Homeຂ່າວຕ່າງປະເທດກອງທັບຊີຣີ ຍິງລູກສອນໄຟໃສ່ກຸ່ມຕິດອາວຸດ ປະຊາຊົນຖືກລູກຫລົງ ເສຍຊີວິດຈຳນວນຫລາຍ!

ກອງທັບຊີຣີ ຍິງລູກສອນໄຟໃສ່ກຸ່ມຕິດອາວຸດ ປະຊາຊົນຖືກລູກຫລົງ ເສຍຊີວິດຈຳນວນຫລາຍ!

Published on

EyWwB5WU57MYnKOuXq7FKl8e3tlckAuEyHsJzLww2njUnKRFBURh4i

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກັນຍາຜ່ານມານີ້ວ່າ ກອງທັບຊີຣີ ໄດ້ຍິງລູກສອນໄຟໂຈມຕີໃສ່ກຸ່ມຕິດອາວຸດຢູ່ເຂດອັນ-ຊາ ທາງພາກຕາເວັນອອກຂອງເມືອງອະເລບໂປ ທາງພາກເໜືອຂອງປະເທດຢ່າງໜັກ ຊຶ່ງມີລາຍງານວ່າລູກສອນໄຟໄດ້ໄປຕົກໃນເຂດຕະຫລາດ ຊຶ່ງມີປະຊາຊົນຜູ້ບໍລິສຸດຖືກລູກຫລົງເສຍຊີວິດຈຳນວນຫລາຍ.

ທ່ານ ຣາມີ ອັບເດນ ເຣາະມານ ຫົວໜ້າກຸ່ມສັງເກດການເພື່ອສິດທິມະນຸດໃນຊີຣີ (SOHR) ໄດ້ລະບຸວ່າ ການໂຈມຕີໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫລາຍສິບຄົນ ຊຶ່ງບາງຄົນຍັງຕິດຢູ່ໃນຊາກຫັກພັງຂອງອາຄານ ໃນຂະນະທີ່ປະຊາຊົນເສຍຊີວິດ 18 ຄົນ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...