Homeປ່ອງຢ້ຽມດວງດາວເອັດເວິດ ສະໂນເດນ ບອກ"ເອລ່ຽນພະຍາຍາມຕິດຕໍ່ມະນຸດໂລກ"!

ເອັດເວິດ ສະໂນເດນ ບອກ”ເອລ່ຽນພະຍາຍາມຕິດຕໍ່ມະນຸດໂລກ”!

Published on

ddaa

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ເອັດ​ ເວິ​ດ ສະ​ໂນ​ເດນ ອະ​ດີດ​ເຈົ້າ​ຫນ້າທີ່​ຫນ່ວຍ​ຂ່າ​ວພາຍໃນຂອງສະຫາລັດ ຊຶ່ງ​ໄດ້​ເປີດ​ໂປງ​ຂໍ້​ມູນ​ລັບ​ກ່ຽວກັບ​ຫນ່ວຍ​ງາ​ນສະ​ຫາລັດ ອອກ​ມາ​ເຜີຍ​ວ່າ ມະນຸດ​ຕ່າງ​ດາວ​ກຳ​ລັງ​ພະຍາຍາມ​ຕິດ​ຕໍ່​ໂລກ​ມະນຸດ

ລາຍ​ງານ​ລະ​ບຸ​ວ່າ ອະ​ດີດ​ເຈົ້າ​ຫນ້າທີ່​ຫນ່ວຍ​ງານ​ຂອງສະຫາລັດ​ຜູ້​ນີ້ ຊຶ່ງ​ປະຈຸບັນ​ໄດ້​ລີ້ໄພ​ຢູ່ໃນ​ຣັດ​ເຊຍ ພາຍ​ຫລັງ​ໄດ້​ເປີດ​ໂປງ​ຂໍ້​ມູນ​ລັບ​ຂອງ​ຫນ່ວຍ​ງາ​ນສະ​ຫາລັດໂດຍ​ສະເພາະ​ການ​ລັກ​ລອບ​​ຟັງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຊາ​ວອາ​ເມ​ລິ​ກັນ ໄດ້​ໂທລະສັບ​ເຖິງ​ ທ້າວນີນ ເດີ​ກາດ ນັກ​ວິທະຍາ​ສາດ ເພື່ອ​ບອກ​ເຖິງ​ຄວາມ​ລັບ​ກ່ຽວກັບ​ວົງ​ການ​ວິທະຍາ​ສາດ​ທີ່​ເຫລືອ​ເຊື່ອ

ໂດຍ​ພວກເຂົາ​ບອກວ່າ ທີ່​ຜ່ານມາ ເອ​ລ່ຽນ ຫລື​ມະນຸດ​ຕ່າງ​ດາວ ໄດ້​ພະຍາຍາມ​ຕິດ​ຕໍ່​ໂລກ​ມະນຸດ​ຂອງ​ເຮົາ ໂດຍ​ຫາກ​ເຮົາ​ໄດ້​ພົບກັບ​ອາລິຍະທຳ​ຕ່າງ​ດາວ​ທີ່​ພະຍາຍາມ​ຈະ​ຟັງ​ອາລິຍະທຳ​ອື່ນໆ ຫລື​ອາລິຍະທຳ​ຂອງ​ເຮົາ​ກຳ​ລັງ​ຟັງ​ອາລິຍະທຳ​ຂອງ​ເອ​ລ່ຽນ ມັນ​ຈະ​ເປັນ​​ເວລາ​ສັ້ນໆ ເທົ່າ​ນັ້ນ ທີ່​ສິ່ງເຫລົ່ານີ້​ຈະ​ຮັບ​ຮູ້ ຫາກ​ການ​ສື່​ສານ​ເຖິງ​ມະນຸດ​ຕ່າງ​ດາວ​ຖືກ​ສົ່ງ​ຜ່ານ​ວິທີ​ການ​ດັ່ງ​ເດີມ​ແລະ​ບໍ່​ສາມາດ​ປ້ອງ​ກັນ​ໄດ້

ດັ່ງ​ນັ້ນ ເມື່ອ​ເຮົາ​ຄິດວ່າ ທຸກ​ສິ່ງ​ທີ່​ເຮົາ​ໄດ້ຍິນ​ຜ່ານ​ດາວ​ທຽມ ຫລື​ຈາກ​ອາລິຍະທຳ​ຂອງ​ເຮົາ ການ​ສື່​ສານ​ເຫລົ່າ​ນີ້ ຍ່ອມ​ຖືກ​ຖອດລະ​ຫັດ​ໄດ້​ໂດຍ​ງ່າຍດາຍຈາກ​ມະນຸດ​ຕ່າງ​ດາວ ຜ່ານ​ສັນຍາ​ນ​ຕ່າງໆ ໃນ​ໂລກ​ຂອງ​ເຮົາ ເຊັ່ນ ຄື່ນ​ກະ​ຈາຍ​ພາບ ​ແລະ ​ສຽງ​ຈາກ​ໂທລະ​ທັດ ໂທລະ​ສັບ​ມື​ຖື ສິ່ງເຫລົ່ານີ້​ບໍ່​ສາມາດ​ປົກ​ປິດ​ມະນຸດ​ເຮົາ ໄດ້​ຈາກ​ການ​ແຜ່​ກະ​ຈາຍ​ລັງສີ​ພື້ນ​ຖານ​ຂອງ​ຈັກກະວານ​ໄປ​ໄດ້

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...