Homeຂ່າວພາຍ​ໃນອຸທາຫອນຂ້າເມຍ ຍ້ອນເມຍເວົ້າເຖິງຜົວເກົ່າ

ອຸທາຫອນຂ້າເມຍ ຍ້ອນເມຍເວົ້າເຖິງຜົວເກົ່າ

Published on

ຂ້າເມຍ
​​ເຫດ​ການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 15 ກັນຍາ 2015 ຜ່າ​ນມາ​ນີ້, ທີ່​ບ້ານ​ໂພ​ຄຳ ​ເມືອງ​ໄຊ​ທາ​ນີ ນະຄອນຫລວງ​ວຽງ​ຈັນ ​ເຊິ່ງຜູ້​ກໍ່​ເຫດ​ຊື່​ທ້າວ ຄຳ​ເມີງ (ຜູ້​ເປັນ​ຜົວ) ອາຍຸ 34 ປີອາຊີບ​ກຳມະກອນ ພັກ​ເຊົາ​ຢູ່​ບ້ານດັ່ງກ່າວ, ​ເຊິ່ງ​ໄດ້​ກໍ່​ເຫດ​ຄາດ​ຕະກຳ​​​ນາງ​ ​ໄມ​ແກ້ວ (ຜູ້​ເປັນ​ເມຍ) ອາຍຸ 32 ປີ ຢູ່​ບ້ານ​ດອນ​ຕີ້ວ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ຍ້ອນຄວາມ​ຫຶງ​ຫວງ​.

ໜ່ວຍ​ງານສືບ​ສວນ-ສອບ​ສວນ ປກສ ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 16 ກັນຍາ​ຜ່ານ​ມາ, ​​ໄດ້​ຮັບ​ແຈ້ງ​​ຈາກ​ອຳນາດ​ການ​ປົກຄອງ​ບ້ານ​ດອນ​ຕີ້ວ ວ່າ: ນາງ ​ໄມ​ແກ້ວ ​ໄດ້​ຫາຍ​ຕົວ​ໄປ​ແຕ່​ຕອນ​ເຊົ້າ​ຂອງວັນ​ທີ 15 ກັນຍາ​ຜ່ານ​ມາ, ​ດັ່ງ​ນັ້ນ ​ເຈົ້າ​ໜ້າ​ທີ່ ປກສ ​ເມືອງ ​ແລະ ອຳນາດ​ການ​ປົກຄອງ​ບ້ານ ຈຶ່ງ​​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ ​ແລະ ຊອກ​ຫາ​​ແຫ​ລ່ງຂ່າວຈາກ​ພີ່ນ້ອງ, ໝູ່ຄູ່ ຈຶ່ງຮູ້​ວ່າ: ​ນາງ ​ໄມ​​ແກ້ວ ​ໄດ້​ຖືກ​ຂ້າ​ຕາຍ​​ແລ້ວ ຢູ່​ຫ້ອງ​ເຊົ່າຂອງ​ທ້າວ ຄຳ​ເມີງຢູ່​ບ້ານ​ໂພ​ຄຳ ​ເມືອງ​ໄຊ​ທານີ ​ແລະ ​ເຈົ້າ​ໜ້າ​ທີ່​ສາມາດ​ນຳ​ຈັບ​ຕົວ​ຜູ້​ກະທຳ​ຜິດ​ໄດ້​ ທີ່ບ້ານ​ໂພນປ່າ​ເປົ້າ, ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ.

ຜ່ານ​ການ​ສືບສວນ-ສອບ​ສວນ ທ້າວ ຄຳ​ເມີງ ​ໄດ້​ຮັບ​ສາລະພາບ​ວ່າ: ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 15 ກັນຍາ​ຜ່ານ​ມາ, ນາງ​ ​ໄມ​ແກ້ວ ​ໄດ້​​ໄປ​ຫາ​ຕົນ​ຢູ່​ຫ້ອງ​ແຖວ ທີ່​ບ້ານ​ໂພ​ຄຳ ​ເມືອງ​ໄຊ​ທານີ, ​ເຊິ່ງຕົນ ​ແລະ ເມຍ ​ກໍໄດ້​ດື່ມ​ເບຍ ​ແລະ ລົມ​ກັນ​ເລັກ​ນ້ອຍ

ຈາກ​ນັ້ນ ຜູ້​ເປັນ​ເມຍ​ໄດ້​ເວົ້າ​ເຖິງ​​ເລື່ອງ​ສາມີເກົ່າ ຂະນະ​ນັ້ນ ​ຕົນ​ເອງກໍ​​ມີ​ອາການມືນ​ເມົາ​ແລ້ວ ຈຶ່ງ​ເກີດ​​ໂມ​ໂຫຫຶງ​ຫວງ​ຢ່າງ​​ແຮງ ​ແລະ ​ໄດ້ບີບ​ຄໍເມຍ​ຈົນ​ເສຍ​ຊີວິດ​ ​ຈາກ​ນັ້ນ ​ໄດ້​ເອົາ​ຫົ່ມ​ຜ້າປົກ​ຮ່າງ​ເມຍ​ໄວ້ ​ແລະ ລ໋ອກປະຕູຫ້ອງ​ໄວ້ ​ແລ້ວ​ຫລົບໜີ​ໄປ​ພັກ​ເຊົາ​ຢູ່​ເຮືອນ​ໝູ່ ​ແລະ ຖືກ​ເຈົ້າ​ໜ້າ​ທີ່​ນຳ​ຈັບ​​ໂຕ​ມາດຳ​ເນີນ​ຄະດີ.
ຜ່ານ​ມາ ​ທ້າວ​ ຄຳ​ເມີງ ​ເຄີຍ​ຕ້ອງ​ໂທດ​ມາ​ແລ້ວຫລາຍ​ປີ ໃນ​ຂໍ້​ຫາ​ຄາດ​ຕະກຳ​​ເມຍ ຢູ່​ປະ​ເທດ​ໄທ.

ຂ່າວຈາກ:
ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...