Homeຂ່າວພາຍ​ໃນເລວານ ມ້າງສະຖິຕິຍິງໄວທີ່ສຸດໃນບຸນເດສ ລີກາ

ເລວານ ມ້າງສະຖິຕິຍິງໄວທີ່ສຸດໃນບຸນເດສ ລີກາ

Published on

ໂຣເບີດ ເລວານດອຟສະກີ ກອງໜ້າ ບາເຢີນ ມິວນິກ ມ້າງສະຖິຕິເຮັດແຮັດທຣິກໄວທີ່ສຸດ ໃນບຸນເດສ ລີກາ ເຢຍລະມັນ ເກມຖະຫຼົ່ມ ໂວສບວກ ທີ່ສະໜາມອາລິອັນຊ໌ ອາຣີນາ ເມື່ອວັນອັງຄານວັນທີ 22 ກັນຍາ 2015 ທີ່ຜ່ານມາ

ເລວານ ຖືກປ່ຽນຕົວລົງສະໜາມໃນເຄີ່ງເວລາທີ 2 ຍິງ 3 ປະຕູຕັ້ງແຕ່ນາທີ 51-55 ກ່ອນທີ່ຈະຍິງເພີ່ມອີກ 2 ປະຕູຢ່າງໄວລວມເຖິງລູກຍິງທີ່ສວຍງາມບອນເລ່ ກາຍເປັນຜູ້ຫຼີ້ນສຳຮອງຄົນທຳອິດຂອງລີກທີ່ຍິງ 5 ລູກພາຍໃນ 5 ນາທີ

ດາວຍິງກັບຕັນທີມຊາດໂປແລນຄົນນີ້ກ່າວວ່າ “ມັນເປັນຫຍັງທີ່ເຫຼືອເຊື່ອອີ່ຫຼີການຍິງ 5 ປະຕູ ມັນເປັນໄປໄດ້ຍາກຫຼາຍ ຂ້ອຍຮູ້ສຶກພໍໍໃຈທີ່ສຸດ ນີ້ແມ່ນຄ່ຳຄືນທີ່ຍີ່ງໃຫຍ່ຂອງຂ້ອຍ ເຮົາຖືກຂື້ນນຳຢູ່ຕອນຈົບເຄີ່ງເວລາທຳອິດ ຂ້ອຍຕ້ອງໄດ້ລົງມາເພື່ອຕື່ມເກມບຸກ ເພາະວ່າພວກເຮົາຕ້ອງການ 2 ປະຕູ ”

“ຂ້ອຍຫຼຽວເບີ່ງປ້າຍຄະແນນຫຼັງຈາກຍິງລູກທີ 3 ຫຼື 4 ຂ້ອຍຮູ້ສຶກປະຫຼາດໃຈເພາະເວລາຍັງເຫຼືອຫຼາຍ ຄູເຝິກບໍ່ໄດ້ບອກຫຍັງຂ້ອຍທັງນັ້ນ”

ທັງນີ້ ເລວານດອຟສະກີ ຫຼຸດອອກຈາກ 11 ຕົວຈິງ ຂອງບາເຢີນ ເນື່ອງຈາກຫາກໍ່ເຊົາຈາກອາການບາດເຈັບ ຂາດໄປພຽງ 1 ປະຕູທີ່ຈະມ້າງສະຖິຕິຍິງສູງສຸດໃນເກມດຽວຂອງ ດີເຕີ ມຸນເລີ ກອງໜ້າຂອງ ໂຄໂລນ ທີ່ເຄີຍເຮັດໄວ້ 6 ປະຕູ ເມື່ອຕອນທີ່ພົບກັບ ແວເດີ ເບຣເມນ 7-2 ປະຕູເມື່ອປີ 1977

ສຳລັບສະຖິຕິແຮັດທຣິກໄວສຸດຂອງລີກກ່ອນໜ້ານີ້ແມ່ນ ມິຊາເອວ ໂທເອນນີສ ຂອງ ດຸຍສ໌ບວກ ເມື່ອປີ 1991 ດ້ວຍເວລາ 6 ນາທີ ເຊີ່ງລາວໄດ້ກ່າວຄໍາຍິນດີກັບເລວານວ່າ “ເຈົ້າສົມຄວນແລ້ວ ໂຣເບີດ ຂ້ອຍເປັນເຈົ້າຂອງສະຖິຕິມາດົນເຖິງ 24 ປີ ໜ້າເສຍດາຍທີ່ມັນຖືກທຳລາຍແລ້ວ ແຕ່ຜົນງານຂອງ ໂຣເບີດ ເລວານດອຟສະກີ ມັນໜ້າອັດສະຈັນເຫຼືອເກີນ”

558000011109501

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...