spot_img
Homeມູມໄອທີລາວ24 ຟັງຊັ່ນລັບໆຂອງ iOS 9 ທີ່ເຈົ້າອາດຍັງບໍ່ຮູ້?

24 ຟັງຊັ່ນລັບໆຂອງ iOS 9 ທີ່ເຈົ້າອາດຍັງບໍ່ຮູ້?

Published on

          ເຜີຍ 24 ຟັງຊັ່ນລັບໆ ຂອງ iOS 9 ທີ່​ເຈົ້າ​ອາດ​ຍັງ​ບໍ່​ຮູ້ ມີຟັງຊັ່ນ​ຫຍັງ​ໜ້າ​ສົນ​ໃຈ​ແດ່

iOS_9_Feature_1

         ໃນ​ທີ່ສຸດ​ແອບ​ເປີນ​ກໍ​ໄດ້​ປ່ອຍ​ອັບ​ເດດ iOS 9 ໃຫ້​ອັບ​ເດດ​ໄດ້​ພ້ອມ​ກັນ​ທົ່ວ​ໂລກ​ແລ້ວ​ເມື່ອ​ວັນທີ່ 17 ກັນຍາ 2015 ຊຶ່ງ​ກໍ​ໄດ້​ມີ​ການ​ເປີດ​ເຜີຍ​ຟັງຊັ່ນ​ຫລັກ​ໃໝ່​ໆ ໃຫ້​ໄດ້​ຮູ້​ກັນ​ໄປ​ແລ້ວ ແລະ ​ມື້​ນີ້​ທາງ​ເວັບ​ໄຊຕ໌ Laopost ກໍ​ໄດ້​ນຳ​ຟັງຊັ່ນລັບໆ ທີ່​ເພີ່ມ​ເຂົ້າ​ມາ​ໃນ iOS 9 ຊຶ່ງ​ຫລາຍ​ຄົນ​ອາດ​ຍັງ​ບໍ່​ຮູ້​ມາ​ຝາກ​ກັນ​ເຖິງ 24 ຟັງຊັ່ນເລີຍ​ ຈະ​ມີ​ຫຍັງ​ແດ່​ນັ້ນ​ມາ​ເບິ່ງ​ກັນ​ເລີຍ

1.  Widget ແບດ​ເຕີ​ຣີ່

          ສະແດງ​ແບດ​ເຕີ​ຣີ່​ທີ່​ເຫລືອ​ຂອງ iPhone ແລະ Apple Watch ທີ່​ເຊື່ອມ​ຕໍ່​ຢູ່​ເທິງ Notification Center ສາມາດ​ເພີ່ມ Widget ໄດ້​ດ້ວຍ​ການ​ເລື່ອນ​ໄປ​ດ້ານ​ລຸ່ມ​ຂອງ​ແທັບ Today ແລ້ວ​ເລືອກ Edit ເພື່ອ​ເພີ່ມ Widget

2.  ຂໍ້​ມູນ​ການ​ໃຊ້​ແບດ​ເຕີ​ຣີ່

          ສະແດງ​ອັດຕາ​ການ​ໃຊ້​ແບດ​ເຕີ​ຣີ່​ຂອງ​ແອບ ຕ່າງໆ ສາມາດ​ເຂົ້າໄປ​ເບິ່ງ​ໄດ້​ທີ່ Settings> Battery ໂດຍ​ສາມາດ​ກົດ​ທີ່​ປຸ່ມ​ໂມງ​ເພື່ອ​ເບິ່ງ​ໄດ້​ວ່າ​ແຕ່​ລະ​ແອບ ສົ່ງ​ຜົນ​ໃຫ້​ແບດ​ເຕີ​ຣີ່​ໝົດ​ໄວ​ຂຶ້ນ​ເປັນ​ເວລາ​ເທົ່າໃດ

iOS_9_Feature_2

3.  ໂທ-ສົ່ງ​ຂໍ້ຄວາມ​ແບບ​ວ່ອງໄວ

          ເມື່ອ​ຜູ້​ໃຊ້​ຄົ້ນ​ຫາ Centact ດ້ວຍຟັງຊັ່ນ Spotlight ຈະ​ມີ​ລາຍ​ຊື່ Contact ສຳລັບ​ໃຊ້​ໂທ​ຫລື​ສົ່ງ​ຂໍ້ຄວາມ​ແບບ​ວ່ອງໄວ​ໄດ້ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ເປີດ​ແອບ Phone ຫລື Contacts ເລີຍ

4.  ປຸ່ມ Shift ປ່ຽນ​ໄປ

          ປຸ່ມ Shift ໃນ iOS ຈະ​ປ່ຽນ​ການເຮັດວຽກງານ​ຈາກ​ເກົ່າ ໂດຍ​ຈະ​ພິມ​ເປັນ​ຕົວ​ອັກສອນ Uppercase ຕະຫລອດ​ເວລາ​ຫາກ​ປຸ່ມ Shift ຖືກ​ກົດ​ເອົາ​ໄວ້ ສຳລັບ​ຄົົນທີ່​ບໍ່​ມັກ​ກໍ​ສາມາດ​ປິດ​ໄດ້​ໂດຍ​ໃຫ້​ເຂົ້າໄປ​ທີ່ Settings> General> Accessibility> Keyboard ແລ້ວ​ເລືອກ​ປິດ Show Lowercase Keys ພຽງ​ເທົ່າ​ນີ້​ປຸ່ມ Shift ກໍ​ຈະ​ກັບ​ໄປ​ຄືກັບ​ຂອງ iOS 8 ແລ້ວ

iOS_9_Feature_3

5.  ໃຊ້​ຄີ​ບອ​ດ​ເປັນ Trackpad

          ຖ້າ​ຫາກ​ໃຊ້​ສອງ​ນິ້ວ​ກົດເທິງ​ຄີ​ບອ​ດຂອງ iPad ຈະ​ສາມາດ​ໃຊ້​ລາກ​ແທນ​ເມົ້າ​ Trackpad ໄດ້

iOS_9_Feature_4

6.  Image Markup

          ສາມາດ​ແຕ້ມ​ຫລື​ຂີດ​ຂຽນ​ເທິງ​ຮູບ​ພາບ​ທີ່​ແນບ​ໄປ​ພ້ອມ​ກັບ​ອີ​ເມລ​ໄດ້ ພຽງ​ແຕ່ກົດ​ຄ້າງ​ເທິງ​ຮູບ​ພາບ​ທີ່​ແນບ​ແລ້ວ​ເລືອກ Markup

iOS_9_Feature_5

7.  ເຊື່ອງ​ຮູບ​ຫລາຍ​ຮູບ​ພ້ອມ​ກັນ

          ເຊື່ອງ​ຮູບ​ພາບ​ໄດ້​ຫລາຍ​ຮູບ​ພ້ອມ​ກັນ ພຽງ​ແຕ່​ເລືອກ​ຮູບ​ພາບ​ທີ່​ຕ້ອງ​ການ​ເຊື່ອງ​ໃນ Camera Roll ແລ້ວ​ກົດ​ປຸ່ມ​ທີ່​ມຸມ​ຊ້າຍ​ລຸ່ມ​ແລ້ວ​ເລືອກ Hide

8.  ແຍກ​ໂຟນ​ເດີລ໌​ຮູບ​ພາບ

          ຮູບ​ພາບ​ທີ່​ຖ່າຍ​ດ້ວຍ​ກ້ອງ​ໜ້າ​ແລະ​ກ້ອງ​ຫລັງ​ລວມ​ທັງ​ການ​ແຄບ​ໜ້າ​ຈໍ​ຈະ​ຖືກ​ແຍກ​ອອກຈາກ​ກັນ ງ່າຍ​ຕໍ່​ການ​ເປີດ​ເບິ່ງ ພຽງ​ແຕ່​ເປີດ​ແອບ Photos ແລ້ວ​ເລືອກ Albums ກໍ​ຈະ​ພົບກັບໂຟນ​ເດີລ໌​ດັ່ງ​ກ່າວ​ທັນ​ທີ

iOS_9_Feature_6

9.  ແນບ​ໄຟລ໌​ໄດ້​ທຸກ​ຊະນິດ

          ສາມາດ​ແນບ​ໄຟລ໌​ຈາກ iCloud Drive ໄດ້​ທຸກ​ຊະນິດ​ຈາກ​ທີ່​ກ່ອນ​ໜ້າ​ນີ້​ສາມາດ​ແນບ​ໄດ້​ສະເພາະ​ຮູບ​ພາບ ຫລື​ຖ້າ​ກົດ​ປຸ່ມ Location ທີ່​ມຸມ​ຂວາ​ເທິງ​ກໍ​ຈະ​ເລືອກ​ໄຟລ໌​ທີ່ Dropbox ຫລື​ແອບອື່ນໆໄດ້

iOS_9_Feature_7

10.  ແອບ iCloud Drive

           ແອບ iCloud Drive ຈະ​ຖືກ​ເຊື່ອງ​ເອົາ​ໄວ້ ສາມາດ​ເປີດ​ໄດ້​ທີ່ Settings> iCloud> iCloud Drive ແລ້ວ​ເລືອກ Show on Home Screen ກໍ​ຈະ​ປາກົດ​ໄອ​ຄອນ​ສຳລັບ​ເປີດ​ແອບ iCloud Drive ທີ່ Home Screen

11.  ຄົ້ນ​ຫາ​ການຕັ້ງ​ຄ່າ

          ເພີ່ມ​ແຖບ Search ເທິງ​ໜ້າ Settings ເພື່ອ​ຫາ​ການຕັ້ງ​ຄ່າ​ທີ່​ຕ້ອງ​ການ ບໍ່​ຕ້ອງ​ເສຍ​ເວລາ​ເລືອກ​ເມ​ນູ​ຫາ​ເອງ

iOS_9_Feature_8

12.  ເປີດ Wallet ຈາກ Lock Screen

        ໃນ iOS 9 ຜູ້​ໃຊ້​ສາມາດ​ກົດ​ປຸ່ມ Home ສອງ​ເທື່ອ​ທີ່ Lock Screen ເພື່ອ​ເປີດ Wallet ໄດ້ ແຕ່​ສຳລັບ​ຄົົນທີ່​ບໍ່​ຕ້ອງ​ການ​ເປີດຟັງຊັ່ນ​ນີ້​ກໍ​ສາມາດ​ເຂົ້າໄປ​ປິດ​ໄດ້​ທີ່ Settings> Touch ID & Passcode ແລ້ວ​ເລືອກ​ປິດ​ທີ່ Wallet

iOS_9_Feature_9

13.  ແອບ Health ແບບ​ແນວ​ນອນ

          ພຽງ​ແຕ່​ເປີດ​ແອບ Health ແລ້ວ​ອຽງ​ເຄື່ອງ​ເປັນ​ແນວ​ນອນ ແອບກໍ​ຈະ​ສະແດງ​ເປັນ​ແນວ​ນອນ​ທັນ​ທີ

14.  ປິດຟັງຊັ່ນ Shake to Undo

         ສຳລັບ​ຄົົນທີ່​ເມື່ອແລະບໍ່ມັກ​ຟັງຊັ່ນ Shake to Undo ທີ່​​ມັກ​ເຮັດວຽກ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ສາມາດ​ເຂົ້າໄປ​ປິດ​ໄດ້​ທີ່ Settings> General> Accessibility> Shake to Undo ແລ້ວ​ເລືອກ​ປິດ

iOS_9_Feature_10

15.  ປັບ​ການເຮັດວຽກງານ​ຂອງ​ປຸ່ມ Mute

          ໃນ​ເມ​ນູ Settings> General ສາມາດ​ເລືອກ​ປັບ​ປຸ່ມ​ເປີດ-ປິດ​ສຽງ​ຫລື​ລະບົບ​ອຽງ​ຈໍ​ໄດ້ ຊຶ່ງ​ກ່ອນ​ໜ້າ​ນີ້​ສາມາດ​ປັບ​ໄດ້​ສະເພາະ​ເທິງ iPad ເທົ່າ​ນັ້ນ

16.  ປຸ່ມ​ຍ້ອນ​ກັບ​ໄປ​ແອບກ່ອນ​ໜ້າ

          ທີ່​ແຖບ Status ຈະ​ມີ​ປຸ່ມ​ໃຫ້​ເລືອກ​ຍ້ອນ​ກັບ​ໄປ​ແອບກ່ອນ​ໜ້າ​ໄດ້ ໃນ​ກໍລະນີ​ທີ່​ແອບມີ​ລິ້ງ​ທີ່​ເປີດ​ໄປ​ຍັງ​ແອບອື່ນໆ (ເຊັ່ນ​ຄລິກລິ້ງ​ໃນ Facebook ແລ້ວ​ໄປ​ເປີດ Safari)

iOS_9_Feature_11

17.  ຕົວ​ເລືອກ​ແບບ​ໃໝ່​ຂອງ Speak Selection

         ຟັງຊັ່ນ Speak Selection ເພີ່ມ​ຕົວ​ເລືອກ​ສຽງ​ແບບ​ໃໝ່​ໆ ໂດຍ​ສາມາດ​ເຂົ້າໄປ​ເບິ່ງ​ໄດ້​ທີ່ Settings> General> Accessibility> Voices ແລ້ວ​ເລືອກ​ພາສາ​ເພື່ອ​ເບິ່ງ​ຕົວ​ເລືອກ​ສຽງ​ແບບ​ໃໝ່​ໆ

18.  ເປີດ​ເວັບ​ແບບ Desktop Site

           ຖ້າ​ຫາກ​ບໍ່​ຕ້ອງ​ການ​ໃຫ້ Safari ສະແດງ​ໜ້າ​ເວັບ​ເປັນ​ແບບ Mobile Site ພຽງ​ແຕ່ກົດ​ປຸ່ມ Refresh ທີ່ Address Bar ຄ້າງ​ໄວ້ ແລ້ວ​ເລືອກ Request Desktop Site ຈະ​ສາມາດ​ສະແດງ​ໜ້າ​ເວັບ​ແບບ Desktop Site ໄດ້

iOS_9_Feature_12

19.  ປັບ​ແຕ່ງ Reader Mode

          ປັບ​ແຕ່ງ​ການ​ສະແດງ​ຜົນ​ຂອງ Reader Mode ໃນ​ແອບ Safari ດ້ວຍ​ການ​ເປີດ Reader Mode ແລ້ວ​ກົດທີ່​ປຸ່ມ Aa ໃນ Address Bar ເພື່ອ​ເລືອກ​ປ່ຽນ​ສີ​ພື້ນ​ຫລັງ, ຮູບ​ແບບ​ຕົວ​ອັກສອນ ແລະ​ ອື່ນໆ

20.  ບັນທຶກໜ້າ​ເວັບ​ເປັນ PDF ດ້ວຍ Safari

          ບັນທຶກໜ້າ​ເວັບ​ເກັບ​ໄວ້​ໃນ​ເປັນ​ໄຟລ໌ PDF ໄດ້ ພຽງ​ແຕ່​ເປີດ Share sheet ໃນ​ແອບ Safari ຂຶ້ນ​ມາ​ແລ້ວ​ເລືອກ Save PDF to iBooks

iOS_9_Feature_13

21.  ປັບປຸງ Quick Reply

          ສາມາດ​ຕອບ​ກັບ​ຂໍ້ຄວາມ​ຢ່າງ​ວ່ອງໄວ​ດ້ວຍ​ຟັງຊັ່ນ Quick Reply ໄດ້​ດ້ວຍ​ການ​ລາກ​ແຖບ​ແຈ້ງ​ເຕືອນ​ລົງ​ມາ​ເມື່ອ​ມີ​ຂໍ້ຄວາມ​ສະແດງ​ດ້ານ​ເທິງ​ສຸດ​ຂອງ​ໜ້າ​ຈໍ

22.  Public Transit

          ເບິ່ງ​ເສັ້ນ​ທາງ​ຂອງ​ລົດ​ໂດຍ​ສານ​ສາທາລະນະ​ໃນ​ແອບ Maps ໄດ້​ແລ້ວ ຫລັງ​ຈາກ​ທີ່​ແອບ​ເປີນ​ໄດ້​ນຳ​ຟັງຊັ່ນນີ້​ອອກ​ໄປ​ເມື່ອ​ປີ 2012

iOS_9_Feature_14

23.  Picture-in-Picture Video Mode

          ຂະນະ​ເບິ່ງ​ວິ​ດີ​ໂອ ໃຫ້​ກົດ​ທີ່​ວິ​ດີ​ໂອ​ແລ້ວ​ກົດ​ທີ່​ປຸ່ມ​ທີ່​ເປັນ​ຮູບ​ກ່ອງ​ຊ້ອນ​ກັນ ວິ​ດີ​ໂອ​ຈະ​ເດັ້ງອອກ​ມາ​ເປັນ​ໜ້າ​​ນ້ອຍ​ໆ ສາມາດ​ຍ້າຍ​ຕຳແໜ່ງ​ແລະ​ເບິ່ງ​ວິ​ດີ​ໂອ​ໄປ​ພ້ອມ​ກັບ​ໃຊ້​ງານ​ແອບອື່ນໆ ໄດ້ (ສະເພາະ iPad Air, iPad Air 2, iPad Mini 2 ຫລື​ລຸ້ນ​ທີ່​ໃໝ່​ກວ່າ​ນັ້ນ)

iOS_9_Feature_15

24.  ໂໝດ​ປະ​ຫຍັດ​ພະລັງ​ງານ

          ເມື່ອ​ແບດ​ເຕີ​ຣີ່​ເຫລືອ​ຕ່ຳ​ກວ່າ 20% ລະບົບ​ຈະ​ຖາມວ່າ​ຕ້ອງ​ການ​ເປີດ​ໂໝດ​ປະ​ຫຍັດ​ພະລັງ​ງານ​ບໍ ເມື່ອ​ເປີດ​ແລ້ວ​ລະບົບ​ຈະ​ປິດ​ການເຮັດວຽກງານ​ບາງ​ສ່ວນ​ເພື່ອ​ຊ່ວຍ​ປະ​ຫຍັດ​ແບດ​ເຕີ​ຣີ່ ແລະ ​ເມື່ອ​ສຽບ​ສາກ​​ແບດ​ເຕີ​ຣີ່​ແລ້ວ​ໂໝດ​ປະ​ຫຍັດ​ພະລັງ​ງານ​ຈະ​ຖືກ​ປິດ​ອັດ​ໂນ​ມັດ ຫລື​ຈະ​ເຂົ້າໄປ​ຕັ້ງ​ເປີດປິດ​ໂໝດ​ປະ​ຫຍັດ​ພະລັງ​ງານ​ເອງ​ທີ່ Settings> Battery ກໍ​ໄດ້​ເຊັ່ນ​ກັນ

iOS_9_Feature_16

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...