Homeຂ່າວການສຶກສາຜົນວິໄຈຄາດ ພົນລະເມືອງລາວຈະເພີ່ມຂຶ້ນເປັນ 10 ລ້ານຄົນໃນປີ 2050!

ຜົນວິໄຈຄາດ ພົນລະເມືອງລາວຈະເພີ່ມຂຶ້ນເປັນ 10 ລ້ານຄົນໃນປີ 2050!

Published on

164

ຂປລ. ປະຊາກອນ​ລາວ​ຄາດ​ວ່າ​ ຈະ​ເພີ່ມ​ຂຶ້ນ​ເປັນ 6,8 ລ້ານ​ຄົນ ​ໃນ​ປີ 2015 ​ແລະ 10 ລ້ານ​ຄົນ​ໃນ​ປີ 2050. ສ່ວນ​ຫລາຍ​ແມ່ນ​ ໃນ​​ໄລຍະ​ ອາຍຸ​ໄວ​ໜຸ່ມ ​ແລະ ອັດຕາ​ສ່ວນ ​ຂອງ​ໄວ​ອອກ​ແຮງ​ງານ​ ແມ່ນ​ຈະ​ສືບ​ຕໍ່​​ ເພີ່ມ​ຂຶ້ນ.

ໃນ ​ກອງ​ປະຊຸມ ​ເຜີຍ​ແຜ່ ຜົນຂອງ​ການ ​ວິ​ໄຈ ສະຖານະ​ພາບ​ ປະຊາກອນ​ ສປປ ລາວ ​ວັນ​ທີ 16 ກັນ ຍາ 2015 ນີ້ ທີ່ນະຄອນຫລວງ ​ວຽງ​ຈັນ ທ່ານ​ ດຣ. ຄໍາ​ລຽນ ພົນ​ເສນາ ລັດຖະມົນຕີ​ ວ່າການ​ກະຊວງ​ ແຜນການ ​ແລະ ການ​ລົງທຶນ​ ​ໃຫ້​ຮູ້ວ່າ: ​ໃນ​ບົດ​ສຶກສາ ​ຄົ້ນຄວ້າ ​ຜົນ​ຂອງ​ການ ​ວິ​ໄຈ​ສະຖານະ​ພາບ ​ປະຊາກອນ ​ແລະ ສຸຂະພາບ​ ຈະ​ເລີ​ນພັນ​ ຂ​ອງ ສປປ ລາວ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ອັດຕາ​ສ່ວນ ​ຂອງ​ໄວ​ອອກ​ແຮງ​ງານ ​ແມ່ນ​ຈະ​ສືບ​ຕໍ່ ​ເພີ່ມ​ຂຶ້ນ​ ຄຽງ​ຄູ່ກັບ ​ການ​ຂະຫຍາຍຕົວ ​ທາງ​ດ້ານ​ຈໍານວນ​ ປະຊາກອນ ເພີ່ມ​ຂຶ້ນ ​​ແລະ ອັດຕາການ​ຕາຍ ​ໄດ້​ມີ​ການ ​ຫລຸດ​ລົງ​ ບໍ່​ວ່າ​ຈະ​ເປັນ​ ການ​ຕາຍ​ຂອງ​ແມ່ ​ແລະ ການ​ຕາຍ ​ຂອງ​ເດັກນ້ອຍ​ ທີ່​ມີ​ອາຍຸ​ ລຸ່ມ​ໜຶ່ງ​ປີ ​ໄດ້​ລຸດລົງ​ຈາກ 70 ຄົນ​ຕໍ່​ ການ​ເກີດ​ມີ​ຊີວິດ 1.000 ຄົນ​ໃນປີ 2005 ມາ​ເປັນ 68 ຄົນຕໍ່​ ການ​ເກີດ​ມີ​ຊີວິດ 1.000 ຄົນ​ໃນ​ປີ 2011 ​ແລະ ການ​ຕາຍ ​ຂອງ​ເດັກ​ ລຸ່ມ​ຫ້າ​ປີ​ ໄດ້​ຫລຸດ​ລົງ ​ຈາກ 98 ຄົນຕໍ່​ ການ​ເກີດ​ ມີ​ຊີວິດ 1.000 ຄົນ​ໃນ​ປີ 2005 ມາ​ເປັນ 79 ຄົນຕໍ່​ ການ​ເກີດ​ ມີ​ຊີວິດ 1.000 ຄົນ​ໃນ​ປີ 2011.

ທ່ານ ​ ກ່າວ​ຕື່ມ​ວ່າ: ຕາມ​ສະຖິຕິ​ ຂໍ້ມູນ​ ໂດຍ​ສະ​ເພາະ ​ແມ່ນ​ຂໍ້​ມູນ​ ທາງ​ດ້ານ ​ພົນລະ​ເມືອງ​ ໃນ​ການວາງ​ແຜນ ​ໃຫ້​ສອດຄ່ອງ​ກັບ​ ແຕ່ລະ​ໄລຍະ​ ປັດຈຸບັນ ​ເຂົ້າ​ໃນ​ການ ວາງ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ ​ການ​ພັດທະນາ​ ເສດຖະກິດ-ສັງຄົມ​ ແຫ່ງ​ຊາດ, ​ແຜນ​ພັດທະນາ ​ຂອງ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ​ຂໍ້​ມູນ​ໃຫ້​ແກ່​ ອົງການ ​ສະຫະ​ປະຊາ​ຊາດ ​ກອງ​ທຶນ ​ສໍາລັບ​ປະຊາກອນ​ ໃນ​ການ​ກໍານົດ ​ແຜນ​ງານ​ ການ​ຊ່ວຍ​ເຫລືອ ສປປ ລາວ ໃນ​ອະນາ​ຄົດ. ​ໃນ​ໄລຍະ ​ຜ່ານ​ມາ ສປປ ລາວ​ ກໍ​ໄດ້ມີ​ການ ​ສໍາ​ຫລວດ ​ພົນລະ​ເມືອງ​ ເຖິງ 4 ຄັ້ງຄື ຄັ້ງ​ທີ່ໜຶ່ງ​ ໃນ​ປີ 1985 ມີ​ພົນ​ລະ​ເມືອງ ປະມານ 3,5 ລ້ານ​ຄົນ, ຄັ້ງ​ທີ​ສອງ​​ໃນປີ 1995 ມີ​ປະມານ 4,5 ລ້ານ​ຄົນ, ຄັ້ງ​ທີ່​ສາມ​​ໃນປີ 2005 ມີປະມານ 5,6 ລ້ານ​ຄົນ ​ແລະ ຄັ້ງທີ່​ສີ່​ ປີ 2015 ຄາດ​ວ່າ ​ມີ​ພົນລະ​ເມືອງ ປະມານ 6,8 ລ້ານ​ຄົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...