Homeຂ່າວພາຍ​ໃນຝາກເງິນ ທຸກທະນາຄານ ອັດຕາດອກເບ້ຍເທົ່າກັນ

ຝາກເງິນ ທຸກທະນາຄານ ອັດຕາດອກເບ້ຍເທົ່າກັນ

Published on

kip
ເພື່ອໃຫ້ອັດຕາດອກເບ້ຍເງິນຝາກ ຂອງແຕ່ລະທະນາຄານທີ່ຕັ້ງຢູ່ໃນ ສປປລາວ ມີຄວາມເປັນເອກະພາບ ສ້າງຄວາມສະຫງົບແລະໝັ້ນຄົງ ໃນລະບົບທະນາຄານ. ທະນາຄານ ແຫ່ງສປປ ລາວ ໄດ້ອອກແຈ້ງການເມື່ອຄັ້ງວັນທີ 21 ກໍລະກົດ 2015 ໃຫ້ບັນດາທະນາຄານທຸລະກິດ ກຳນົດອັດຕາດອກເບ້ຍເງິນຝາກ ສະກຸນເງິນກີບແຕ່ລະປະເພດ ຄື:

-ເງິນຝາກປະຢັດບໍ່ເກີນ 1.76%
-ເງິນຝາກ 3 ເດືອນ ບໍ່ເກີນ 3.34%
-ເງິນຝາກ 6 ເດືອນ ບໍ່ເກີນ 4.22%
-ເງິນຝາກ 12 ເດືອນ ບໍ່ເກີນ 6.13%
-ເງິນຝາກ 24 ເດືອນ ບໍ່ເກີນ 8.63%

ແລະເມື່ອວັນທີ 4 ສິງຫາ 2015 ທະນາຄານແຫ່ງ ສປປ ລາວ ກໍໄດ້ແຈ້ງການເພິ່ມເຕີມ ໃຫ້ບັນດາທະນາຄານທຸລະກິດ ກຳນົດອັດດອກເບ້ຍເງິນຝາກ ອາຍຸ 3 ປີ ຫາ 5 ປີ ຄື:

-ເງິນຝາກ 36 ເດືອນ ບໍ່ເກີນ 9.54%
-ເງິນຝາກ 48 ເດືອນ ບໍ່ເກີນ 10.56%
-ເງິນຝາກ 60 ເດືອນ ບໍ່ເກີນ 11.65%

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...