spot_img
HomeມູມໄອທີລາວQualcomm ເປີດຕົວ Quick Charge 3.0 ສາກ 80% ໃນເວລາພຽງເຄີ່ງຊົ່ວໂມງ!

Qualcomm ເປີດຕົວ Quick Charge 3.0 ສາກ 80% ໃນເວລາພຽງເຄີ່ງຊົ່ວໂມງ!

Published on

images_14424601591

Qualcomm ຜູ້​ຜະລິດ​ຊິບ​ເຊັດ​ຊື່​ດັ່ງ ໄດ້​ເປີດ​ຕົວ  Qualcomm Quick Charge 3.0 ເທກ​ໂນ​ໂລ​ຍີ​ສາກ​ແບດ​ເຕີ​ຣີ່​ແບບ​ໃໝ່ ຊຶ່ງ​ເວລາ​ພຽງ 35 ນາ​ທີ ສາມາດ​ສາກແບດ​ເຕີ​ຣີ່​ໄດ້​ເຖິງ 80%

ໂດຍ Qualcomm Quick Charge 3.0 ເປັນ​ເທກ​ໂນ​ໂລ​ຍີ​ໃໝ່​ທີ່​ພັດທະນາ​ໂດຍ Qualcomm Technology ຊຶ່ງ​ຫົວ​ໃຈ​ຫລັກ​ຂອງ​ເທກ​ໂນ​ໂລ​ຍີ​ນີ້​ກໍ​ຄື Intelligent Negotiation for Optimum Voltage ຫລື INOV ຈະ​ເປັນ​ຕົວ​ວັດ​ວ່າ ລະ​ດັບ​ພະລັງ​ງານ​ເທົ່າ​ໃດ ສາກ​ແລ້ວ​ຈະ​ເກີດ​ປະ​ສິດ​ທິ​ພາບ​ສູງ​ສຸດ ຊຶ່ງ​ສາມາດ​ປັບ​ຄວາມ​ຕ່າງ​ສຳລັບ​ການ​ສາກໄຟ​ໃຫ້​ເໝາະ​ສົມ​ຕາມ​ອຸປະກອນ​ທີ່​ໃຊ້

images_14424604152

Qualcomm Quick Charge 3.0 ສາມາດ​ສາກ​ແບດ​ເຕີ​ຣີ່​ໄດ້​ໄວ​ກວ່າ​ເວີລ໌​ຊັນ​ທຳອິດ 2 ເທົ່າ ແລະ​ເວີລ໌​ຊັນ 2.0 ເຖິງ 27%  ເຮັດໃຫ້​ການ​ສາກແບດ​ເຕີ​ຣີ່​ຈາກ 0% ໄປ 80% ໃຊ້​ເວລາ​ພຽງ 35 ນາ​ທີເທົ່າ​ນັ້ນ ອີກ​ທັງ​ຍັງ​ຫລຸດ​ການ​ສິ້ນ​ເປືອງ​ພະລັງ​ງານ​ໄດ້​ຫລາຍ​ເຖິງ 45% ເມື່ອ​ທຽບ​ກັບ​ເວີລ໌​ຊັນ 2.0 ນອກ​ຈາກ​ນີ້ ຍັງ​ຮອງ​ຮັບ​ການ​ຈ່າຍ​ໄຟ​ໄດ້ 4 ລະ​ດັບ ນັ້ນ​ກໍ​ຄື 5 ໂວນ, 9 ໂວນ, 12 ໂວນ ແລະ 20 ໂວນ

ໂດຍ Qualcomm Quick Charge 3.0 ຈະ​ມາ​ພ້ອມ​ກັບ​ຊິບ​ເຊັດ Snapdragon 820, Snapdragon 620, Snapdragon 618, Snapdragon 617 ແລະ Snapdragon 430 ຊຶ່ງ​ຈະ​ຮອງ​ຮັບ​ສະ​ມາດ​ໂຟນ​ລຸ້ນ​ໃໝ່​ທີ່​ຈະ​ເປີດ​ຕົວ​ໃນ​ປີ​ໜ້າ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...