Homeຂ່າວຕ່າງປະເທດພັກກອມມູນິດຫວຽດນາມ ເລັ່ງປາບການສໍ້ລາດບັງຫລວງ ກຽມຕ້ອນຮັບກອງປະຊຸມໃຫຍ່ພັກປີໜ້າ!

ພັກກອມມູນິດຫວຽດນາມ ເລັ່ງປາບການສໍ້ລາດບັງຫລວງ ກຽມຕ້ອນຮັບກອງປະຊຸມໃຫຍ່ພັກປີໜ້າ!

Published on

143036625 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 15 ກັນຍາ 2015, ພັກ​ກອມ​ມູນິດຫວຽດນາມ​ ຮຽກຮ້ອງ ​ໃຫ້​ດຳ​ເນີນ ​ການ​ປະຕິ​ຮູບ​ ແລະ​ ເພີ່ມ​ການ ​ປາບ​ປາມ​ ສໍ້​ລາດ​ ບັງ​ຫລວງ ຫລາຍ​ຂຶ້ນ ​ໃນ​ໄລຍະ​ໃກ້​ ຈະ​ເຂົ້າ​ສູ່​ ກອງ​ປະຊຸມ​ໃຫຍ່​ພັກ​ ທີ່​​ຈະ​ຈັດ​ຂຶ້ນ ​ໃນຕົ້ນ​ປີໜ້າ.

ການລາຍ​ງານ ​ທາງ​ການ​ເມືອງ​ ຫວຽດນາມ ລະບຸ​ວ່າ ຫວຽດນາມ ມີ​ຄວາມ​ຄືບ​ໜ້າ ​ຕາມ​ເປົ້າ​ໝາຍ ​ຄັ້ງ​ສຳຄັນ​ ໃນ​ໄລຍະ 30 ປີ ຜ່ານມາ, ​ແຕ່​ຍັງ​ມີ​ຫລາຍ​ຢ່າງ​ ທີ່​ຕ້ອງ​ປະຕິບັດ ​ໃນ​ກາ​ນປ່ຽນ​ແປງ ຫວຽດນາມ ​ເຂົ້າ​ສູ່​ປະ​ເທດ ອຸດສາຫະກຳ ​ໂດຍ​ລະບຸ​ວ່າ ການ​ສໍ້​ລາດ​ ບັງ​ຫລວງ ​ເປັນ​ໄພ​ຕໍ່​ ຄວາມ​ໜັ້ນຄົງ​ ຂອງ​ລັດຖະບານ. ກອງປະຊຸມ​ ພັກ​ຄອມ​ມູ ນິດ​ຫວຽດນາມ ຈະ​ຈັດ​ຂຶ້ນ​ທຸ​ກໆ 5 ປີ ​ໂດຍ​ກຳນົດ​ຈະຈັດ​ຂຶ້ນ ​ໃນ​ຕົ້ນ​ປີໜ້າ ​ເຊິ່ງ​ເປັນ​ການ​ນວາງ ​ແນວທາງ​ ການ​ບໍລິຫານ ​ຕໍ່​ໄປ​ອີກ 5 ປີ ​ແລະ ຄັດ​ເລືອກ ​ຜູ້ນຳ​ຄົນ​ໃໝ່.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...