Homeຂ່າວຕ່າງປະເທດແຜ່ນດິນໄຫວຢູ່ຈິເລຕາຍແລ້ວ 5 ລາຍ! ເພື່ອນບ້ານແຕກຕື່ນລະວັງສຶນາມິ

ແຜ່ນດິນໄຫວຢູ່ຈິເລຕາຍແລ້ວ 5 ລາຍ! ເພື່ອນບ້ານແຕກຕື່ນລະວັງສຶນາມິ

Published on

646537-01

ເຫດ​ແຜ່ນດິນ​ໄຫວ​ແຮງ​ສັ່ນ 8.3 ໃນ​ຈິເລ (Chile) ຍອດ​ຄົນຕາຍ​ແລ້ວ 5 ລາຍ ປະເທດ​ເພື່ອນ​ບ້ານ​ເລີ່ມ​ເຕືອນ​ປະຊາຊົນ​ລະ​ວັງ​ຄື່ນ​ສຶ​ນາ​ມິ

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ ຫລັງ​ເກີດ​ເກີດ​ເຫດ​ແຜ່ນດິນ​ໄຫວ​ຮຸນແຮງ ທາງ​ຊາຍ​ຝັ່ງຈິເລ (Chile) ທາງ​ການ​ສັ່ງ​ອົບພະ​ຍົບ​ປະຊາຊົນ​ໃນ​ພື້ນ​ທີ່​ແລ້ວ ໂດຍ​ເຫດ​ແຜ່ນດິນ​ໄຫວ​ດັ່ງ​ກ່າວ ແຮງ​ສັ່ນ​ສະ​ເທືອນ​ຢູ່​ທີ່ 8.3 ຕາມ​ການວັດ​ລິກ​ເຕີ ເກີດ​ຂຶ້ນ​ເມື່ອ​ວັນ​ພຸດ​ທີ່​ຜ່ານມາ​ຕາມ​ເວລາ​ທ້ອງ​ຖິ່ນ ອາ​ຄານ​ໃນ​ເມືອງ​ວານ​ຕິ​ອາ​ໂກ  ເມືອງ​ຫລວງ​ຂອງ​ປະເທດເສຍຫາຍ ຂະນະ​ທີ່​ມີ​ປະ​ກາດ​ເຕືອນ​ຄື້ນ​ຍັກ​ສຶ​ນາ​ມິ ທັງ​ໃນຈິເລ (Chile)ໄປ​ຈົນ​ເຖິງ​ເປ​ຣູ ປະ​ເທດ​ເພື່ອນ​ບ້ານ​ທີ່​ຢູ່​ໃກ້​ຄຽງ ຂະນະ​ດຽວ​ກັນ​ທາງ​ລັດຖະບານ​ມີ​ຄຳ​ສັ່ງ​ອົບພະ​ຍົບ​ປະຊາຊົນ ​ຕາມ​ແນວ​ຊາຍ​ຝັ່ງ​ປະ​ມານ​ລ້ານ​ຄົນ​ໂດຍ​ດ່ວນ.

ຫລ້າ​ສຸດ​ມີ​ລາຍ​ງານ​ຜູ້​ເສຍຊີວິດ​ແລ້ວ 5 ລາຍ ຢ່າງໃດ​ກໍ​ຕາມ ຂະນະ​ນີ້​ເປັນ​​ເວລາ​ກາງ​ເດິກ​ຂອງຈິເລ (Chile) ຈຶ່ງ​ຍາກ​ແກ່​ການ​ກວດ​ສອບ​ຈຳນວນ​ຜູ້​ບາດ​ເຈັບ​ແລະ​ເສຍຊີວິດ

ນອກ​ຈາກ​ນີ້ ໃນ​ປະເທດ​ເພື່ອນ​ບ້ານ​ຢ່າງ​ເປ​ຣູ ອາ​ເຈນ​ຕິ​ນ່າ ປະ​ກາດ​ເຕືອນ​ໄພ​ສຶ​ນາ​ມິ​ແລ້ວ​ເຊັ່ນ​ກັນ ລວມ​ໄປ​ເຖິງ​ນິວ​ຊີ​ແລນ ​ແລະ​ ໝູ່​ເກາະ​ຮາ​ວາຍ​ຂອງສະ​ຫະລັດ ທີ່​ມີ​ແນວ​ໂນ້ມ​ໄດ້ຮັບ​ຜົນ​ກະທົບ​ຈາກ​ເຫດ​ແຜ່ນດິນ​ໄຫວ​ຮຸນແຮງ​ນີ້​ດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...