Homeປ່ອງຢ້ຽມດວງດາວNASA ເຜີຍພາບໝູ່ເກາະຈາກອາວະກາດເຫັນພາບຊັດເຈນ

NASA ເຜີຍພາບໝູ່ເກາະຈາກອາວະກາດເຫັນພາບຊັດເຈນ

Published on

q1_60

ອົງການ​ນາ​ຊ່າ​ເຜີຍແຜ່​ພາບ​ຖ່າຍ​ໝູ່​ເກາະ​ຈາ​ກອາວະ​ກາດ ກ້ອງ​ທີ່​ນັກ​ບິ​ນອາວ​ະກາດ​ໃຊ້​ສາມາດ​ຖ່າຍ​ພາບ​ໄດ້​ຊັດເຈນ​ຂະໜາດ​ເຫັນ​ເຄື່ອງ​ບິນ​​ທີ່​ບິນ​ຜ່ານ​ເກາະ​ເລີຍ
ວັນທີ່ 21 ກັນຍາ ອົງ​ການ​ນາ​ຊ່າ ເປີດ​ເຜີຍ​ພາບ​ຖ່າຍ​ໝູ່​ເກາະ Great Exuma Island ຂອງ​ປະເທດ​ບາ​ຮາ​ມາດ ທີ່​ຖືກ​ຖ່າຍ​ໂດຍ​ນັກ​ບິ​ນອາວະ​ກາດ​ປະຈຳ​ສະຖານີ​ອາ​ວະ​ກາດ​ນານາ​ຊາດ ສູງ​ຂຶ້ນ​ໄປ​ຈາກ​ພື້ນ​ໂລ​ກ 400 ກິ​ໂລ​ແມັດ ເຜີຍ​ໃຫ້​ເຫັນ​ຄວາມ​ງາມ​ທີ່​ໜ້າ​ຕື່ນຕາຂອງ​ໝູ່​ເກາະ ​ແລະ ​ທະ​ເລ​ສີ​ຟ້າ​

q2_60

ພາບ​ໝູ່​ເກາະ​ແສນ​ງາມ​ນີ້ ຖືກ​ຖ່າຍ​ໂດຍ​ກ້ອງ​ດິ​ຈິ​ຕອນ Nikon D4 ແລະ​ເລນສ໌​ກ້ອງ​ຂະໜາດ 1150 ມິນ​ລິ​ແມັດ ດ້ວຍ​ຄວາມ​ຄົມ​ແຈ້ງ​ລະ​ດັບ​ສູງສຸດ ເຮັດໃຫ້​ເຮົາ​ສາມາດ​ສັງເກດ​ເຫັນ​ເຄື່ອງ​ບິນ​ລຳ​ນ້ອຍ​ທີ່​ກຳ​ລັງ​ບິນ​ຜ່ານ​ໝູ່​ເກາະ​ແຫ່ງ​ນີ້​​ພໍ​ດີ
ນາ​ຊາ​ໃຫ້​ຂໍ້​ມູນ​ເພິ່ມເຕີມ​ວ່າ ໝູ່​ເກາະ Exuma ນີ້​ເປັນ​ຈຸດ​ສັງເກດ​ທີ່​ນັກ​ບິ​ນອາວະ​ກາດ​ຈາກ​ນອກ​ໂລກ​ມັກ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ​ທີ່ສຸດ ດ້ວຍ​ຄວາມ​ແປກ​ຂອງ​ພື້ນ​ຜິວ​ພູ​ມິ​ປະເທດ​ຂອງ​ໝູ່​ເກາະ ​ມີ​ນ້ຳ​ທະ​ເລ​ແອ່ງ​ນ້ອຍ​ໆ ຂັ້ນ​ກາງ​ແຕ່​ລະ​ເກາະ​ນັ້ນ​ເອງ
ໝູ່​ເກາະ Exuma ເປັນ​ສະຖານ​ທີ່ຍ​ອດ​ນິຍົມ​ສຳລັບ​ພັກ​ຜ່ອນ​ຕາກ​ອາ​ກາດ​ໃນ​ໝູ່​ຄົນ​ມີ​ຖານະ ນອກ​ຈາກ​ນີ້ ສະຖານ​ທີ່​ແຫ່ງ​ນີ້​ຍັງ​ເຕັມ​ໄປ​ດ້ວຍ​ປະຫວັດສາດ​ເກົ່າ​ແກ່​ຂອງ​ໂຈ​ນສະຫ​ລັດ​ຕົວ​ຈິງ​ສຽງ​ຈິງ​ຫລາຍ​ຄົນ ລວມ​ເຖິງ ກັບ​ຕັນ​ຄິດດ໌ ຜູ້​ໂດ່ງ​ດັງ​ອີກພ້ອມ

q3_53

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...