Homeຂ່າວການສຶກສາຮູບເງົາສັ້ນນັກຮຽນລາວ ຈະໄປເຂົ້າຮ່ວມແຂ່ງຂັນ ຢູ່ປະເທດຍີ່ປຸ່ນ

ຮູບເງົາສັ້ນນັກຮຽນລາວ ຈະໄປເຂົ້າຮ່ວມແຂ່ງຂັນ ຢູ່ປະເທດຍີ່ປຸ່ນ

Published on

165

ຂປລ. ກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານທູດຍີ່ປຸ່ນ ປະຈຳ ລາວ ຈັດໂຄງການ ແຂ່ງຂັນ ຮູບເງົາສັ້ນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍຂຶ້ນ ໃນວັນທີ 16 ກັນຍາ 2015 ເພື່ອຄັດເລືອກເອົາຮູບເງົາສັ້ນ ຈຳນວນ 3 ເລື່ອງ ໄປເຂົ້າຮ່ວມ ໂຄງການແຂ່ງຂັນສ້າງຮູບເງົາສັ້ນ ຂອງບັນດາປະເທດລຸ່ມແມ່ນ້ຳຂອງ ໃນຂົງເຂດອາຊຽນ ປະຈຳປີ 2015 ທີ່ຈະຈັດຂຶ້ນ ຢູ່ປະເທດຍີ່ປຸ່ນ ເຊິ່ງໃນນັ້ນ ມີນັກຮຽນ ສົ່ງຮູບເງົາຂອງຕົນ ເຂົ້າຮ່ວມແຂ່ງຂັນ ທັງໝົດ 21 ເລື່ອງ ຜ່ານການແຂ່ງຂັນ ສາມາດຄັດເລືອກຮູບເງົາສັ້ນ ຈຳນວນ 3 ເລື່ອງຄື: ບົດເລື່ອງ ມິດຕະພາບ ແລະ ຄວາມສຸກ, ຂອບໃຈ ແລະ My dad…my love.

ໂຄງການແຂ່ງຂັນ ສ້າງຮູບເງົາສັ້ນ ຂອງບັນດາປະເທດລຸ່ມແມ່ນ້ຳຂອງ ໃນຂົງເຂດອາຊຽນ ໄດ້ດຳເນີນມາແຕ່ປີ 2009 ມາເຖິງປັດຈຸບັນ ເປັນເວລາ 7 ປີແລ້ວ ແລະ ມີນັກຮຽນເຂົ້າຮ່ວມທັງໝົດ 470 ຄົນ, ຜ່ານການເຂົ້າຮ່ວມແຂ່ງຂັນແຕ່ລະຄັ້ງ ລາວ​ເຮົາສາມາດຍາດໄດ້ລາງວັນ ຊະນະເລີດ 2 ຄັ້ງ, ລາງວັນ ຮອງຊະນະເລີດ 2 ຄັ້ງ ແລະ ລາງວັນຊົມເຊີຍ 2 ຄັ້ງ ເຊິ່ງການແຂ່ງຂັນແຕ່ລະຄັ້ງ ກໍມີຫົວຂໍ້ ທີ່ແຕກຕ່າງກັນ ແລະ ໃນປີນີ້ ມີຫົວຂໍ້ວ່າ: “ເວລາໃດ ທີ່ຂ້ອຍມີຄວາມສຸກ”. ຮູບເງົາສັ້ນທີ່ສົ່ງເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແມ່ນນ້ອງນັກຮຽນເປັນຜູ້ສ້າງ ແລະ ຜະລິດຂຶ້ນເອງ ພ້ອມທັງ ນຳໃຊ້ງົບປະມານ ລວມເຖິງອຸປະກອນຂອງເຂົາເຈົ້າເອງ ໂດຍແມ່ນກົມຮູບເງົາຮັບຜິດຊອບ ໃນການແນະນຳລະບຽບການ, ວິທີການສ້າງຮູບເງົາສັ້ນ ແລະ ຈັນຍາບັນ ຂອງນັກ ສ້າງຮູບເງົາ ເພື່ອເປັນທິດທາງໃຫ້ເຂົາເຈົ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...