Homeຂ່າວພາຍ​ໃນຈະຈັດການແຂ່ງຂັນ​ປະ​ກວດ​ກິລາ​ເພາະ​ກາຍ ​ຄັ້ງທຳອິດໃນລາວ ​ທ້າຍ​ເດືອນຕຸລາ​ນີ້!

ຈະຈັດການແຂ່ງຂັນ​ປະ​ກວດ​ກິລາ​ເພາະ​ກາຍ ​ຄັ້ງທຳອິດໃນລາວ ​ທ້າຍ​ເດືອນຕຸລາ​ນີ້!

Published on

IMG_6748

ວັນ​ທີ 22 ກັນຍາ​ນີ້ ​ສະຫະພັນ​ກິລາ​ເພາະ​ກາຍ​ແຫ່ງ​ຊາດ​ ຮ່ວມ​ກັບ​ບໍລິສັດ​ລາວ​ເວີນ(ສູນ​ການ​ຄ້າ​ລາວ​ໄອ​ເຕັກ)​ໄດ້​ຈັດ​ພິທີ​ຖະ​ແຫຼງຂ່າວ​ການ​ກະກຽມ​ຈັດ​​ການປະກວດ​ກິລາ​​ເພາະ​ກາຍ​ປະຈຳປີ 2015 ຂຶ້ນຢູ່​ສະມາຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ມີ ບັນນະ​ວົງ ປະ​ທານ​ສະຫະພັນ​ກິລາ​ເພາະ​ກາຍ​ແຫ່​ງຊາດ​ລາວ, ມີ​ຮອງ​ປະທານ​ສະມາຄົມ​ນັກຂ່າວ​ແຫ່ງ​ປະ​ເທດ​ລາວ ​ແລະ ນັກກິລາ​​ເພາະ​ກາຍເຂົ້າ​ຮ່ວມນຳ​ອີກ.

ປະທານ​ສະຫະພັນ​ກິລາ​ເພາະ​ກາຍ​ແຫ່ງ​ຊາດ​ຖະ​ແຫຼງວ່າ: ການ​ແຂ່ງຂັນ​ປະ​ກວດ​ກິລາ​ເພາະ​ກາຍ​ປະຈຳ​ປີ 2015 ຈະ​ຈັດ​ຂຶ້ນ​ທ້າຍ​ເດືອ​ນຕຸລາ​​ນີ້, ຢູ່ຕຶກໄອ​ເຕັກ​ມໍ​ຊັ້ນ 7 ​​ໃນ​ນະຄອນຫຼວງ​ວຽງ​ຈັນເລີ່​ມ​ເວລາ 19:00 ​ເປັນ​ຕົ້ນ​ໄປ, ເພື່ອ​​ແນ​ໃສ່ສົ່ງ​ເສີມ​ໃຫ້​ທຸກ​ຄົນ,​ ໂດຍ​ສະ​ເພາະ​ແມ່ນ​ໄວ​ໜຸ່ມ​ຫັນ​ມາ​ອອກກຳລັງ​ກາຍ​ເພື່ອ​ສຸຂະພາບ ​ແລະ ຫ່າງ​ໄກ​ຈາກຢາ​ເສບຕິດ ​ແລະ ​​ໃຊ້​ເວລາ​ຫວ່າງ​ໃຫ້​ເປັນ​ປະ​ໂຫຍ​ດຫຼາຍ​ຂຶ້ນ, ພ້ອມທັງ​ເປັນ​ການ​ສົ່ງ​ເສີມ​ການ​ຫຼິ້ນ​ກິລາ​ເພາະ​ກາຍ​ໃນ​ສັງຄົມ​ລາວ​ໃຫ້​ນັບມື້​ກວ້າງ​ຂວາງ ​ແລະ ​ສາມາດ​ເຊື່ອມ​ໂຍງ​ເຂົ້າກບສາກົນ​ເທື້ອລະ​ກ້າວ, ຊຶ່ງ​ການ​ແຂ່ງຂັນ​ຄັ້ງ​

ນີ້​ຄາດ​ວ່າ​ຈະມີ​ນັກ​ກິລາ​ເພາະ​ກາຍ​ຈາກ​ສູນຝຶກ​​ແບບ​ຕ່າງໆ​​ໃນ​ນະຄອນຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ, ໂດຍ​ການ​ແຂ່ງ​ຂັ້ນ​ຈະ​ຈັດ​ເປັນ 3 ລຸ່ນຄື: ຮຸ່ນ 60-65 ກິ​ໂລ, 65-70 ກິ​ໂລ ​ແລະ ຮຸ່ນ 71 – 80 ກິ​ໂລ, ນອກ​ນັ້ນ ​ຍັງຈະ​ມີ​ນັກ​ເພາະ​ກາຍ​ຈາກ​ຕ່າງປະ​ເທດ​ຂຶ້ນ​ສະ​ແດງ​ໃນ​ງານ​ຄັ້ງ​ນີ້ອີກດ້ວຍ, ເພື່ອ​ເຮັດ​ໃຫ້​ງານ​ຄັ້ງ​ນີ້​ມີ​ບັນຍາກາດ​ຟົດ​ຟື້ນ ​ແລະ ປະສົບ​ຜົນສຳ​ເລັດ​ໄປ​ດ້ວຍ​ດີ,ດັ່ງ​ນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ບັນດານັກ​ທຸລະ​ກິດ, ບໍລິ​ສັດ​ຫ້າງ​ຮ້ານ​ຕ່າງໆ​ຈົ່ງໃຫ້ການ​ສະໜັບສະໜູນງານ​ດັ່ງກ່າວ​ດ້ວຍ.

ປະ​ທານ​ສະຫະພັນ​ກິລາ​ດັ່ງກ່າວ​ໃຫ້ຮູ້ ອີກວ່າ: ກິລາ​ເພາະ​ການ​ຖື​ເປັນ​ພື້ນຖານ​ໃຫ້​ກິລາ​ທຸກ​ປະ​ເພດ,​ ເນື່ອງ​ຈາກ​ເປັນ​ການ​ສ້າງ​ທຸກ​ສ່ວນ​ຂອງ​ຮ່າງກາຍ​ໃຫ້​ແຂງ​ແຮງ ​ແລະ ມັນ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ທຸກ​ຄົນ​ຕ້ອງ​ມີ​ຮ່າງກາຍ​ແຂງ​ແຮງ,​ ເພື່ອ​ສຸຂະ​ພາບ​ທີ່​ດີ, ສາມາດ​ຕ້ານທານ​ກັບໂລກ​ໄພ​ໄຂ້​ເຈັບຕ່າງໆ​ໄດ້, ຊຶ່ງຜ່ານ​ມາສະ​ຫະພັນ​ກິລາ​ເພາະ​ກາຍ​ຂອງ​ລາວ​ເຮົາ​ເຄີຍ​ປະ​ກວດ​ມາ​ແລ້ວ 2 ຄັ້ງ​ຄື: ໃນ​ປີ 2006 ​ແລະ ປີ 2009, ພ້ອມ​ນັກ​ກໍ​ຍັງ​ສົ່ງ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ໃນ​ມະຫະ ກຳ​ກິລາ​ຊີ​ ເກ​ມຄັ້ງ​ທີ 27  ​ແລະ ກໍ​ໄດ້ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ,​ ປັດຈຸບັນກິລາ​ເພາະ​ກາຍ​ແມ່ນ​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ຈາກ​ສັງຄົມ​​ເຫັນ​ໄດ້​ຈາກ​ການ​ເພີ່ມ​ຂຶ້ນ​ຂອງ​ສູນ​ກິລາ​ເພາະ​ກາຍ, ສະ​ເພາະ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ມີ​ເຖິງ 27 ​ແຫ່ງ​​​ ​ແລະ ຄາດວ່າ​ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ​ໃນ​ອະນາຄົດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...