spot_img
Homeຂ່າວເຫດການກະຊວງ ຖວທ ທາບທາມບຸກຄະລາກອນຮອບ III ເຂົ້າໃນຄະນະບໍລິຫານພັກຊຸດໃໝ່

ກະຊວງ ຖວທ ທາບທາມບຸກຄະລາກອນຮອບ III ເຂົ້າໃນຄະນະບໍລິຫານພັກຊຸດໃໝ່

Published on

information

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ III ອົງຄະນະພັກກະຊວງເພື່ອສະໝັກເຂົ້າໃນຄະນະບໍລິຫານພັກຊຸດໃໝ່ໃນວັນທີ 18 ກັນຍານີ້ຢູ່ຫໍວັດທະ ນະທຳແຫ່ງ ຊາດນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ສຈ.ດຣ ບໍ່ແສງຄຳ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະ ມົນຕີວ່າການກະຊວງ ຖວທ, ມີບັນດາສະຫາຍຄະນະພັກກະຊວງຊຸດເກົ່າ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດເກືອບ 200 ສະຫາຍ.

ສະຫາຍ ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນສົມບູນທີ່ໄດ້ຕາງໜ້າພະນັກງານສະ ມາຊິກພັກທົ່ວອົງຄະນະພັກກະຊວງເຂົ້າຮ່ວມກອງປະຊຸມດັ່ງກ່າວຈົ່ງເອົາໃຈໃສ່, ສຸມສະຕິທຸກຄວາມສາມາດເຂົ້າໃນບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້, ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ອົງຄະນະພັກກະຊວງ ຖວທ ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ, ແນ່ໃສ່ປັບປຸງການຈັດຕັ້ງພັກ ແລະ ແບບແຜນວິທີ່ເຮັດວຽກຂອງຄະນະພັກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຮັກສາໄດ້ບົດບາດເປັນແກນນຳໃນລະບົບການເມືອງ,ມີຄວາມສາມາດໃນການນຳພາ.

ໃນກອງປະຊຸມອັນມີຄວາມໝາຍສໍາຄັນນີ້, ສະຫາຍ ໄຊສີ ສັນຕິວົງ ໄດ້ມີຄໍາເຫັນແນະນໍາວ່າ: ຜູ້ທີ່ຈະເລືອກເຂົ້າໃນຄະນະບໍລິຫານງານພັກຊຸດໃໝ່ພື້ນຖານແມ່ນໃຫ້ປະຕິບັດຕາມມາດຖານລວມຂອງຄະນະບໍລິຫານງານພັກຊຸດໃໝ່ທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂໍ້ 2 ກົດລະບຽບພັກສະໄໝທີ IX ແລະ ມາດຕາ 3 ຂໍ້ກຳນົດເລກທີ 04/ກມສພ, ລົງວັນທີ 22/7/2003 ວ່າດ້ວຍມາດຖານຂອງພະນັກງານກໍຄືຕ້ອງຮັບປະກັນ 3 ລຸ້ນ (ອາວຸໂສ, ກາງ, ໜຸ່ມ) ແລະ ປະ ກອບມີທັງຜູ້ເກົ່າ-ຜູ້ໃໝ່ໃນນັ້ນລຸ້ນໜຸ່ມ ແລະ ລຸ້ນກາງໃຫ້ກວມອັດຕາສ່ວນຫລາຍແນ່ໃສ່ຮັບປະກັນລັກສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນໜຸ່ມເທື່ອລະກ້າວໄປຄ່ຽງຄູ່ກັບການເອົາໃຈໃສ່ໂຄງປະກອບທາງດ້ານເພດຍິງ, ຊົນເຜົ່າໃນອັດຕາສ່ວນທີ່ສົມເຫດສົມຜົນແນ່ໃສ່ຮັບປະກັນຄວາມສາມັກຄີສະເໝີພາບແຕ່ຕ້ອງບົນພື້ນຖານຂອງມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...