Homeຂ່າວຕ່າງປະເທດຮູ້ບໍ່? ເດັກນ້ອຍ Ahmed Mohamed ແມ່ນໃຜ? ເພາະຫຍັງ Mark Zuckerberg ຄືຢາກພົບ

ຮູ້ບໍ່? ເດັກນ້ອຍ Ahmed Mohamed ແມ່ນໃຜ? ເພາະຫຍັງ Mark Zuckerberg ຄືຢາກພົບ

Published on

images_14425460761

ກາຍ​ເປັນ​ກະ​ແສ​ດັງ​ໃນ​ໂລກ​ອອນ​ໄລນ໌​ເລີຍ​ກໍ​ວ່າ​ໄດ້ ຫລັງ​ຈາກ​ທີ່​ມີ​ຂ່າວ​ຂອງ  Ahmed Mohamed ເດັກ​ຊາຍ​ມຸດ​ສະລິມ​ອາຍຸ 14 ປີ ທີ່​ຖືກ​ເຈົ້າ​ຄູ​ທີ່​ໂຮງຮຽນ​ແຈ້ງ​ຕຳ​ຫລວດ​ຈັບ ຫລັງ​ຈາກ​ເຂົ້າໃຈ​ຜິດ​ວ່າ ໂມງ​ທີ່ Ahmed ປະກອບ​ຂຶ້ນ​ມາ​ເອງ​ນັ້ນ ເປັນ​ລະ​ເບີດ

ບໍ່​ພຽງ​ເທົ່າ​ນັ້ນ ກະ​ແສ​ຂອງ​ເລື່ອງ​ນີ້​ຍັງ​ລາມໄປ​ຢ່າງ​ຕໍ່​ເນື່ອງ ຫລັງ​ຈາກ​ມີ​ພາບ​ທີ່ Ahmed ຖືກ​ຕຳ​ຫລວດ​ໃສ່​ກະ​ແຈ​ມື ດ້ວຍ​ອາຍຸ​ພຽງ​ແຕ່ 14 ປີ ຊຶ່ງ​ຊາ​ວສະ​ຫາລັດ ຕ່າງ​ລົງ​ຄວາມ​ເຫັນ​ວ່າ ເປັນ​ການ​ກະທຳ​ທີ່​ບໍ່​ເໝາະ​ສົມ ພຽງ​ເພາະ​ເດັກນ້ອຍ​ຄົນ​ນີ້ ເປັນ​ຊາວ​ມຸດສະ​ລິມ ຈົນ​ເຮັດໃຫ້​ຖືກ​ເຊື່ອງໂຍງໄປ​ຍັງ​ເລື່ອງ​ຂອງ ການ​ຫຍຽດ​ເຊື້ອຊາດອີກ​ດ້ວຍ ຊຶ່ງ​ໂລກ​ອອນ​ໄລນ໌ ໄດ້​ມີ​ການ​​ແທັກ#IStandWithAhmed ເພື່ອ​ໃຫ້​ກຳ​ລັງ​ໃຈ Ahmed ກັນ​ຢ່າງ​ຫລວງຫລາຍ

images_14425445171

ນອກ​ຈາກ​ນີ້ ຄົນ​ດັງ​ໃນ​ວົງ​ການ​ໄອ​ທີ ​ເຊັ່ນ  Mark Zuckerberg ຍັງ​ໂພດ​ສ໌ໃຫ້​ກຳ​ລັງ​ໃຈ ແລະ​ລະ​ບຸ​ອີກ​ດ້ວຍ​ວ່າ  ຢາກ​ພົບ Ahmed ຢ່າງ​ຫລາຍ ພ້ອມ​ກັບ​ເຜີຍ​ວ່າ ດ້ວຍ​ທັກ​ສະ​ແລະ​ຄວາມ​ຊອກຮູ້​ໃນ​ການ​ສ້າງສັນ​ສິ່ງ​ໃໝ່​ໆ ຄວນ​ຈະ​ໄດ້ຮັບ​ການ​ຍົກ​ຍ້ອງ ບໍ່ແມ່ນ​ການ​ຖືກ​ຈັບ​ກຸມ ຊຶ່ງ​ຄົນ​ແບບ Ahmed ຄື​ຄົົນທີ່​ຊາດ​ຕ້ອງ​ການ ອີກ​ທັງ ຍັງ​ໄດ້​ຊວນ Ahmed ມາ​ທີ່ Facebook ອີກ​ດ້ວຍ

images_14425447022

ປະ​ທາ​ນປະເທດ  ບາ​ຣັກ ໂອ​ບາ​ມາ ກໍ​ຍັງ​ໂພດ​ສ໌ໃຫ້​ກຳ​ລັງ​ໃຈ ແລະ​ເຊີນ Ahmed ມາ​ທຳນຽບ​ຂາວ ພ້ອມ​ກັບ​ບອກວ່າ ໃຫ້​ນຳ​ໂມງ​ສຸດ​ຍອດ​ອັນ​ນີ້​ມາ​ດ້ວຍ​ເຊັ່ນ​ກັນ

images_14425458572

ໂມງ​ປະດິດ​ຂອງ Ahmed ທີ່​​ຄູ​ແລະ​ຕຳ​ຫລວດ ກ່າວ​ຫາ​ວ່າ​ເປັນ ລະ​ເບີດ

images_14425461033

Ahmed ຖືກ​ຈັບ​ໃສ່​ກະ​ແຈ​ມື ດ້ວຍ​ອາຍຸ​ພຽງ 14 ປີ​ເທົ່າ​ນັ້ນ

ບໍ່​ພຽງ​ເທົ່າ​ນັ້ນ  Steve Wozniak ອະ​ດີດ​ຜູ້​ຮ່ວມ​ກໍ່​ຕັ້ງ​ບໍລິສັດ Apple ຫລັງ​ຈາກ​ທີ່​ໄດ້​ເຫັນ​ຂ່າວ​ຂອງ Ahmed ກໍ​ໄດ້​ເຜີຍ​ວ່າ ຄືກັບ​ກຳ​ລັງ​ອ່ານ​ເລື່ອງ​​ຂອງ​ຕົວ​ເອງ​ໃນ​ສະໄຫມ​ເດັກ ເນື່ອງ​ຈາກ​ຕົວເອງ​ກໍ​ເຄີຍ​ປະດິດ​ສິ່ງ​ຂອງ​ແບບ​ນີ້​ຄືກັນ

ໂດຍ​ເຜີຍ​ວ່າ ເລື່ອງ​ລາວ​ຂອງ Ahmed ນັ້ນ ເຮັດໃຫ້​ຄິດເຫັນ​ຕົວ​ເອງ​ສະໄໝ​ຮຽນ​ຢູ່​ໄຮ​ສ໌​ຄູນ​ເມື່ອ​ປີ 1967 ຊຶ່ງ​​ຕົວເອງ​ໄດ້​ປະດິດ Electronic Metronome ຫລື​ເຄື່ອງ​ເຄາະ​ຈັງ​ຫວະ ແລະ​ນຳ​ໄປ​ໃສ່​ໄວ້​ໃນ​ລັອກ​ເກີລ໌​ຂອງ​ໝູ່ໂດຍ​ຕົວ​ເຄາະ​ຈັງ​ຫວະ ຈະ​ເຄາະ​ໄວ​ຂຶ້ນ ເມື່ອ​ລັອກ​ເກີລ໌​ຖືກ​ເປີດ​ອອກ ຊຶ່ງ​ລາວຕ້ອງ​ການ​ໃຫ້​ຄົນ​ອື່ນ​ຄິດວ່າ ມັນ​ຄື​ລະ​ເບີດ

ສ່ວນ​ໃຜ​ຢາກ​ຕິດ​ຕາມ​ເລື່ອງ​ລາວ​ຂອງ Ahmed Mohamed ສາມາດ​ຕິດ​ຕາມ​ເພິ່ມເຕິມ​ໄດ້​ທີ່​ #IStandWithAhmed

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...