Homeຂ່າວການສຶກສາBIDV ຊ່ວຍສ້າງໂຮງຮຽນປະຖົມດົງກະແສນ ແຂວງຄຳມ່ວນ

BIDV ຊ່ວຍສ້າງໂຮງຮຽນປະຖົມດົງກະແສນ ແຂວງຄຳມ່ວນ

Published on

13092015_1
ເນື່ອງໃນໂອກາດທີ່ ທ່ານ ຫງວຽນ ເຕິນ ຢຸງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ກັນຍາ 2015. ດັ່ງນັ້ນ, ໃນຕອນບ່າຍຂອງວັນທີ 13 ກັນຍາ 2015 ທ່ານ ຫງວຽນ ເຕິນ ຢຸງ ແລະ ຄະນະ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມວາງສິລາລືກ ກໍ່ສ້າງໂຮງຮຽນປະຖົມສົມບູນ ທີ່ບ້ານ ດົງກະແສນ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍບັນດາການນຳ ທັງສູນກາງ, ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງ ເຂົ້າຮ່ວມ.

ໂຮງຮຽນປະຖົມສົມບູນ ດົງກະແສນ ແມ່ນ 1 ໃນຫຼາຍໆໂຮງຮຽນຂອງແຂວງຄຳມ່ວນ ທີ່ຍັງພົບກັບຄວາມຫຍຸ້ງຍາກ ທັງດ້ານພື້ນຖານໂຄງລ່າງອາຄານຮຽນ ແລະ ອຸປະກອນການຮຽນ ການສອນຕ່າງໆ ສົ່ງຜົນກະທົບໃຫ້ແກ່ການພັດທະນາການສຶກ ໃນໄລຍະໃໝ່. ດ້ານໜຶ່ງ ບ້ານດົງກະແສນ ກໍ່ແມ່ນບ້ານໜຶ່ງ ທີ່ມີມູນເຊື້ອການຕໍ່ສູ້ກູ້ຊາດໃນສະໄໝກ່ອນ ແລະ ພາຍໃນເມືອງທ່າແຂກ ກໍ່ຍັງມີຊາວລາວ ເຊື້ອຊາດຫວຽດນາມ ອາໄສຢູ່ຫຼາຍພໍສົມຄວນ ທັງຍັງເປັນຈຸດບັ້ນຮົບໜຶ່ງ ຂອງການຮ່ວມສຳພັນສູ້ຮົບ ທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ, ການເສຍສະຫຼະເລືອດເນື້ອຂອງບັນດານັກຮົບວິລະຊົນ ທັງ ລາວ ແລະ ຫວຽດນາມ ເພື່ອຕ້ານກັບຈັກກະພັດຜູ້ຮຸກຮານ ໃນຊຸມປີ 1946. ດັ່ງນັ້ນ, ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຈຶ່ງໄດ້ໃຫ້ການຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນດັ່ງກ່າວຂຶ້ນ ຊຶ່ງເປັນອາຄານຊັ້ນດຽວ ປະກອບດ້ວຍ 6 ຫ້ອງຮຽນ, ມີລະບົບໄຟຟ້າ, ລະບົບໄຟແສງສະຫວ່າງ, ພັດລົມ ແລະ ອຸປະ ກອນຕ່າງໆຄົບຊຸດ, ສາມາດຮອງຮັບນັກຮຽນໄດ້ 30 ຄົນຕໍ່ຫ້ອງ ໂດຍກໍ່ສ້າງຕາມມາດຕະຖານ ທີ່ກະຊວງສຶກສາ ແລະ ກີລາ ວາງອອກ ລວມມູນຄ່າ 2 ແສນໂດລາສະຫະລັດ.
ທ່ານ ເຈິ່ນ ລຸກ ລາງ ຮອງອຳນວຍການໃຫຍ່ BIDV ໄດ້ກ່າວວ່າ: ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວນີ້, ພາຍຫຼັງສຳເລັດ ແລະ ນຳໃຊ້ແລ້ວ ກໍ່ຈະເອື້ອອຳນວຍຄວາມສະດວກ ໃຫ້ແກ່ການ ຮຽນການສອນ ຂອງນັກຮຽນ ແລະ ຄູອາຈານ ປະກອບສ່ວນເຂົ້າໃນການສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນຂອງຂວັນອັນໜຶ່ງ ທີ່ສະແດງໃຫ້ເຫັນເຖິງ ສາຍພົວພັນອັນແໜ້ນແຟ້ນ, ໃກ້ສິດ ຂອງປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນລາວ ກໍ່ຄືປະຊາຊົນແຂວງຄຳມ່ວນ.

ແຫລ່ງຂ່າວ: ຫ້ອງວ່າການລັດຖະບານ

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...