spot_img
Homeຂ່າວພາຍ​ໃນຫົວຫນ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ຮັບການສ່ອງແສງວຽກງານຕ່າງໆ

ຫົວຫນ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ຮັບການສ່ອງແສງວຽກງານຕ່າງໆ

Published on

thu26sep2

ໃນວັນທີ 16-17 ກັນຍາ ນີ້, ສະຫາຍພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະ ການປະຈຳພັກແຂວງ, ເລຂາ ຄະນະພັກ, ຫົວຫນ້າການ ເມືອງກອງບັນຊາການທະ ຫານແຂວງອຸດົມໄຊ ໄດ້ລົງ ຮັບການສ່ອງແສງການຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ 26 ໂຄງການທີ່ຄະນະພັກກະ ຊວງປ້ອງກັນປະເທດວາງ ອອກຢູ່ກອງຮ້ອຍ 141 ແລະ ກອງບັນຊາການທະຫານ ເມືອງນາຫມໍ້ ແຂວງອຸດົມໄຊ.
ໂອກາດດັ່ງກ່າວຄະນະພັກ ຄະນະບັນຊາແຕ່ລະກົມກອງ ກໍ່ໄດ້ລາຍງານສະພາບການ ເຄື່ອນໄຫວຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ 26 ໂຄງການ ຂອງກະຊວງປ້ອງກັນປະເທດ ໂດຍສະເພາະຂົງເຂດວຽກ ງານການເມືອງນຳພາແນວ ຄິດເປັນບັນຫາສຳຄັນໃນການປັບປຸງກໍ່ສ້າງກຳລັງວຽກ ງານເຮັດໃຫ້ສະພາບມີຄວາມ ສະຫງົບ ໄດ້ຖືເອົາການຫັນລົງ ກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານອື່ນໆຈຳ ນວນຫນຶ່ງ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 18 ກັນຍາ ນີ້, ທີ່ກອງ ບັນຊາການທະຫານແຂວງອຸ ດົມໄຊ ກໍ່ໄດ້ຈັດກອງປະຊຸມ ສ່ອງແສງວຽກງານປ້ອງກັນ ພາຍໃນກອງທັບ ປະຈຳປີ 2013 ຂຶ້ນໂດຍການເປັນປະ ທານຂອງສະຫາຍພັນເອກ ບຸນລ້ຽງ ແສງພະຈັນ ຫົວຫນ້າ ກົມປ້ອງກັນພາຍໃນກົມໃຫຍ່ ການເມືອງກອງທັບ, ມີບັນ ດາສະຫາຍຫົວຫນ້າ, ພະ ແນກປ້ອງກັນພາຍໃນທົ່ວ ກອງບັນຊາການທະຫານ ແຂວງອຸດົມໄຊ, ທະຫານ ແຂວງບໍ່ແກ້ວ, ຜົ້ງສາລີ, ຫຼວງ ນ້ຳທາ, ກອງ “ກ 3”, ກອງ     “ຂ 301” ເຂົ້າຮ່ວມ.
ໃນການດຳເນີນກອງປະຊຸມ ຜູ້ແທນແຕ່ລະກົມກອງໄດ້ພັດ ປ່ຽນກັນສ່ອງແສງລາຍງານ ການເຄື່ອນໄຫວຈັດຕັ້ງປະຕິ ບັດວຽກງານປ້ອງກັນພາຍໃນ ໃນໄລຍະ 1 ປີຜ່ານມາ ໂດຍ ສະເພາະແມ່ນວຽກງານສືບ ສວນ-ສອບສວນຄະດີ, ວຽກ ງານຄຸ້ມຄອງປ້ອງກັນການ ເມືອງພາຍໃນພັກ, ພາຍໃນ ກົມກອງ, ວຽກງານປ້ອງກັນ ຄວາມປອດໄພ, ວຽກງານກໍ່ ສ້າງຮາກຖານການເມືອງ, ວຽກງານຄຸ້ມຄອງພາຫະນະ ອາວຸດກະສູນ, ວຽກງານກໍ່ ສ້າງກົມກອງປອດໃສ, ປອດ ໄພ, ປອດຄະດີ, ວຽກງານສືບ ຂ່າວ, ວຽກງານປ້ອງກັນການ ນຳພັກ-ລັດ, ວຽກງານຄຸ້ມ ຄອງຕ້ອງຫ້າມ, ວຽກງານ ກວດກາຊີຫວະປະຫວັດທະ ຫານໃຫມ່ ແລະ ວຽກງານປັບ ປຸງອົງການຈັດຕັ້ງພາຍໃນ, ຈາກນັ້ນກອງປະຊຸມກໍ່ໄດ້ຮັບ ຟັງຄຳສັ່ງແນະນຳຂອງກົມ ປ້ອງກັນພາຍໃນກົມໃຫຍ່ ການເມືອງກອງທັບກ່ຽວກັບ ການສະຫຼຸບວຽກງານປ້ອງ ກັນພາຍໃນກອງທັບໃນປີ 2011-2015 ຕື່ມອີກ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...