Homeຂ່າວຕ່າງປະເທດເອກວາດໍຮ້ອງຂໍຄວາມຊ່ວຍເຫລືອຈາກເພື່ອນບ້ານ ຫລັງໄຟປ່າໄໝ້ລາມເຂົ້າໃກ້ເມືອງຫລວງ

ເອກວາດໍຮ້ອງຂໍຄວາມຊ່ວຍເຫລືອຈາກເພື່ອນບ້ານ ຫລັງໄຟປ່າໄໝ້ລາມເຂົ້າໃກ້ເມືອງຫລວງ

Published on

558000010843601

ສຳນັກຂ່າວ​ຕ່າງປະ​ເທດ ລາຍງານ​ໃນ​ວັນ​ທີ 16 ກັນຍານີ້ວ່າ ລັດຖະບານ​ເອກ​ວາ​ດໍ ໄດ້ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ຢ່າງ​ຮີບ​ດ່ວນ​ ຈາກ​ບັນດາ​ປະ​ເທດ​ໃກ້​ຄຽງ​ໃນ​ພາກ​ພື້ນ​ລາ​ຕິນອາ​ເມ​ຣິ​ກາ ຫລັງ​ປະ​ເຊີນ​ກັບ​ໄຟ​ປ່າ​​ໄໝ້​ລາມ​ເຂົ້າ​ໃກ້​ນະຄອນຫລວງກີ​ໂຕ. ທ່ານ ຣາຟາ​ເອລ ກໍ​ເຣຍ ປະທານາທິບໍດີ ​ແຫ່ງ ເອກ​ວາ​ດໍ ຖະ​ແຫລ​ງວ່າ ຂະນະ​ນີ້ລັດຖະບານ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ໄປ​ຍັງ​ປະ​ເທດ​ໃກ້​ຄຽງ​​ແລ້ວ ​ເປັນຕົ້ນແມ່ນໂກ​ລົມ​ບີ, ​ເປຣູ ​ແລະ ບຣາຊິນ ຂະນະ​ທີ່​ລັດຖະບານ​ເວ​ເນ​ຊູ​ເອລາ ໄດ້​ໃຫ້​ຄຳ​ໝັ້ນຈະ​ສົ່ງ​ເຮ​ລິ​ຄອບເຕີ້ມາ​ຊ່ວຍ​ໃນ​ການ​ມອດ​ໄຟ​ປ່າທີ່​ລຸກ​ໄໝ້​ ຢ່າງ​ໜ້ອຍ 17 ຈຸດ​ ທົ່ວ​ປະ​ເທດ ຈາກ​ສະພາບອາກາດຮ້ອນແຮງ ບວກກັບກະແສລົມພັດແຮງ ​ແລະ​ ສະພາບຝົນຕົກບໍ່​ເປັນ​ປົກກະຕິ.

 558000010843602

558000010843613

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...