Homeຂ່າວພາຍ​ໃນເອທີພີຫ້າມແອນດີ້ເີມເຣຖອນຕົວຈາກການແຂ່ງເດັດຂາດ

ເອທີພີຫ້າມແອນດີ້ເີມເຣຖອນຕົວຈາກການແຂ່ງເດັດຂາດ

Published on

ປະທານສະຫະພັນເທັນນິສອາຊີບຊາຍ(ATP)ອອກຄຳສັ່ງຕໍ່ ແອນດີ້ ເມີເຣ ມືອັນດັບທີ 3 ຂອງໂລກຊາວອັງກິດ ຫ້າມສະຫຼະສິດທີ່ຈະເຂົ້າຮ່ວມ “ເອທີພີ ເວີລ ທົວ ໄຟນອລ 2015” ທີ່ປະເທດອັງກິດ ກຽມລົງແຂ່ງຂັນຮອບຊິງຊະນະເລີດ ເດວິສ ເວີລ ຄັບ ວັນທີ 27-29 ພະຈິກ 2015

ຫຼັງຈາກ ແບກ ເກຣດ ບຣິເຕນ ເຂົ້າຮອບຊິງຄັ້ງທຳອິດໃນຮອບ 37 ປີ ເອົາຊະນະອົດສະຕາລີ 3-2ຄູ່ ໃນທ້າຍອາທິດທີ່ຜ່ານມາ ເມີເຣ ເຜຍວ່າອາດປະຕິເສດລົງແຂ່ງ ທົວນາເມັ້ນສົ່ງທ້າຍລະດູການ 2015 ເພື່ອສ້າງຄວາມຄຸ້ນເຄຍກັບສີ່ງແວດລ້ອມເນື່ອງຈາກຄາດວ່າ ເບວຢຽມ ອາດໃຊ້ຄອຣ໌ດດິນເປັນການແຂ່ງຕັດສິນແຊ້ມ

ເຖິງຢ່າງໃດກໍ່ຕາມ ຄຣິສ ເຄີໂມດ ປະທານຂອງ ເອທີພີ ຄາດຫວັງແຊ້ມ ແກຣນສະແລມ 2 ສະໄໝ ຈະປະກົດທີ່ ໂອທູ ອາຣີນາ ເມືອງລອນດອນ ເຖີງແມ່ນວ່າເຫຼືອເວລາພຽງ 5 ມື້ເທົ່ານັ້ນ ເພາະວ່າກວ່າທີ່ຈະຮ່ວມແຂ່ງ ໃນການລຸ້ນແຊ້ມ ເດວິສ ຄັບ ສະໄໝທີ 10 ເຊີ່ງລໍຖ້າມາດົນເຖິງ 79 ປີ

ເມີເຣ ອາຍຸ 28 ປີ ຍອມຮັບຕ້ອງກັດແຂ້ວສູ້ເພາະອາການບາດເຈັບ ເມື່ອເອົາຊະນະ ເບີນາດ ໂທມິຊ ມືອັນດັບທີ 23 ຂອງໂລກຊາວອົດສະຕາລີ 3 ເຊັດຕິດຕໍ່ກັນໃນວັນອາທິດວັນທີ 20 ກັນຍາ 2015 ທີ່ຜ່ານມາ

558000011104301

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...