spot_img
Homeຄວາມງາມເຊ​ລ່ຳ... ຄຳ​ຕອບ​ຂອງ​ວົງ​ແຂນ​ຂາວ​ຈົນ​ໂຊ​ໄດ້​ຄື​ຜິວ​ໜ້າ

ເຊ​ລ່ຳ… ຄຳ​ຕອບ​ຂອງ​ວົງ​ແຂນ​ຂາວ​ຈົນ​ໂຊ​ໄດ້​ຄື​ຜິວ​ໜ້າ

Published on

27_20150914163157.

        ຜິວ​ກ້ອງ​ວົງ​ແຂນ  ບໍ່​ຄື​ກັບ​ຜິວ​ໜັງ​ສ່ວນ​ອື່ນ​ໃນ​ຮ່າງກາຍເພາະ​ມີ​ຕ່ອມ​ເຫື່ອ​ຈຳນວນ​ຫລາຍ​ເຮັດໃຫ້​ເກີດ​ຄວາມ​ຊື້ນ​ຕະຫລອດ​ເວລາ​ຈາກ​ການ​ຫລັ່ງ​ຂອງ​ເຫື່ອ ແລະ​ເມື່ອ​ເຫື່ອ​ອອກ ເຮັດ​ປະຕິ​ກິ​ລິ​ຢາ​ກັບ​ແບກ​ທີ​ເລຍ​ທີ່​ຢູ່​ບໍລິເວນ​ຜິວ​ໜັງ​ຈະ​ເຮັດໃຫ້​ເກີດ​ກິ່ນ​ກ້ອງ​ວົງ​ແຂນ​ທີ່​ບໍ່​ພຶງ​ປະສົງ ນອກ​ຈາກ​ນັ້ນ​ຂື້ແຮ້​ຍັງ​ເປັນ​ບໍລິເວນ​ທີ່​ຜິວ​ໜັງ​ຮຸກຖູ​ກັນ​ເລື້ອຍ ຈຶ່ງ​ໃຫ້​ເຮັດໃຫ້​ເກີດ​ຮອຍ​ໝອງ​ຄ້ຳ​ໄດ້​ງ່າຍ​ອີກ​ດ້ວຍ
ຜູ້​ຊ່ຽວຊານ​ດ້ານ​ຜິວ​ພັນ ແລະ​ທີ່​ປຶກ​ສາ​ພິເສດ ຜະລິດຕະພັນ​ນີ​ເວຍ ມີ​ເກັດ​ຄວາມ​ຮູ້​ກ່ຽວກັບ​ການ​ເບິ່ງແຍງ​ຜິວ​ກ້ອງ​ວົງ​ແຂນ​ທີ່​ຖືກ​ຕ້ອງ​ມາ​ຝາກ​ກັນ
“ເຊື່ອ​ວ່າ​ຜູ້ຍິງ​ທຸກ​ຄົົນທີ່​ພະ​ຍາມ​ຍາມ​ຈະ​ເບິ່ງແຍງ​ຜິວ​ສ່ວນ​ນີ້​ໃຫ້​ສະ​ອາດ​ຂາດ​ກິ່ນ​ແລະ​ຄວາມ​ໝອງ​ຄ້ຳແຕ່​ການ​ເບິ່ງແຍງ​ເຫລົ່າ​ນັ້ນບໍ່​ວ່າ​ຈະ​ເປັນ​ການ​ຖອນ​ຫລື​ການ​ແວກ​ຫລາຍເທື່ອ​ຈະ​ເຮັດໃຫ້​ຮູ​ຂຸມ​ຂົນ​ເດັ່ນ​ແຈ້ງ​ຂຶ້ນ​ເບິ່ງ​ຄ້າຍ​ໜັງ​ໄກ່ ອີກ​ທັງ​ຍັງ​ຈຳ​ກັດ​ທາງ​ຂຶ້ນ​ຂອງ​ຂົນ​ເສັ້ນ​ໃໝ່ກາຍ​ເປັນ​ຂົນ​ຄຸດ​ຢູ່​ພາຍ​ໃນ ເຮັດໃຫ້​ຜິວ​ບໍ່​ລຽບ​ນຽນ​ຢ່າງ​ທີ່​ຄວນ​ຈະ​ເປັນ ຖື​ເປັນ​ການທຳຮ້າຍ​ຜິວ​ຢ່າງ​ຮ້າຍ​ກາດ
ນອກ​ຈາກ​ນີ້ ການ​ໃຊ້​ແວກການ​ໃຊ້​ຄີມ​ກຳຈັດ​ຂົນ ກໍ​ລ້ວນ​ເປັນ​ສາ​ເຫດ​ຂອງ​ການ​ລະ​ຄາຍ​ເຄືອງ​ຈາກ​ສານ​ເຄ​ມີ​ທີ່​ປະສົມ​ຢູ່ໃນ​ຄີມ ນຳ​ໄປ​ສູ່​ຜິວກ້ອງ​ວົງ​ແຂນ​ທີ່​ດຳ​ຄ້ຳ​ບໍ່​ລຽບ​ນຽນ ຊຶ່ງ​ເມື່ອ​ເກີດ​ບັນຫາ​ຫລາຍ​ຄົນ​ກໍ​ໄດ້​ແກ້​ບັນຫາ​ເພື່ອ​ໃຫ້​ຂື້​ແລ້​ຂາວ​ຂຶ້ນ​ແລະ​ຂາດ​ກິ່ນ​ດ້ວຍ​ວິທີ​ການ​ຕ່າງໆບໍ່​ວ່າ​ຈະ​ເປັນ​ວິທີ​ທຳມະຊາດ ເຊັ່ນ ນຳ​ສານ​ສົ້ມ​ຫລື​ໝາກນາວ​ມາ​ຖູ​ທີ່​ຜິວ ນຳ​ໝາກຂາມ​ປຽກ​ກັບ​ນ້ຳ​ເຜຶ້ງ​ມາ​ພອກ ຊຶ່ງ​ມີ​ໂອ​ກາດ​ທີ່​ຈະ​ແພ້​ຫລື​ເກີດ​ການ​ລະ​ຄາຍ​ເຄືອງ ອີກ​ທັງ​ຍັງ​ໃຊ້​ເວລາ​ດົນ​ກວ່າ​ຈະ​ເຫັນ​ຜົນ ຫລື​ຖ້າ​ກະ​ເປົ໋າ​ໜັກ​​ກໍ​ອາດ​ຍິງ​ເລ​ເຊີ​ແຕ່​ກໍ​ເປັນ​ຄ່າ​ໃຊ້​ຈ່າຍ​ທີ່​ສູງ​ບໍ່ແມ່ນ​ທຸກ​ຄົນ​ສາມາດ​ຈະ​ເຮັດ​ໄດ້ ແຕ່​ວິທີ​ການ​ເບິ່ງແຍງ​ຜິວ​ກ້ອງ​ວົງ​ແຂນ​ທີ່​ໄດ້​ຜົນດີີ​ແລະ​ຮັບຮອງ​ວ່າ​ໃຊ້​ໄດ້
ສຳລັບ​ສາວໆ​ທຸກ​ຄົນຄື ການ​ເລືອກ​ໃຊ້​ຜະລິດຕະພັນ​ເບິ່ງແຍງ​ຜິວ​ໃຕ້​ວົງ​ແຂນ​ທີ່​ໃຫ້​ຜົນດີີ​ທີ່ສຸດຊຶ່ງ​ຜະລິດຕະພັນ​ທີ່​ໃຫ້​ຜົນດີີ​ນັ້ນຄວນ​ຈະ​ເປັນ​ຜະລິດຕະພັນ​ເນື້ອ​ເຊ​ລ່ຳ ເພາະ​ເຊ​ລ່ຳ​ເປັນ​ສານລະ​ບຳ​ລຸງ​ຜິວ​ທີ່​ມີ​ປະ​ສິດ​ທິ​ພາບ​ດີ​ປົກກະຕິ​ນິຍົມ​ໃຊ້​ກັບ​ຜິວ​ໜ້າ ແຕ່​ປະຈຸບັນ​ກໍ​ມີ​ນຳ​ມາ​ໃຊ້​ກັບ​ຜະລິດຕະພັນ​ລະ​ງັບ​ກິ່ນ​ກາຍ​ແລະ​ບຳ​ລຸງ​ກ້ອງວົງ​ແຂນ​ແລ້ວ ໂດຍ​ເຊ​ລ່ຳ​ຈະ​ມີ​ສ່ວນ​ປະສົມ​ທີ່​ເຂັ້ມ​ຂຶ້ນ ແຕ່​ໃຫ້​ເນື້ອ​ສຳ​ຜັດ​ທີ່​ບາງ​ເບົາ ສາມາດ​ຊຶມ​ເລິກ​ລົງ​ສູ່​ຊັ້ນ​ໂຄງ​ສ້າງ​ຜິວ​ໄດ້​ວ່ອງໄວ ແລະ​ເມື່ອ​ເຊ​ລ່ຳ​ມີ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ສ່ວນ​ປະສົມ​ຕ່າງໆ​ຫລາຍກວ່າ ຈຶ່ງ​ສົ່ງ​ຜົນ​ໃຫ້​ສານ​ແອກ​ທີ​​ໃນ​ເຊ​ລ່ຳ​ເຮັດວຽກ​ໄດ້​ຜົນ​ຫລາຍກວ່າ ເກັບ​ກັກ​ແບກ​ທີ​ເລຍ​ຕົ້ນ​ເຫດ​ສຳຄັນ​ຂອງ​ກິ່ນ​ໄດ້​ດີກວ່າ ໂດຍ​ສະເພາະ​ຫາກ​ໃນ​ຜະລິດຕະພັນ​ນັ້ນ​ມີ​ສ່ວນ​ປະສົມ​ຂອງ​ວິ​ຕາ​ມິນ​ຊີ ຊຶ່ງ​ອອກ​ລິດ​ໂດຍ​ລຸດ​ການເຮັດວຽກງານ​ຂອງ​ເມັດ​ສີ ເຮັດໃຫ້​ຜິວ​ກະ​ຈ່າງ​ໃສ​ຂຶ້ນ ຊ່ວຍ​ລຸດ​ເລື່ອງ​ຮອຍ​ດຳ​ຄ້ຳ​ແລະ​ເລື່ອງ​ກິ່ນ​ເຕົ່າ​ໄດ້​ຢ່າງ​ດີ”

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...