Homeມູມໄອທີລາວຍ້າຍຂໍ້ມູນຈາກ Android ໄປ iOS ບໍ່ຍາກອີກຕໍ່ໄປຖ້າມີ Move to iOS

ຍ້າຍຂໍ້ມູນຈາກ Android ໄປ iOS ບໍ່ຍາກອີກຕໍ່ໄປຖ້າມີ Move to iOS

Published on

ຖ້າ​ຫາກ Samsung  ມີ smart switch ທີ່​ເປັນ​ແອັບ​ພິ​ເຄ​ຊັ່ນ​ໃນ​ການ​ຖ່າຍ​ໂອນ​ຂໍ້​ມູນ​ຈາ​ກສະມາດ​ໂຟນ​ເຄື່ອງ​ໜຶ່ງ​ໄປ​ສູ່​ອີກ​ເຄື່ອງ​ໜຶ່ງ​ແລ້ວ ທາງ Apple  ກໍ​ມີ​ແອັບ​ພິ​ເຄ​ຊັ່ນ​ທີ່​ສາມາດ​ເຮັດ​ແບບ​ນັ້ນ​ໄດ້​ເຊັ່ນ​ກັນ!

ios9-anroid-migration1

ສຳລັບ​ໃຜ​ທີ່​ຮູ້ສຶກ​ວ່າ​ໃຊ້​ສະ​ມາດໂຟນ​ລະບົບ Android ແລ້ວ​ບໍ່​ຖືກໃຈ​ຢາກ​ຈະ​ປ່ຽນ​ທາງ​ມາ​ໃຊ້​ສະມາດໂຟນ​ໃນ​ລະບົບ iOS ນຳ ແຕ່​ຕິດ​ບັນຫາ​ໃນ​ເລື່ອງ​ການ​ຖ່າຍ​ໂອນ​ຂໍ້​ມູນ​ລະຫວ່າງ​ເຄື່ອງ​ທີ່​ມັນ​ຂ້ອນ​ຂ້າງ​ຈະ​ຫຍຸ້ງຍາກ ທາງ Apple ກໍ​ໄດ້​ມີ​ວິທີ​ແກ້​ບັນຫາ​ງ່າຍໆ​ດ້ວຍ​ການ​ເປີດ​ຕົວ​ແອັບ​ພິ​ເຄ​ຊັ່ນ Move to iOS ທີ່​ຈະ​ຊ່ວຍ​ຍ້າຍ​ຂໍ້​ມູນ​ທຸກ​ຢ່າງ​ບໍ່​ວ່າ​ຈະ​ເປັນ ຮູບ​ພາບ, ຂໍ້ຄວາມ, ລາຍ​ຊື່, ປະຕິ​ທິນ ແລະ​ ບັນ​ຊີ​ຕ່າງໆ​ທີ່​ມີ​ຢູ່ໃນ​ເຄື່ອງ Android ສາມາດ​ຖ່າຍ​ໂອນ​ໄປ​ສູ່​ເຄືອງ iOS ໄດ້​ຢ່າງ​ຄົບ​ຖ້ວນ​ ແລະ​ ປອດ​ໄພ

ນອກຈາກນີ້ສຳລັບ​ໃຜ​ທີ່​ຢາກ​ລອງ​ປ່ຽນ​ທາງ​ເປັນ​ສະ​ມາດ​ໂຟນ​ລະບົບ iOS ກໍ​ສາມາດ​ໂຫລດ​ແອັບ​ພິ​ເຄ​ຊັ່ນ Move to iOS ໄດ້​ທີ່ Google play ໂດຍ​ມັນ​ຈະ​ຮອງ​ຮັບ Android 4.0 ຂຶ້ນ​ໄປ​ເທົ່າ​ນັ້ນ

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...