Homeມູມໄອທີລາວຂ່າວລື GalaxyS7 ຍັງບໍ່ຈົບ? Project Valley ກັບໜ້າຈໍແບບພັບໄດ້

ຂ່າວລື GalaxyS7 ຍັງບໍ່ຈົບ? Project Valley ກັບໜ້າຈໍແບບພັບໄດ້

Published on

ຫາກ​ເບິ່ງ​ຈາກ​ການ​ພັດທະນາ​ສະມາດໂຟນ​ຂອງ Samsung ມາ​ເລື້ອ​ຍໆ​ຈະ​ເຫັນ​ໄດ້​ວ່າ Samsung ນັ້ນ​ມີ​ການ​ພັດ​ທະນາ​ຈໍ​ສະແດງ​ຜົນ​ຂອງສະມາດ​ໂຟນ​ມາ​ຢ່າງ​ຕໍ່​ເນື່ອງ.. ຈົນ​ຫລ້າ​ສຸດ​ໄດ້​ປ່ອຍ Galaxy Note5 ທີ່​ຂຶ້ນ​ຊື່​ວ່າ​ເປັນ​ສະ​ມາດໂຟນ​ທີ່​ມີ​ຈໍ​ສະແດງ​ຜົນ​ງາມ​ທີ່ສຸດ​ອອກ​ມາ​ໃຫ້​ເຮົາ​ໄດ້​ຊົມ​ກັນ​ແລ້ວ ແຕ່​ເບິ່ງຄືວ່າ Samsung ຈະ​ບໍ່​ຢຸດ​ພຽງ​ເທົ່າ​ນັ້ນ​ເພາະ​ມີ​ຂ່າວ​ລື​ວ່າ​ຕົ້ນ​ປີ​ໜ້າ​ຈະ​ມີສະມາດໂຟນ​ທີ່​ມີ​ໜ້າ​ຈໍ​ພັບ​ໄດ້​ອອກ​ມາ​ໃຫ້​ເຮົາ​ໄດ້​ໃຊ້​ກັນ

Folding-phone-concept

ຈາກ​ທາງ​ເວັບ Weibo ຂອງ​ປະເທດ​ຈີນ​ໄດ້​ອ້າງ​ວ່າ ຕົນ​ນັ້ນ​ມີ​ຂໍ້​ມູນ​ເຊີງ​ເລິກ​ກ່ຽວກັບ​ໂຄງ​ການ​ໃໝ່​ຂອງ Samsung ໃນ​ຊື່ Project Valley ໂດຍ​ໃນ​ໂປຣ​ເຈັກ​ກຳ​ລັງ​ຢູ່ໃນ​​ການ​ທົດສອບ​ຈໍ​ສະແດງ​ຜົນ​ແບບ​ໃໝ່​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ພັບ​ໜ້າ​ຈໍ​ໄດ້​ກັບ​ການ​ໃຊ້ CPU ທັງ 2 ລຸ້ນ​ນັ້ນ​ຄື Snapdragon 620 ແລະ Snapdragon 820, RAM 3GB ແລະ​ຮອງ​ຮັບ microSD ຊຶ່ງ​ຄາດ​ວ່າ​ຈະ​ມີ​ການ​ເປີດ​ຕົວ​ໃນ​ເດືອ​ນມັງກອນ 2016

ນອກ​ຈາກ​ນີ້ Weibo ຍັງ​ກ່າວເຖິງ GalaxyS7 ວ່າ ທາງ Samsung ໄດ້​ມີ​ການ​ນຳ​ຊິບ​ເຊັດ Snapdragon 820 ມາ​ທົດສອບ​ແທ້! ດັ່ງ​ນັ້ນ​ບໍ່​ແນ່​ວ່າ​ເຮົາ​ອາດຈະ​ໄດ້​ເຫັນ GalaxyS7 ໃນ​ຮູບ​ແບບ​ໃໝ່​ທີ່​ບໍ່​ເຄີຍ​ເຫັນ​ກໍ​ເປັນ​ໄດ້ ແຕ່​ຢ່າງໃດ​ກໍ​ຕາມ​ທັງ 2 ຂ່າວ​ນີ້​ກໍ​ເປັນພຽງ​ຂ່າວ​ລື​ທີ່​ເຮົາ​ຕ້ອງ​ຖ້າ​ລຸ້ນ​ກັນ​ຕໍ່ໄປ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...