Homeຂ່າວພາຍ​ໃນສປປ ລາວ ກຽມຄວາມພ້ອມ ເຂົ້າອົງການຄຸ້ມຄອງ ຫລັກຊັບສາກົນ

ສປປ ລາວ ກຽມຄວາມພ້ອມ ເຂົ້າອົງການຄຸ້ມຄອງ ຫລັກຊັບສາກົນ

Published on

215

ຂປລ. ສປປ ລາວ ເປັນອີກປະເທດໜຶ່ງ ທີ່ມີການເລັ່ງລັດ ພັດທະນາຕະຫລາດທຶນ ໃຫ້ນັບມື້ ສູ່ມາດຕະຖານສາກົນ, ໃນຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືສໍາຄັນ ບັນຫາການພັດທະນາຕະຫລາດທຶນ ໃນທຸກດ້ານ ໂດຍສ້າງທຸກເງື່ອນໄຂ, ເອື້ອອໍານວຍ ໃຫ້ຄະນະກໍາມະການຄຸ້ມຄອງຫລັກຊັບ ​ ​ປະຕິບັດ ​ພາລະບົດບາດຄຸ້ມ​ຄອງມະຫາ​ພາກດ້ານຫລັກຊັບ ​ໂດຍ​ສະ​ເພາະ ຕະຫລາດຫລັກຊັບລາວໄດ້ ດໍາເນີນການຊື້-ຂາຍຮຸ້ນ ຢ່າງເປັນປົກກະຕິ ສອດຄ່ອງ ແລະ ມີການເຊື່ອມໂຍງ ກັບຕະຫລາດຫລັກຊັບພາກພື້ນ ແລະ ສາກົນຫລາຍຂຶ້ນ. ຂະນະດຽວກັນ ກໍມີຄວາມຄືບໜ້າ ໃນການກະກຽມ ຄວາມພ້ອມ ເຂົ້າເປັນສະມາຊິກອົງການຄຸ້ມຄອງຫລັກຊັບສາກົນ (IOSCO) ເຊິ່ງບັນຫາດັ່ງກ່າວ ໄດ້ຖືກເປີດເຜີຍ ຢູ່ກອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບ ຄັ້ງທີ II ປະຈໍາປີ 2015 ທີ່ນະຄອນຫລວງວຽງຈັນ ໃນວັນທີ 21 ກັນຍາ, ໂດຍ​ໃຫ້​ກຽດເປັນປະທານຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດມະຫາພາກ ແລະ ບໍລິການ, ປະທານຄະນະກໍາມະການຄຸ້ມຄອງຫລັກຊັບ, ນອກນີ້ ຍັງພິຈາລະນາບັນຫາສໍາຄັນ ຫລາຍດ້ານທີ່ກ່ຽວພັນກັບວຽກງານຄຸ້ມຄອງ ຫລັກຊັບ.

ກອງປະຊຸມໃນຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫລາຍບັນຫາ ທີ່​ ເຄື່ອນ​ໄຫວດ້ວຍທ່ວງທ່າ ຂະຫຍາຍຕົວກ່ວາເກົ່າ, ໂດຍສະເພາະ ​ໃນ​ກອງ​ປະຊຸມຍັງໄດ້ຮັບຟັງ ແລະ ປະກອບຄໍາເຫັນ ໃສ່ບົດສະຫລຸບການເຄື່ອນໄຫວຊື້-ຂາຍ ໃນຕະຫລາດຫລັກຊັບລາວ ໄລຍະ 6 ເດືອນຕົ້ນປີ 2015 ແລະ ແຜນການພັດທະນາ ຕະຫລາດຫລັກຊັບລາວ ໃນຕໍ່ໜ້າ, ການອອກຈໍາໜ່າຍຮຸ້ນ ເພີ່ມທຶນຂອງ ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ, ໂຄງການພັດທະນາລະບົບໄອຊີທີ ຂອງສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ ໃນໄລຍະປີ 2016–2020 ແລະ ການກະກຽມ ການເຂົ້າ ເປັນສະມາຊິກຂອງອົງການຄຸ້ມຄອງ ຫລັກຊັບສາກົນ, ພ້ອມທັງ ຮັບຮອງເອົາລະບຽບຂອງ ຄະນະກໍາມະການ ຄຸ້ມຄອງຫລັກຊັບ 4 ສະບັບ ເຊິ່ງມີລະບຽບ ວ່າດ້ວຍການຄຸ້ມຄອງ ການຊື້-ຂາຍຮຸ້ນ ຂອງຜູ້ລົງທຶນຕ່າງປະເທດທີ່ເຄື່ອນໄຫວ ຊື້-ຂາຍ ຢູ່ ສປປ ລາວ (ສະບັບປັບປຸງ), ລະບຽບ ວ່າດ້ວຍການຮັບຮອງບໍລິສັດ ຈັດລໍາດັບ ຄວາມໜ້າເຊື່ອຖື ຕ່າງປະເທດ (ໃໝ່), ລະບຽບວ່າດ້ວຍ ການຮັບຮອງ ບໍລິສັດ ປະເມີນມູນຄ່າ ຊັບສິນ ຕ່າງປະເທດ(ໃໝ່) ແລະ ລະບຽບວ່າດ້ວຍ ການເປີດບັນຊີ ຕາງໜ້າຊື້ – ຂາຍຫລັກຊັບ ໃນຕະຫລາດຫລັກຊັບຢູ່ ສປປ ລາວ (ໃໝ່).

ທ່ານຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ເສດຖະກິດມະຫາພາກ ແລະ ບໍລິການ, ປະທານຄະນະກໍາມະການ ຄຸ້ມຄອງຫລັກຊັບ ໄດ້ຕີລາຄາສູງຕໍ່ຜົນການເຄື່ອນໄຫວວຽກງານຄຸ້ມຄອງຫລັກຊັບ ໃນໄລຍະຜ່ານມາ ເຊິ່ງເຮັດໃຫ້ວຽກງານດັ່ງກ່າວ ມີຄວາມສະຫງົບ ແລະ ໜັກແໜ້ນ ຂຶ້ນກ່ວາເກົ່າ, ນັບແຕ່ຕົ້ນປີ 2015 ຜ່ານມາ ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ຄຸ້ມຄອງ ການເຄື່ອນໄຫວ ຜູ້ມີສ່ວນຮ່ວມ ໃນຕະຫລາດຫລັກຊັບ ດ້ວຍຄວາມຮັບຜິດຊອບສູງ, ນອກນັ້ນ ໄດ້ສຸມໃສ່ປັບປຸງ ແລະ ສ້າງບັນດາ ລະບຽບການຕ່າງໆ ເພື່ອເປັນບ່ອນອີງ ໃນການຄຸ້ມຄອງ ແລະ ພັດທະນາວຽກງານຫລັກຊັບໃຫ້ຮັດກຸມ ແລະ ທັນສະພາບການ ບົນພື້ນຖານກົດໝາຍ ວ່າດ້ວຍຫລັກຊັບ ຄຽງຄູ່ກັບການກະກຽມຄວາມພ້ອມ ຂອງບໍລິສັດທີ່ອອກຈໍາໜ່າຍຮຸ້ນ ແລະ ຈົດທະບຽນ ໃນຕະຫລາດຫລັກ ຊັບລາວ ແນໃສ່ພັດທະນາ ຕະຫລາດທຶນ ຂອງ ສປປ ລາວ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...