Homeມູມໄອທີລາວແປງຖູແຂ້ວຮູບແບບໃໝ່ ຊ່ວຍປະຫຍັດການບີບຢາຖູແຂ້ວຈາກຫລອດ

ແປງຖູແຂ້ວຮູບແບບໃໝ່ ຊ່ວຍປະຫຍັດການບີບຢາຖູແຂ້ວຈາກຫລອດ

Published on

6886_150922160803af

ແປງ​ຖູ​ແຂ້ວ​ໜ້າ​ຕາ​ແປກໆ ແບບ​ນີ້ເຄີຍ​ເຫັນ​ກັນ​ຫລື​ບໍ່? ຖ້າ​ບໍ່​ເຄີຍ​ມື້​ນີ້​ເຮົາຈະ​ພາ​ໄປ​ຮູ້​ຈັກ​ກັບ​ສິ່ງ​ປະດິດ​ຫລ້າ​ສຸດ​ ໂດຍ​ສະເພາະ​ໃຜ​ທີ່​ມັກ​ບີບ​ຢາ​ຖູ​ແຂ້ວ​ເປືອງ​ອັນ​ນີ້​ມີ​ຊື່​ວ່າ​ແປງ​ຖູ ແຂ້ວ Twist&Brush ມັນ​ເປັນ​ແປງ​ຖູ​ແຂ້ວ​ທີ່​ຖືກ​ອອກ​ແບບ​ມາ​ໂດຍ​ແນວ​ຄວາມ​ຄິດ​ຂອງ​ນັກ​ອອກ​ແບບ​ຊາ​ວສະ​ເປນ​ທີ່​ຊື່​ວ່າ Kawamura-ganjavian ນັກ​ອອກ​ແບບ​ທີ່​ຄິດ​ເອົາ​ແປງ​ຖູແຂ້ວ ແລະ​ຫລອດ​ດູດ​ຢາ​ມາ​ລວມ​ເຂົ້າ​ນຳກັນ ຊຶ່ງ​ໃນ​ຫລອດ​ດູດ​ຢາ​ນັ້ນ​ຈະ​ບັນ​ຈຸ​ເອົາ​ຢາ​ຖູແຂ້ວ​ໄວ້​ແລະ​ສຽບ​ໄວ້​ກັບ​ແປງ​ຖູ​ແຂ້ວ ໂດຍ​ຫາກ​ຜູ້​ໃຊ້​ງານ​ຄົນ​ໃດ​ຕ້ອງ​ການ​ຈະ​ບີບ​ຢາ​ຖູ​ແຂ້ວ​ລົງ​ໄປ​ທີ່​ຫົວ​ແປງ​ຖູ​ແຂ້ວ ກໍ​ພຽງ​ແຕ່​ທຳການ​ບິດ​ຫລື​ຍູ້​ບ່ອນ​ໝຸນ​ກົ້ນ​ຂອງ​ແປງ​ຖູ​ແຂ້ວ​ພຽງ​ເລັກນ້ອຍ ຈາກ​ນັ້ນ​ຢາ​ຖູ​ແຂ້ວ​ທີ່​ຢູ່ໃນ​ຫລອດ​ເຂັມ​ຈະ​ໄປ​ປາກົດ​ທີ່​ຫົວ​ແປງ ແລະ​ພ້ອມ​ໃຫ້​ເຈົ້າ​ໄດ້​ທຳການ​ແປງ​ແຂ້ວ​ໄດ້​ເລີຍ​ທັນ​ທີ ແລະ​ທີ່​ສຳຄັນ​ຜູ້​ໃຊ້​ສາມາດ​ກຳນົດ​ຂະໜາດ​ຂອງ​ຢາ​ຖູແຂ້ວ​ທີ່​ຕ້ອງ​ການ​ແປງ​ໃນ​ແຕ່​ລະ​ເທື່ອ​ໄດ້​ອີກ​ດ້ວຍ ຊຶ່ງ​ສາມາດ​ວັດ​ຂະໜາດ​ໂດຍ​ເບິ່ງ​ຕາມ​ຕົວ​ເລກ​ທີ່​ປາກົດ​ຢູ່​ເທິງ​ຫລອດ​ສີດ​ຢາ​ນັ້ນ​ເອງ ຕອນນີ້​ການ​ບີບ​ຢາ​ຖູ​ແຂ້ວ​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ເລື່ອງ​ສິ້ນ​ເປືອງ​ອີກ​ຕໍ່ໄປ​ເພາະ​ເຈົ້າ​ສາມາດ​ກຳໜົດ​ຂະໜາດ​ໃນ​ການ​ບີບ​ຢາ​ຖູແຂ້ວ​ໄດ້​ຢ່າງ​ດີ

6886_15092216284724 6886_150922162903Eo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...