮົາ​ໃຊ້​ບັດ VISA ຈ່າຍ​ໂດຍ​ກົງ​ແມ່ນ​ບໍ່​ໄດ້​ເສຍ​ໂຕ​ນີ້​.

WP_20150811_22_11_48_Pro-1024x765

ຫຼັງ​ຈາກ​ນັ້ນ​ກໍ​ສາ​ມາດ​ດາວ​ນ໌​ໂຫຼດ​ມາ​ຫຼິ້ນ​ໃຫ້​ໜຳ​ໃຈ​ໄປ​ເລີຍ​!

WP_20150811_22_12_09_Pro-1024x765

ຢ່າລືມວ່າເກມນີ້ເປັນ Universal App ຊື້ເທື່ອດຽວໃຊ້ໄດ້ຄອບຈັກກະວານທັງມືຖື, ແທັບເລັຕ ແລະ PC ຄຸ້ມ!

ຂໍຂອບໃຂໍ້ມູນຈາກ LaoMobileTalk TV

logo

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...