Homeຂ່າວພາຍ​ໃນລັດຖະບານຫ້າມເດັດຂາດ ບໍ່ໃຫ້ສົ່ງອອກໄມ້ທ່ອນໄປຕ່າງປະເທດ

ລັດຖະບານຫ້າມເດັດຂາດ ບໍ່ໃຫ້ສົ່ງອອກໄມ້ທ່ອນໄປຕ່າງປະເທດ

Published on

ໄມ້ທ່ອນ
ລັດຖະບານຫ້າມ ບໍ່ອະນຸຍາດໃຫ້ສົ່ງອອກໄມ້ທ່ອນ, ໄມ້ຕັບ ອອກໄປຕ່າງປະເທດຢ່າງເດັດຂາດ

ເມື່ອວັນທີ 18 ສິງຫາ 2015 ທີ່ຜ່ານມາ ຫ້ອງການລັດຖະບານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ເລື່ອງ: ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດ ລາຄາພັນທະໄມ້ສົ່ງອອກຕ່າງປະເທດ ປະເພດໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ ແລະໄມ້ເຄິ່ງສຳເລັດຮູບ ຕາມແຈ້ງການຂອງຫ້ອງວ່າການລັດຖະບານ ສະບັບເລກທີ 700/ຫລບ.ກລຂ, ລົງວັນທີ 30/4/2015 ແລະການຜັນຂະຫຍາຍແຈ້ງການ ສະບັບເລກທີ 790/ຫລບ.ກລຂ, ລົວງັນທີ 21/5/2015.

ໂດຍອີງຕາມການສະເໜີຂອງ ກະຊວງອຸດສາຫະກຳແລະການຄ້າ ແລະການຕົກລົງຂອງທ່ານ ນາຍົກລັດຖະມົນຕີ ແລະຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ຂົງເຂດການຜະລິດ ແລະຈໍລະຈອນ.

ຫ້ອງວ່າການລັດຖະບານ ຈຶ່ງແຈ້ງເຖິງທ່ານນາຍົກ ແລະຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ຂົງເຂດການຜະລິດ ແລະຈໍລະຈອນ ວ່າ: ບໍ່ອະນຸຍາດໃຫ້ສົ່ງອອກໄມ້ທ່ອນ, ໄມ້ຕັບ ອອກໄປຕ່າງປະເທດຢ່າງເດັດຂາດ, ໃຫ້ປຸງແຕ່ງສຳເລັດຮູບແລ້ວຈຶ່ງສົ່ງອອກ ໃຫ້ປະຕິບັດຕາມແຈ້ງການຂອງຫ້ອງ ວ່າການລັດຖະບານ ສະບັບເລກທີ 790/ຫລບ.ກລຂ ລົງວັນທີ 21 /5/2015 ຢ່າງເຂັ້ມງວດ.

ໝາຍເຫດ: ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 700/ຫລບ.ກລຂ, ລົງວັນທີ 30/4/2015

ແຈ້ງການ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...