spot_img
HomeມູມໄອທີລາວSharp ເປີດຕົວ TV 8K ເຄື່ອງທຳອິດຂອງໂລກໃນລາຄາຄົນລວຍ

Sharp ເປີດຕົວ TV 8K ເຄື່ອງທຳອິດຂອງໂລກໃນລາຄາຄົນລວຍ

Published on

ບໍ່​ແນ່​ວ່າ​ໃນ​ເດືອນ​ຕຸລາ​ຈະ​ມີ​ຫຍັງ​ທີ່​ໜ້າ​ສົນ​ໃຈ​ຫລາຍກວ່າ​ການ​ເປີດ​ຕົວ​ຂອງ​ສະມາດໂຟນ​ຫລາຍໆ​ລຸ້ນ​ແນ່ນອນ ເພາະ​ເບິ່ງຄືວ່າ Sharp ຈະ​ຜະລິດ​ TV ​ເຄື່ອງ​ທຳອິດຂອງ​ໂລກ​ທີ່​ມີ​ຄວາມ​ລະອຽດ​ລະ​ດັບ 8K ອອກ​ມາ​ວາງ​ຂາຍ​ທີ່​ຍີ່​ປຸ່ນ​​ດ້ວຍ​ລາ​ຄາ​ຄົນລວຍ!

2015-09-16-image-11

ເຖິງວ່າ​ເທກ​ໂນ​ໂລ​ຍີ​ຄວາມ​ຄົມ​ແຈ້ງ​ລະ​ດັບ 4K ຈະ​ເປັນ​ມາດຕະຖານ​ຂອງ​ TV ສະໄໝ​ນີ້​ໄປ​ແລ້ວ​ແຕ່ Sharp ກໍ​ຍັງ​ຜະລິດ LV-85001 TV ເຄື່ອງ​ທຳອິດ​ຂອງ​ໂລກ​ທີ່​ມີ​ຄວາມ​ລະອຽດ​ໜ້າ​ຈໍ​ທີ່​ສູງ​ເຖິງ 8K (7,680 x 4,320 ພິກ​ເຊລ) ມີ​ຂະໜາດ 85 ນິ້ວ, ໃຊ້​ໜ້າ​ຈໍ​ແບບ IGZO ເພື່ອ​ໃຫ້​ຄວາມ​ສະຫວ່າງ​ ແລະ ​ລະອຽດ​ຫລາຍກວ່າ​ຈໍ LCD ແຖມ​ຍັງ​ປະ​ຫຍັດ​ພະລັງ​ງານ​ອີກ​ດ້ວຍ, ບໍ່​ພຽງ​ເທົ່າ​ນັ້ນ Sharp ຍັງ​ໄດ້​ກ່າວ​ອີກວ່າ​ TV ​ຕົວ​ນີ້​ມີ​ອັດຕາ​ຄວາມ​ແຈ້ງ​​ທີ່ 100,000: 1 ແລະ ​ມີ​ມຸມ​ເບີ່ງ 176 ອົງ​ສາ ເອີ້ນ​ໄດ້​ວ່າ​ເປັນ​ TV ​ທີ່​ຂ້ອນຂ້າງ​ຕອບ​ໂຈດ​ໃຜ​ຫລາຍໆ​ຄົນ​ແນ່ນອນ ແຕ່​ການ​ທີ່​ຈະ​ໄດ້​ພາບ​ຄວາມ​ຄົມ​ແຈ້ງ​ລະ​ດັບ 8K ເຮົາ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຕໍ່​ກັບ​ຊ່ອງ HDMI 2.0 ຫລາຍ​ເຖິງ 4 ຊ່ອງ​

ນອກ​ຈາກ​ນີ້​ TV 8K ກໍ​ຍັງ​​ຕ້ອງ​ປະ​ສົບ​ບັນຫາ​ອີກ​ເລື່ອງ​ໜຶ່ງ​ກໍ​ຄື ໃນ​ຕອນ​ນີ້​ບໍ່​ມີ​ເນື້ອ​ຫາ​ໃດ​ທີ່​ອອກ​ອາ​ກາດ​ທີ່​ມີ​ຄວາມ​ລະອຽດ 8K ເລີຍ​ແມ່ນແຕ່​ຢ່າງ​ດຽວ ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ Sharp ກໍ​ໄດ້​ເລີ່ມ​ທົດສອບ​ອອກ​ອາ​ກາດ​ໄປ​​ແລ້ວ​ໃນ​ການ​ເຜີຍແຜ່​ພາບກິລາ​ໂອ​ລິມ​ປິກ​ໃນ​ປີ 2012 ທີ່​ຜ່ານມາ​ ແລະ ​ບໍ່​ແນ່​ວ່າ​ເຮົາ​ອາດຈະ​ໄດ້​ເຫັນ​ມັນ​ອີກ​ເທື່ອ​ໃນ​ໂອ​ລິມ​ປິກ​ໃນ​ປີ 2016 ທີ່​ບຣາ​ຊິນ​ເປັນ​ເຈົ້າ​ພາບ

ແນ່ນອນ​ວ່າ​ TV ​ທີ່​ມີສະ​ເປັກ​ສຸດຍອດປານ​ນີ້​ລາ​ຄາ​ຈະ​ຕ້ອງ​ສູງ​ແນ່ນອນ​ໂດຍ Sharp ຂາຍ​ TV ເຄື່ອງ​ນີ້​ໃນ​ເດືອນ​ໜ້າ​​ທີ່​ລາ​ຄາ $133,000 ຊຶ່ງ​ເປັນ​ລາ​ຄາ​ທີ່​ມີ​ແຕ່​ມະຫາ​ເສດ​ຖີ ຫລື ອົງ​ກອນ​ເທົ່າ​ນັ້ນ​ທີ່​ສາມາດ​ຈ່າຍ​ໄດ້!

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...