spot_img
Homeມູມໄອທີລາວລາຄາບໍລິການ iCloud ຮູບແບບໃໝ່…ເປີດໃຫ້ໃຊ້ພ້ອມ iOS9 ມື້ນີ້!

ລາຄາບໍລິການ iCloud ຮູບແບບໃໝ່…ເປີດໃຫ້ໃຊ້ພ້ອມ iOS9 ມື້ນີ້!

Published on

ມື້​ນີ້ Apple ບໍ່​ພຽງ​ແຕ່​ປ່ອຍ​ຕົວ​ອັບ​ເດດ iOS9 ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ​ແຕ່​ຍັງ​ເປີດ​ບໍລິການ iCloud ທີ່​ກຳນົດ​ລາ​ຄາ​ໃໝ່​ໃຫ້​ເຮົາ​ໄດ້​ໃຊ້​ກັນ​ໃນ​ມື້​ນີ້​ດ້ວຍ

iCloud_pricing.0.0

ຢ່າງ​ທີ່ Apple ໄດ້​ກ່າວ​ເມື່ອ​ອາທິດ​ກ່ອນ​ວ່າ.. ໃນ​ມື້​ນີ້​ບໍ່​ພຽງ​ແຕ່​ຈະ​ມີ​ການ​ເປີດ​ຕົວ iOS9 ເທົ່າ​ນັ້ນ ແຕ່​ຈະ​ມີ​ການ​ເປີດ​ໃຫ້​ໃຊ້​ບໍລິການ iCloud  ໃນ​ລາ​ຄາ​ໃໝ່​ໃນ​ມື້​ນີ້​ດ້ວຍ​ເຊັ່ນ​ກັນ ໂດຍ​ຈະ​ມີ​ພື້ນ​ທີ່​ຈັດ​ເກັບ​ຂໍ້​ມູນ 50GB ຈະ​ຢູ່​ທີ່​ລາ​ຄາ $0.99 ຕໍ່​ເດືອນ (ຈາກ​ 20GB) ,ໃນ​ຂະນະ​ທີ່ 200GB ຈະ​ຢູ່​ທີ່​ລາ​ຄາ $2.99 ຕໍ່​ເດືອນ (ຈາກ​ $3.99) ແລະ 1TB ຈະ​ຢູ່​ທີ່​ລາ​ຄາ $9.99 ຕໍ່​ເດືອນ (ຈາກ​ $19.99) ສ່ວນ​ທາງ​ດ້ານ​ພື້ນ​ທີ່​ຈັດ​ເກັບ 500GB Apple ໄດ້​ເອົາ​ອອກ​ໄປ​ເປັນ​ທີ່​ຮຽບຮ້ອຍ ແຕ່​ສຳລັບ​ຄົົນທີ່​ໃຊ້​ບໍລິການ iCloud ແບບ​ຟຣີ​ບໍ່​ເສຍ​ເງິນ​ກໍ​ຍັງ​ສາມາດ​ໃຊ້​ຟຣີ​ໄດ້​ທີ່ 5GB ເທົ່າ​ເກົ່າ

ທັງ​ນີ້​ທີ່ Apple ປັບ​ລາ​ຄາ​ການ​ໃຫ້​ບໍລິການ iCloud ໃຫ້​ມີ​ຄວາມ​ຄຸ້ມ​ຄ່າ​ຫລາຍ​ຍິ່ງ​ຂຶ້ນ​ກໍ​ເພື່ອ​ທີ່​ຈະ​ແຂ່ງ​ຂັນ​ກັບ​ບໍລິການ Cloud ອື່ນໆ ຢ່າງ Google Drive , OneDrive ຫລື Dropbox ໄດ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...