Homeມູມໄອທີລາວສາວົກ Android ນຳແຈກດາວດຽວໃຫ້ແອບ Move to iOS

ສາວົກ Android ນຳແຈກດາວດຽວໃຫ້ແອບ Move to iOS

Published on

ແອບ Move to iOS ນັບ​ເປັນ​ແອບ​ພິ​ເຄ​ຊັ່ນ​ທຳອິດ​ຂອງ Apple ທີ່​ເຮັດໃຫ້​ກັບ Android ໂດຍ​ມີ​ຈຸດ​​ໝາຍ​ເພື່ອ​ອຳ​ນວຍ​ຄວາມສະດວກ​ໃຫ້​ຜູ້​ໃຊ້​ງານ Android ຍ້າຍ​ຂໍ້​ມູນ​ມາຍັງ iOS ໄດ້​ງ່າຍໆ  ແລະ​ພຽງ​ແຕ່​ມື້​ດຽວ​ຂອງ​ການ​ເປີດ​ຕົວ​ແອບ​ພິ​ເຄ​ຊັ່ນ Move to iOS ນີ້  ສາວົກ​ແອ​ນດຣອຍ​ກໍ​ພາ​ກັນ​ໄປ​ແຈກ 1 ດາວ​ໃຫ້​ກັບ​ແອບ​ນີ້  ພ້ອມ​ສະແດງ​ຄວາມ​ຄິດ​ເຫັນ​ໃນ​ເຊີງ​ລົບ​ຕໍ່​ແອບ​ດັ່ງ​ກ່າວ

ios9-anroid-migration2

ປະຈຸບັນ​ຄະ​ແນນຂອງ Move to iOS ຢູ່​ທີ່ 1.7 ​ເຕັມ 5 ຄະ​ແນນ ເນື່ອງ​ຈາກ​​ສາວົກ Android ກວ່າ​ໝື່ນ​ສອງ​ພັນ​ຄົນ​ເຂົ້າໄປ​ກົດ​ໃຫ້​ຄະ​ແນນ​ໜຶ່ງ​ດາວ  ພ້ອມ​ຄອມ​ເມ້ນເຈັບໆ​ຄັນໆ​ເຊັ່ນ “ຄິດວ່າ​ຂ້ອຍ​ເປັນ​ບ້າ​ໄປ​ແລ້ວ​ຫວາ  ທີ່​ຈະໃຫ້​ຍ້າຍ​ຈາກ Android ໄປ iOS ນະ”  “ຈິງ​ຈັງເກີນໄປ​ບໍ່? ນີ້​ຄິດ​ຈະໃຫ້​ຄົນ​ຍ້າຍ​ເຂົ້າ​ໄປ​ຢູ່ໃນ​ລະບົບ​ປິດ​ຢ່າງ iOS ນິຫວາ” “ຮູ້​ບໍ່ວ່າ​ເປັນຫຍັງ​ຄົນ​ໃຊ້ iPhone ເຖິງ​ບໍ່​ຊັງ Android ຫລາຍ​ເທົ່າ​ທີ່​ຄົນ​ໃຊ້ Android ຊັງ iOS ເພາະ Google ​ເຂົາໃຈ​ກວ້າງ​ເຮັດ​ແອ​ບລົງ​ໃນ​ທຸກ OS ບໍ່​ຄື Apple ທີ່​ຄິດ​ແຕ່​ຈະ​ຫາ​ເງິນ​ແຖມ​ຍັງ​ຂາດ​ຊຶ່​ງນະວັດ​ຕະກຳ” ແລະ ອື່ນໆ

move-to-ios

ນອກ​ຈາກ​ຄອມ​ເມ້ນ​ໃນ​ເຊີງ​​ກັດ Apple ພຽງ​ຢ່າງ​ດຽວ  ກໍ​ຍັງມີ​ຜູ້​ໃຊ້​ງານ​ບາງ​ຄົນ​ລອງ​ໃຊ້​ແອບ​ແລ້ວ​ກໍ​ວິ​ຈານ​ວ່າ​ດີ​ໄຊນ໌​ບໍ່ດີບໍ່ງາມ  ເປີດ​ແອບ​ແລ້ວ​ເຄື່ອງ​ຊ້າ  ບໍ່​ສາມາດ​ຮອງ​ຮັບ​ກັບ Android ທຸກ​ເຄື່ອງ​ໄດ້  ແຕ່​ກໍ​ມີ​ຜູ້​ໃຊ້​ງານ​ບາງ​ຄົນ​ຄືກັນ​ທີ່​ໂຫວດ 5 ດາວ​ໃຫ້​ກັບ​ແອບ​ນີ້  ແລ້ວ​ບອກວ່າ​ຕົວ​ແອບ​ມັນ​ກໍ​ບໍ່​ໄດ້​ມີ​ບັນຫາ​ຫຍັງ​  ພວກ​ທີ່​ໃຫ້ 1 ດາວ​​ບໍ່ມັກກັນ​ໄປ​ເອງ

ໃຜ​ຢາກ​ຕາມ​ເຂົ້າໄປ​ອ່ານ​ຄອມ​ເມ້ນຂອງ​ສາວົກ Android ກໍ​ເຂົ້າໄປ​ເບິ່ງ​ໄດ້​ທີ່ Playstore ບໍ່​ແນ່​ວ່າ​ນີ້​ອາດຈະ​ກາຍ​ເປັນ​ແອບ​ທີ່​ມີ​ຄົນ​ເຂົ້າໄປໃຫ້ 1 ດາວ​ຫລາຍ​ທີ່ສຸດ​ໃນ​ອະນາຄົດ​ອັນ​ໃກ້​ນີ້​ກໍ​ເປັນໄດ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...