Homeຂ່າວພາຍ​ໃນຄຳມ່ວນກວດພົບ ໂຮງງານນ້ຳໝາກກ້ຽງ ບໍ່ໄດ້ມາຕະຖານ

ຄຳມ່ວນກວດພົບ ໂຮງງານນ້ຳໝາກກ້ຽງ ບໍ່ໄດ້ມາຕະຖານ

Published on

12032011_1053870774644594_8216706080313385842_n

ຕອນເຊົ້າວັນທີ 22 ກັນຍາ 2015 ນີ້, ເຈົ້າໜ້າທີ່ ແຂວງຄຳມ່ວນໄດ້ ລົງກວດກາ ແລະ ຈັບ ໂຮງງານຜະລິດ ນ້ຳໝາກກ້ຽງ ທີ່ບໍ່ໄດ້ມາດຕະຖານ.

ອີງຕາມການລາຍງານຈາກທ້ອງຖິ່ນໃຫ້ຮູ້ວ່າ ຕອນເຊົ້າມື້ນີ້ ວັນທີ 22 ກັນຍາ 2015 ເຈົ້າໜ້າທີ່ພະແນກການຄ້າ ແລະພະແນກສາທາລະນະສຸກ ແຂວງຄຳມ່ວນ ໄດ້ລົງກວດກາໂຮງງານຜະລິດ ນ້ຳໝາກກ້ຽງແຫ່ງໜຶ່ງ ເຊິ່ງຈາກການລົງກວດກາຕົວຈິງນັ້ນ ພົບວ່າໂຮງງານດັ່ງກ່າວເປັນໂຮງງານ ຂະໜາດນ້ອຍ ປະກອບມີຖັງຮ່າຍນ້ຳໝາກກ້ຽງ ແລະເຄື່ອງລີດຝາກຈອກນ້ຳໝາກກ້ຽງ ແລະຕູ້ແຊ່ແຂງນ້ຳໝາກກ້ຽງທີ່ຜະລິດແລ້ວ.

ໂດຍສະພາບຂອງໂຮງງານດັ່ງກ່າວ ແມ່ນມີຄວາມເປິເປື້ອນ ບໍ່ໄດ້ມາຕະຖານຕາມຫຼັກອະນາໄມ ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ດຳເນີນຕາມຂັ້ນຕອນ ຂອງລະບຽບກົດໝາຍ ສັ່ງໂຈະການຜະລິດໄວ້ຊົ່ວຄາວ ເພື່ອໃຫ້ທາງເຈົ້າຂອງໂຮງງານປັບປຸງ ແລະດຳເນີນກິດຈະການທີ່ຖືກຕ້ອງ ປອດໄພ ໄດ້ມາຕະຖານ ຖືກຫຼັກອະນາໄມສາກົນ.
12002807_1053870761311262_8692196240028798649_n 12043094_1053870764644595_8465770672540545766_n 12046669_1053870757977929_2862155912754411206_n 12046837_1053870767977928_1695587167193963031_n 12049522_1053870771311261_8224781531556635836_n

ພາບແລະຂ່າວ: Viengthong Pms

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...