Homeຂ່າວພາຍ​ໃນທີມຊາດລາວຂື້ນນຳກ່ອນແຕ່ຖືກຕີສະເໝີໃນບານເຕະ U16 ຕົກຮອບ!

ທີມຊາດລາວຂື້ນນຳກ່ອນແຕ່ຖືກຕີສະເໝີໃນບານເຕະ U16 ຕົກຮອບ!

Published on

ສຳລັບການແຂ່ງຂັນບານເຕະທີ່ ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນ AFC U16 CHAMPIONSHIP INDIA 2016 QUALIFIERS ໃນລະຫວ່າງວັນທີ 12-20 ກັນຍາ 2015 ນີ້ ຢູ່ໃນກຸ່ມ G ມີ: ມາເລເຊຍ, ລາວ, ຟີລິບປິນ, ນອສເທີນ ມາເຣຍນາ, ຕີມໍ ເລສເຕ

ການແຂ່ງຂັນໃນວັນທີ 20 ກັນຍາ 2015 ທີ່ຜ່ານມາມີລົງແຂ່ງຂັນ 2 ຄູ່ ທີມຊາດນອດເທີນ ມາເຣຍນາພົບກັບທີມຊາດຟິລິບປິນ ໃນເວລາ 16:00 ໂມງ ຜົນປະກົດວ່ານອດເທີນ ມາເຣຍນາ ເສຍໃຫ້ ຟິລິບປິນ 2-9 ປະຕູ ແລະ ທີມຊາດລາວເຮົາລົງສະໜາມພົບກັບທີມຊາດມາເລເຊຍ ໃນເວລາ 19:00 ໂມງ ຈະແຂ່ງຂັນທີ່ສະໜາມກິລາແຫ່ງຊາດຫຼັກ 16 ເຊີ່ງໃນເຄີ່ງເວລາທຳອິດທີມຊາດລາວເຮົາຂື້ນນຳກ່ອນທີ່ຈະໝົດເວລາ 1-0 ປະຕູ ແຕ່ມາເຖິງເຄີງເວລາທີ 2 ທີມຊາດມາເລເຊຍ ມາຕີສະເໝີໄດ້ໃນນາທີທີ່ 48 ເປັນ 1-1 ປະຕູ ເຮັດໃຫ້ຈົບເກມທີມຊາດລາວບໍ່ສາມາດເອົາຊະນະທີມຊາດມາເລເຊຍໄດ້ ຕົກຮອບແບ່ງກຸ່ມໄປແບບໜາເສຍດາຍ

11149542_1643817552502430_6840133317709797407_n

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...