Homeຂ່າວການສຶກສາສິ່ງທ້າທາຍຂອງການສຶກສາລາວ ຕ້ອງໄດ້ແກ້ໄຂຕັ້ງແຕ່ຫົວທີ!

ສິ່ງທ້າທາຍຂອງການສຶກສາລາວ ຕ້ອງໄດ້ແກ້ໄຂຕັ້ງແຕ່ຫົວທີ!

Published on

education

ສູນປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການ ແລະ ກິລາມີຄວາມເປັນຫວ່ງຫລາຍຢ່າງ ໃນການປັບປຸງຍົກລະດັບຄຸນນະພາບຂອງການສຶກສາຢູ່ປະເທດເຮົາ ເພື່ອໃຫ້ທຽບທັນສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນຕໍ່ໜ້າ, ພາຍຫລັງພົບເຫັນບັນຫາທີ່ຈະຕ້ອງໄດ້ແກ້ໄຂບໍ່ໜ້ອຍ.

ທ່ານຫົວໜ້າສູນປະກັນຄຸນນະພາບການສຶກສາໃຫ້ຮູ້ວ່າ: ກະຊວງສຶກສາທິການ ແລະ ກິລາ, ໄດ້ພັດທະນາລະບົບປະກັນຄຸນນະພາບການສຶກສາແຫ່ງຊາດເພື່ອເຮັດໜ້າທີ່ກໍານົດມາດຕະຖານຄຸນນະພາບການສຶກສາໃນທຸກຂັ້ນ, ທຸກສາຍໃຫ້ສອດຄ່ອງກັບແຜນປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ມາດຕະຖານຂອງພາກພື້ນ ແລະ ສາກົນ, ນັບແຕ່ການປະເມີນຄຸນນະພາບຂອງຄູສອນ, ຜູ້ບໍລິຫານ, ລະບົບການຮຽນ-ການສອນ, ຜົນການຮັບຮູ້ຂອງຜູ້ຮຽນ, ອາຄານສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກອື່ນໆ, ເພື່ອຮັບປະກັນວ່າລະບົບການສຶກສາລາວມີຄຸນນະພາບດີ, ນັກຮຽນ-ນັກສຶກສາໄດ້ຮັບການຮຽນຮູ້ ແລະ ກໍ່ສ້າງຢ່າງມີປະສິດທິພາບເພື່ອໃຫ້ສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໄດ້ຢ່າງແທ້ຈິງ. ແຕ່ແນວໃດກໍຕາມ, ການຈະບັນລຸເປົ້າໝາຍດັ່ງກ່າວມັນບໍ່ແມ່ນເລື່ອງງ່າຍດາຍປານໃດ, ເນື່ອງຈາກວ່າພວກເຮົາຍັງມີຫລາຍສິ່ງທ້າທາຍທີ່ຈະຕ້ອງໄດ້ແກ້ໄຂເທື່ອລະກ້າວນັບແຕ່ລະບົບການສຶກສາຂັ້ນພື້ນຖານປະຖົມ-ມັດທະຍົມ ກໍຍັງບໍ່ທັນອໍານວຍຄວາມສະດວກເທົ່າທີ່ຄວນເປັນຕົ້ນ: ແມ່ນດ້ານບຸກຄະລາກອນ, ການຈັດຕັ້ງຂັ້ນທ້ອງຖິ່ນ ແລະ ງົບປະມານແມ່ນມີຈໍາກັດ, ຂະນະດຽວກັນລະບົບການສຶກສາຫລັງການສຶກສາຂັ້ນພື້ນຖານເຊັ່ນ: ການສຶກສາສາຍອາຊີວະສຶກສາ, ຊັ້ນສູງ, ວີຊາຊີບ ແລະ ວິຊາສະເພາະຕ່າງໆຍັງບໍ່ທັນສອດຄ່ອງກັບຄວາມຕ້ອງການຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມ, ການສ້າງນັກສຶກສາອອກຮັບໃຊ້ສັງຄົມຍັງໄດ້ແຕ່ປະລິມານຫລາຍກວ່າຄົນນະພາບ, ສິ່ງອໍານວຍຄວາມສະດວກດ້ານການຮຽນ-ການສອນຍັງຂາດເຂີນ, ກະແສຮັບນັກສຶກສາເຂົ້າຮຽນສາຍອາຊີວະສຶກສາ, ຊັ້ນກາງ, ຊັ້ນສູງແລະ ມະຫາວິທະຍາໄລຍັງເຮີຕາມກະແສນິຍົມຂອງສັງຄົມເຊັ່ນ: ຈໍານວນນັກສຶກສາທີ່ຮຽນສາຍບໍລິຫານທຸລະກິດຈະມີອັດຕາສ່ວນຫລາຍກວ່າໂດຍສະເລ່ຍກວມເກືອບ 50% ຂອງນັກສຶກສາໃນສາຂາອາຊີບຕ່າງໆ, ເຊິ່ງບັນຫາດັ່ງກ່າວແມ່ນສິ່ງທ້າທາຍສໍາຄັນຕໍ່ການພັດທະນາການສຶກສາລາວເພື່ອໃຫ້ສາມາດເຊື່ອມໂຍງກັບສາກົນ ແລະ ຈະມີຜົນສະທ້ອນຕໍ່ການສ້າງຊັບພະຍາກອນມະນຸດມາພັດທະນາປະເທດຊາດໃນອະນາຄົດຖ້າພວກເຮົາບໍ່ພ້ອມກັນຮີບຮ້ອນແກ້ໄຂຕັ້ງແຕ່ດຽວນີ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...