„ໄຟປ່າແຄລິຟໍເນຍຍັງຄຸກຄາມໜັກ ໄຟປ່າທາງຕອນເໜືອຂອງນະຄອນຫລວງແຄລິຟໍເນຍ ສະຫາລັດອະເມຣິກາ ຍັງໄໝ້ລາມຮຸນແຮງຫລາຍຈຸດ ເຖິງມື້ວັນເສົາທີ່ຜ່ານມາໄດ້ເຜົາຜານບ້ານເຮືອນປະຊາຊົນໄປແລ້ວກວ່າ 1,400 ຫລັງ ມື້ນີ້ວັນຈັນທີ່ 21 ກັນຍາ 2015 ເວລາ 0:17 ນ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອດແອງເຈລີດ ປະເທດສະຫkລັດອະເມຣິກາ ເມື່ອວັນທີ່ 20 ກັນຍາ. ວ່າ ສະເຫດການໄຟປ່າທີ່ໄໝ້ລາມໃນບໍລິເວນກວ້າງ ທາງຕອນເໜືອຂອງນະຄອນຫລວງແຄລິຟໍເນຍສະຫາລັດ ຍັງຢູ່ໃນຂັ້ນຮຸນແຮງ ເຖິງວ່າບາງພື້ນທີ່ຈະຜ່ອນຄາຍລົງ ເຊັ່ນທີ່ເມືອງມິດເດີນທາວ ປະຊາຊົນປະມານ 1,300 ຄົົນທີ່ອົບພະຍົບອອກນອກພື້ນທີ່ເມື່ອອາທິດທີ່ແລ້ວ ກຳລັງເດິນທາງກັບຄືນສູ່ຖິ່ນຖານ ຢ່າງໃດກໍຕາມ ໃນຫລາຍພື້ນທີ່ໄຟຍັງຮຸນແຮງນອກເໜືອການຄວບຄຸມ ຖະແຫລງການຂອງສຳນັກງານປ່າໄມ້ ແລະ ປ້ອງກັນໄຟນະຄອນຫລວງແຄລິຟໍເນຍ (ແຄໄຟລ໌) ເມື່ອວັນອາທິດ ລະບຸວ່າ ຫລ້າສຸດຍັງມີໄຟປ່າຮຸນແຮງຢ່າງນ້ອຍ 9 ຈຸດ ທີ່ຍັງໄໝ້ລາມ ແລະມີຜູ້ເສຍຊີວິດແລ້ວ 6 ລາຍ ທາງການລະດົມກຳລັງເຈົ້າຫນ້າທີ່ດັບເພີງເກືອບ 11,000 ຄົນ ຕໍ່ສູ້ກັບໄຟໃນພາກສະໜາມ ຈຸດທີ່ຮຸນແຮງທີ່ສຸດຄື “ໄຟປ່າວັນເລີຍ” ທາງຕອນເໜືອຂອງນາປາ ວັນເລີຍ ແຫລ່ງປູກອະງຸ່ນຜະລິດໄວນ໌ຊື່ດັງ ຊຶ່ງໄຟປ່າເຜົາຜານພື້ນທີ່ໄປແລ້ວ 186,250 ໄຮ່ ຫລືຫລາຍກວ່າ 2 ເທົ່າຂອງພື້ນທີ່ເມືອງໃຫຍ່ຊານຟຣານຊິດໂກ ມີຜູ້ເສຍຊີວິດ 3 ລາຍ ບ້ານເຮືອນຖືກໄຟເຜົາ 585 ຫລັງ ແຕ່ໄຟປ່າວັນເລີຍຖືກຄວບຄຸມໄດ້ເກືອບຄຶ່ງໜຶ່ງແລ້ວ ແລະ ອີກຈຸດຄື “ໄຟປ່າບັດ” ໄໝ້ລາມກິນເນື້ອທີ່ກວ່າ 181,750 ໄຮ່ ແຕ່ນັກດັບເພີງຄວບຄຸມໄຟໄດ້ແລ້ວປະມານຮ້ອຍລະ 70 ເຈົ້າຫນ້າທີ່ແຄໄຟລ໌ ເຜີຍອີກວ່າ ຕັ້ງແຕ່ວັນເສົາ ໄຟປ່າເຜົາໄໝ້ບ້ານເຮືອນປະຊາຊົນໃນເຂດນະຄອນຫລວງແຄລິຟໍເນຍ ຈົນເສຍຫາຍທັງໝົດຫລາຍກວ່າ 1,400 ຫລັງ ໄຟປ່າລຸກໃໝ່ “ທາດຊາຮາຣາ” ທີ່ເລີ່ມໄໝ້ລາມຕັ້ງແຕ່ຕອນສວຍຂອງມື້ວັນເສົາ ໃນມອນເທີເຣເຄົາຕີ ຕາມແນວຊາຍຝັ່ງມະຫາທະເລແປຊິຟິກ ທາງຕອນກາງຂອງນະຄອນຫລວງ ຫລ້າສຸດໄຟລາມກິນເນື້ອທີ່ 3,000 ໄຮ່ ແລະ ຫນ່ວຍດັບເພີງສາມາດຢຸດໄຟຈຸດນີ້ໄດ້ພຽງຮ້ອຍລະ 10 ໄຟປ່າສ້າງຄວາມເສຍຫາຍຕໍ່ນະຄອນຫລວງແຄລິຟໍເນຍ ຄິດເປັນມູນຄ່າຢ່າງນ້ອຍ 244 ລ້ານດອນ ນັບຕັ້ງແຕ່ວັນທີ່ 1 ກັນຍາ ເປັນຕົ້ນມາ ທຽບກັບ 434 ລ້ານດອນຂອງຕະຫລອດທັງປີ 2014 ແລະ 240 ລ້ານດອນຂອງປີ 2013 ໄຟປ່າເທື່ອຮ້າຍແຮງທີ່ສຸດໃນປະຫວັດສາດຂອງນະຄອນຫລວງແຄລິຟໍເນຍ ເກີດຂຶ້ນເມື່ອເດືອນ ຕຸລາ 1991 ຈາກ”ໄຟປ່າທັນເນນ” ມີຜູ້ເສຍຊີວິດ 25 ລາຍ ອາຄານບ້ານເຮືອນຖືກໄຟເຜົາ 2,900 ຫລັງ ແຕ່ໃນແງ່ຂອງຂະໜາດພື້ນທີ່ທີ່ຖືກໄຟປ່າເຜົາຜານ “ໄຟປ່າຊີອາລ໌” ໃນປີ 2003 ເຮັດສະຖິຕິໄໝ້ລາມພື້ນທີ່ກວ້າງເຖິງ 682,500 ໄຮ່. “
ໄຟປ່າແຄລິຟໍເນຍຍັງສືບຕໍ່ຄຸກຄາມໜັກ
1775
 
                                    ບົດຄວາມຫຼ້າສຸດ
                                        ຂ່າວຕ່າງປະເທດ
                    
                                                        
                                                            
                                                                                                                                                                                                                    
                                                    
                    
                    
                    
                                    
            ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ
ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...
                                            
                                        ຂ່າວພາຍໃນ
                    
                                                        
                                                            
                                                                                                                                                                                                                    
                                                    
                    
                    
                    
                                    
            ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...
                                            
                                        ກອງປະຊຸມສຸດຍອດອາຊຽນ
                    
                                                        
                                                            
                                                                                                                                                                                                                    
                                                    
                    
                    
                    
                                    
            ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ
ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...
                                            
                                        ຂ່າວຕ່າງປະເທດ
                    
                                                        
                                                            
                                                                                                                                                                                                                    
                                                    
                    
                    
                    
                                    
            ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ
ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ.
ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...
                                            




